ກອງທັບສະຫະລັດ ກຳລັງດຳເນີນງານ ຮ່ວມກັນກັບບັນດາເຈົ້າໜ້າລັດຖະບານກາງ, ໃນລັດ ແລະໃນທ້ອງຖິ່ນຕ່າງໆທີ່ຢູ່ແນວໜ້າ ໃນການຕໍ່ສູ້ເພື່ອປ້ອງກັນຄວາມປອດໄພໃຫ້ແກ່ການເລືອກຕັ້ງຂອງປະເທດບໍ່ໃຫ້ຕ່າງປະເທດເຂົ້າມາແຊກແຊງໄດ້.
ທ່ານມາກ ແອສເປີ (Mark Esper), ລັດຖະມົນຕີກະຊວງປ້ອງກັນປະເທດ ປະກາດໃນວັນພະຫັດວານນີ້ວ່າ ນັບແຕ່ນີ້ຕໍ່ໄປ, ຄວາມປອດໄພໃນການເລືອກ ຕັ້ງຈະເປັນພາລະກິດທີ່ຍາວນານອັນນຶ່ງຂອງກອງທັບ ແລະເວົ້າວ່າກະຊວງຂອງທ່ານຈະຫາທາງຕໍ່ສູ້ກັບສັດຕູຂອງຊາດ.
"ເສັ້ນແບ່ງແຍກກັນລະຫວ່າງ ສົງຄາມ ກັບສັນຕິພາບດຽວນີ້ແມ່ນມົວໆ", ນັ້ນຄືຄຳເວົ້າຂອງທ່ານແອສເປີ ທີ່ໝາຍເຖິງການເພີ້ມຂຶ້ນຢ່າງວ່ອງໄວ ຂອງອັນຕະລາຍທີ່ເກີດຂຶ້ນຜ່ານທາງຄອມພິວເຕີ ຫລື cyberspace. ທ່ານ ກ່າວຕໍ່ໄປວ່າ "ຂົງເຂດການເຮັດສົງຄາມຂອງພວກເຮົາໄດ້ປ່ຽນແປງໄປແລ້ວ."
ທ່ານເວົ້າອີກວ່າ "ຄູ່ສັດຕູຂອງພວກເຮົາມອງເຫັນວ່າ ການເຮັດສົງຄາມທາງຄອມພິວເຕີ ແມ່ນວິທີນຶ່ງທີ່ຈະຕີສະຫະລັດໄດ້ ແລະເຮັດໃຫ້ພວກເຮົາເສຍຫາຍ ໂດຍທີ່ບໍ່ຕ້ອງໄດ້ປະເຊີນໜ້າກັບຄວາມແຂງແກ່ນແບບດັ້ງເດີມຂອງພວກເຮົາ.”
ການຕັດສິນໃຈທີ່ຈະເຮັດໃຫ້ຄວາມປອດໄພໃນການເລືອກຕັ້ງ ເປັນພາກໃຈກາງ ໃນການປະຕິບັດງານຂອງທະຫານ ແມ່ນມີຂຶ້ນໃນຂະນະທີ່ການໂຄສະນາຫາສຽງເລືອກຕັ້ງປະທານາທິບໍດີສະຫະລັດ ປີ 2020 ໄດ້ດຳເນີນໄປແລ້ວ ໂດຍທີ່ມີຜູ້ສະໝັກເລືອກຕັ້ງຊາວປາຍຄົນ ທີ່ຢາກຫາທາງເອົາປະທານາທິບໍດີທຣຳ ລົງຈາກຕຳແໜ່ງ.
ມັນຍັງເປັນການການສະແດງໃຫ້ເຫັນເຖິງການຂະຫຍາຍບົດບາດຂອງກອງທັບຢ່າງຫລວງຫລາຍໃນການປົກປ້ອງຄວາມຖືກຕ້ອງຂອງການເລືອກຕັ້ງໃນສະຫະລັດ ຊຶ່ງໃນເມື່ອກ່ອນແມ່ນບໍ່ຄ່ອຍມີຫລາຍປານໃດ.
ເຖິງແມ່ນວ່າ ມີຄວາມເປັນຫ່ວງກ່ຽວກັບການດຳເນີນຄວາມພະຍາຍາມຂອງຣັດເຊຍ ແລະຈີນໃນການແຊກແຊງການເລືອກຕັ້ງກາງສະໄໝ ໃນເດືອນພະຈິກແລ້ວນີ້ກໍຕາມ ກະຊວງປ້ອງກັນປະເທດແມ່ນຢູ່ແນວຫລັງໂດຍທີ່ມີທີມງານປ້ອງກັນຄວາມປອດໄພທາງຄອມພີວເຕີຢູ່ຕັ້ງຫລາຍ ທີ່ສາມາດເອີ້ນເອົາໄປຊ່ວຍກະຊວງຮັກສາຄວາມປອດໄພພາຍໃນ ຫລື DHS ໄດ້, ຖ້າຫາກຕ້ອງການ.
"ຈະບໍ່ມີທີມງານຂອງກະຊວງປ້ອງກັນຄວາມສະຫງົບແບບເປັນອິດສະຫຼະ. ພວກເຮົາຈະດຳເນີນການ ແບບມີການປະສານງານກັນ ກັບ DHS ໃນການຮັບມືກັບ ເຫດການທີ່ເກີດຂຶ້ນ ທີ່ກ່ຽວຂ້ອງກັບຄວາມປອດໄພ ຂອງການເລືອກຕັ້ງ,” ນັ້ນຄືຄຳເວົ້າຂອງທ່ານແອດ ວີລສັນ (Ed Wilson), ຮອງລັດຖະມົນຕີຂອງກະຊວງ ປ້ອງກັນປະເທດ, ຮັບຜິດຊອບວຽກງານນະໂຍບາຍດ້ານຄວາມປອດໄພທາງຄອມພິວເຕີ ທີ່ກ່າວເນັ້ນຢ້ຳໃນຕອນນັ້ນວ່າ ພວກເຈົ້າໜ້າທີ່ກະຊວງຮັກສາຄວາມປອດໄພພາຍໃນຈະເປັນຜູ້ນຳໜ້າໃນດ້ານນີ້.
ແຕ່ທ່ານ ແອສເປີ (Esper) ກໍເວົ້າວ່າ ຂອບເຂດຂອງໄພຂົ່ມຂູ່ທີ່ນັບມື້ນັບເພີ້ມຂຶ້ນ ແມ່ນຈຳເປັນຕ້ອງໃຫ້ມີບົດບາດຂອງທະຫານຫລາຍຂຶ້ນກວ່າເກົ່າ.