ນັບແຕ່ຕາຂ່າຍສາຍໄຟຟ້າຈົນເຖິງບໍລິສັດໃຫຍ່ໆ ບໍ່ມີຫຍັງທີ່ຈະຫລີກລ້ຽງຈາກການຖືກລັກເຈາະຂໍ້ມູນທາງຄອມພີວເຕີໄດ້. ນັກຊ່ຽວຊານດ້ານຄວາມປອດໄພທາງຄອມພີວເຕີເວົ້າວ່າ ສາເຫດທີ່ພາໃຫ້ເປັນເຊັ່ນນັ້ນ ກໍແມ່ນຍ້ອນວ່າຄົນເຮົາ ເພິ່ງພາອາໄສຕໍ່ການໃຊ້ອິນເຕີແນັດ ນັບມື້ນັບເພີ້ມຂຶ້ນ.
ທ່ານ Jonathan Homer ຢູ່ສູນກາງປ້ອງກັນຄວາມໝັ້ນຄົງທາງອິນເຕີເນັດ ແລະການລວມສູນດ້ານການສື່ສານຂອງກະຊວງວ່າດ້ວຍຄວາມໝັ້ນຄົງຂອງຊາດສະຫະລັດເວົ້າວ່າ "ໃນແຕ່ລະມື້ ອິນເຕີແນັດ ໄດ້ກາຍມາເປັນສ່ວນນຶ່ງໃນການດໍາລົງຊີວິດປະຈໍາວັນຂອງເຮົານັບມື້ນັບຫລາຍຂຶ້ນ ແລະພວກເຮົາ ບໍ່ວ່າຈະຢູ່ໃນນາມວ່າເປັນບຸກຄົນ, ເປັນບໍລິສັດ ແລະເປັນລັດຖະບານ ໄດ້ມີການພົວພັນເຊິ່ງກັນ ແລະກັນ ແລະ ກໍໄດ້ໃຊ້ອິນເຕີເນັດເປັນກະດູກສັນຫລັງຂອງການສື່ສານນໍາກັນ ແລະການຮ່ວມມືກັນ. ນີ້ກໍໝາຍຄວາມວ່າ ໂອກາດທີ່ຈະທໍາການໂຈມຕີເພີ້ມຂຶ້ນປະກົດອອກມາໃຫ້ແກ່ຜູ້ທີ່ຢາກມີຈຸດປະສົງຮ້າຍສາມາດເຮັດໄດ້."
ທ່ານ Homer ເຮັດວຽກຮ່ວມກັບທີມງານ ທີ່ໃຫ້ການສະໜັບສະໜຸນບັນດາອົງການລັດຖະບານກາງ, ລັດຖະບານທ້ອງຖິ່ນ ແລະບັນດາຄົນທີ່ເປັນສ່ວນນຶ່ງຂອງພື້ນຖານໂຄງລ່າງທີ່ສໍາຄັນ ຢູ່ໃນສະຫະລັດ ເພື່ອຊ່ວຍໃຫ້ເຂົາເຈົ້າສາມາດກັບມາໃຊ້ອິນເຕີແນັດໄດ້ ແລະຊ່ວຍປ້ອງກັນບໍ່ໃຫ້ມີການໂຈມຕີໃນອະນາຄົດອີກ. ທ່ານກ່າວອີກວ່າ "ໃນແຕ່ລະອາທິດ ພວກເຮົາໄດ້ບິນໄປ ແລະຕອບສະໜອງການຊ່ວຍເຫລືອແກ່ອົງການທີ່ຖືກການໂຈມຕີທາງອິນເຕີແນັດຄັ້ງນຶ່ງໃນຊີວິດ."