ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບໍລິສັດຮັກສາຄວາມປອດໄພທາງອິນ ເຕີແນັດຂອງ ສຫລ ເວົ້າວ່າ ຕົນຖືກລັກເຈາະຂໍ້ມູນ ໂດຍລັດຖະບານປະເທດນຶ່ງ


ທ່ານອາລິສເຕີ ເຊບເຟີດ ຜູ້ອຳນວຍການ ສາຂາບໍລິສັດ FireEye ກຳລັງອະທິບາຍຢູ່ໃນກອງປະຊຸມ ໃນນະຄອນດູໄບ ຂອງປະເທດສະຫະລັດອາຣັບເອເມີເຣັສ
ທ່ານອາລິສເຕີ ເຊບເຟີດ ຜູ້ອຳນວຍການ ສາຂາບໍລິສັດ FireEye ກຳລັງອະທິບາຍຢູ່ໃນກອງປະຊຸມ ໃນນະຄອນດູໄບ ຂອງປະເທດສະຫະລັດອາຣັບເອເມີເຣັສ

ບໍລິສັດຄວາມປອດໄພອິນເຕີແນັດ ຟາຍອາຍ (FireEye) ກ່າວວ່າ ຕົນໄດ້ຖືກລັດຖະ
ບານປະເທດນຶ່ງລັກເຈາະຂໍ້ມູນ

FireEye ທີ່ເປັນບໍລິສັດຄວາມປອດໄພທີ່ມີຊື່ສຽງຂອງສະຫະລັດ ກ່າວວ່າ ຕົນໄດ້ຖືກ
ລັກເຈາະຂໍ້ມູນໂດຍລັດຖະບານປະເທດນຶ່ງທີ່ມີ “ສະມັດຕະພາບທີ່ສຸດໃນ ລະດັບໂລກ”
ແລະຜູ້ລັກເຈາະຂໍ້ມູນໄດ້ຂະໂມຍເອົາອຸບປະກອນຕໍ່ສູ້ ທີ່ຕົນໃຊ້ ເພື່ອທົດລອງລະບົບ
ປ້ອງກັນຂອງພວກລູກຄ້າ ຊຶ່ງລວມທັງອົງການຂອງລັດຖະ ບານກາງ, ຂອງລັດ ແລະ
ຂອງລັດຖະບານ ທ້ອງຖິ່ນ ອີກດ້ວຍ.

ບໍລິສັດດັ່ງກ່າວບໍ່ໄດ້ລະບຸວ່າ ແມ່ນໃຜແທ້ທີ່ຄິດວ່າຈະເປັນຜູ້ຮັບຜິດຊອບຕໍ່ການກະ
ທໍານີ້. ອຸບປະກອນເຄື່ອງທີ່ລັກເອົາໄປ “read team” ອາດເປັນອັນຕະລາຍ ຖ້າມັນ
ຕົກໄປຢູ່ນໍາຜິດຄົນ ເຖິງແມ່ນບໍລິສັດ FireEyes ກ່າວວ່າ ບໍ່ມີສິ່ງຊີ້ບອກ ວ່າມັນໄດ້
ຖືກໃຊ້ແລ້ວກໍຕາມ. ບໍລິສັດກ່າວວ່າ ຕົນໄດ້ພັດທະນາມາດຕະການຮັບມືເພື່ອໃຫ້ການ
ປ້ອງກັນແກ່ລູກຄ້າ ແລະຄົນອື່ນໆ.

ພວກລັກເຈາະຂໍ້ມູນ “ຕົ້ນຕໍແມ່ນມີຈຸດປະສົງຊອກເອົາຂໍ້ມູນຢ່າງໃດຢ່າງນຶ່ງ ທີ່ພົວພັນ
ກັບລູກຄ້າທີ່ເປັນລັດຖະບານ” ນັ້ນຄືຄໍາເວົ້າຂອງຫົວໜ້າບໍລິຫານ ຂອງ FireEye, ທ່ານ
ແຄວິນ ແມນເດຍ (Kevin Masndia) ກ່າວຢູ່ໃນຖະແຫຼງການ ສະບັບນຶ່ງ ໂດຍບໍ່ເວົ້າ
ເຖິງຊື່ຂອງພວກລັກເຈາະຂໍ້ມູນນັ້ນ. ທ່ານກ່າວວ່າ ບໍ່ມີສິ່ງຊີ້ບອກໃຫ້ເຫັນວ່າ ພວກລັກ
ເຈາະຂໍ້ມູນ ໄດ້ຂໍ້ມູນຂອງພວກລູກຄ້າ ຈາກກິດຈະການໃຫ້ຄຳປຶກສາ ຫຼື ຕອບໂຕ້ຕໍ່
ເຫດການຂອງບໍລິສັດ ຫຼືຂົ່ມຂູ່ ຕໍ່ຂໍ້ມູນລັບທີ່ຕົນໄດ້ເກັບກຳໄວ້ນັ້ນ.

ອ່່ານຂ່າວນີ້ເພີ້ມເປັນພາສາາອັງກິດ

XS
SM
MD
LG