ຫົວໜ້າອົງການດ້ານການຮັກສາຄວາມປອດໄພທາງໄຊເບີຂອງລັດຖະບານສະຫະລັດ ກ່າວວ່າ ຄວາມປອດໄພສຳລັບລະບົບການເລືອກຕັ້ງຂອງປະເທດ ໄດ້ກາຍເປັນຄວາມແຂງແກ່ນຫຼາຍ ທີ່ຣັດເຊຍ ອີຣ່ານ ຫຼື ສັດຕູຕ່າງຊາດອື່ນໆ ຈະບໍ່ສາມາດປ່ຽນແປງຜົນທີ່ອອກມາຂອງການແຂ່ງຂັນເລືອກຕັ້ງເປັນປະທານາທິບໍດີ ສະຫະລັດ ຂອງປີນີ້.
ທ່ານນາງ ເຈັນ ອີສເຕີລີ ເປັນຜູ້ອຳນວຍການຂອງອົງການຮັບຜິດຊອບຄວາມປອດໄພທາງໄຊເບີ ແລະພື້ນຖານໂຄງລ່າງດ້ານຄວາມປອດໄພຂອງສະຫະລັດ. ທ່ານນາງ ກ່າວຕໍ່ອົງການຂ່າວເອພີ ໃນການໃຫ້ສຳພາດ ເມື່ອວັນພຸດວານນີ້ ວ່າ ການລົງຄະແນນສຽງ, ການນັບບັດເລືອກຕັ້ງ ແລະພື້ນຖານໂຄງລ່າງດ້ານການເລືອກຕັ້ງອື່ນໆນັ້ນ ແມ່ນໃນມື້ນີ້ ມີຄວາມປອດໄພຫຼາຍຂຶ້ນກວ່າທີ່ມັນເຄີຍເປັນ.
ອົງການທັງຫຼາຍຂອງລັດຖະບານກາງ ໄດ້ເຕືອນເຖິງການພະຍາຍາມໂດຍຣັດເຊຍ ແລະອີຣ່ານ ທີ່ເພີ້ມຂຶ້ນນັບມື້ ໂດຍສະເພາະ ເພື່ອໃຫ້ມີອິດທິພົນຕໍ່ພວກມີສິດປ່ອນບັດເລືອກຕັ້ງ ກ່ອນການເລືອກຕັ້ງ ໃນວັນທີ 5 ພະຈິກ ແລະທິດສະດີການສົມຮູ້ຮ່ວມຄິດໃນການການເລືອກຕັ້ງ ໄດ້ເຮັດໃຫ້ຊາວອາເມຣິກັນຫຼາຍລ້ານຄົນ ມີຄວາມສົງໄສຕໍ່ຄວາມຖືກຕ້ອງຂອງຜົນການເລືອກຕັ້ງ.
The head of the U.S. government's cybersecurity agency says security for the nation's election systems has become so robust that Russia, Iran or any other foreign adversary won't be able to alter the outcome of this year's presidential race.
Jen Easterly is director of the U.S. Cybersecurity and Infrastructure Security Agency. She told The Associated Press in an interview Wednesday that voting, ballot-counting and other election infrastructure is more secure today than it's ever been.
Federal agencies have warned of growing attempts by Russia and Iran in particular to influence voters before the Nov. 5 election and election conspiracy theories have left millions of Americans doubting the validity of election results.