ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ FBI ​ທັບ​ມ້າງ​ ເຄືອ​ຂ່າຍ ອິນເຕີເນັດ ​ກຸ່ມ​ປອມ​ແປງ ບັດເຄຣດິດ


ເຈົ້າໜ້າທີ່ສັນຕິບານກາງສະຫະລັດ ຂະນະປະຕິບັດງານ
ເຈົ້າໜ້າທີ່ສັນຕິບານກາງສະຫະລັດ ຂະນະປະຕິບັດງານ

ອົງການ​ສັນຕິ​ບານກາງ ຫຼື FBI ຂອງ​ສະຫະລັດກ່າວ​ວ່າ ຕົນ​ໄດ້​ທັບ​ມ້າງ​ເຄືອ​ຂ່າຍອິນ​ເທີ​ເນັດ ຂອງ​ກຸ່ມ​ປອມ​ແປງ​ບັດ​ເຄຣດິດຫຼືສິນເຊື່ອຂະ​ໜາດ​ໃຫຍ່​ລະດັບ ​ໂລກ​ກຸ່ມ​ນຶ່ງ.

ຫ້ອງການ FBI ທີ່​ນະຄອນນີວຢ໊ອກ​ເອີ້ນ​ການ​ປະຕິບັດ​ການ​ຄັ້ງ​ນີ້ວ່າ ​ເປັນ​ການປະຕິ​ບັດ​ການທີ່​ໃຫຍ່​ທີ່​ສຸດ​ໃນ​ປະວັດ​ສາດ​ໂດຍໃຊ້​ເວລາຫຼາຍກວ່າ​ສອງ ປີ ​ແລະ​ໃຊ້​ຕໍາຫຼວດນອກ​ເຄຶ່ອງ​ແບບຢູ່​ໃນ 13 ປະ​ເທດ.

ບັນດາ​ເຈົ້າໜ້າ​ທີ່​ກ່າວເມື່ອ​ວັນ​ອັງຄານວານ​ນີ້ວ່າ ການ​ປະຕິບັດ​ການ​ເພື່ອ​ທັບ​ມ້າງດັ່ງກ່າວ​ນີ້ ແມ່ນ​ໄດ້​ຊ່ວຍ​ປົກ​ປ້ອງ​ຜູ້ຄົນຫຼາຍ​ເຖິງ 400,000 ຄົນ ບໍ່​ໃຫ້ຕົກ​ເປັນ​ເຫຍື່ອ ​ຖືກ​ປອມ​ແປງ​ບັດ​ເຄຣດິດ ​ແລະ​ຊ່ວຍ​ປະຢັດ​ເງິນ​ໄດ້ ຫຼາຍກວ່າ 205 ລ້ານ​ໂດ​ລາ​ເພື່ອ​ຊື້​ເຄຶ່ອງ ຈາກ​ຂໍ້​ມູນ​ທີ່​ຖືກ​ລັກຂະ​ໂມ​ຍ​ໄປ ນັ້ນ.

ຜູ້​ຕ້ອງ​ສົງໄສ 24 ຄົນ​ຖືກ​ຈັບ​ກຸມ 11 ຄົນຢູ່​ໃນ​ສະຫະລັດ ​ແລະ ອີກ 13 ຄົນ​ໃນ​ອັງກິດ​, Bosnia-Herzegovina, Bulgaria, Germany, Italy, ຍີ່ປຸ່ນ, ​ແລະ Norway.

ອົງການ FBI ກ່າວ​ວ່າ ພວກ​ຕ້ອງ​ສົງໄສ​ດັ່ງກ່າວ​ນັ້ນ ຖືກ​ຂໍ້​ຫາ​ວ່າ​ເປັນ​ພວກ​ປະຕິບັດ​ການ​ອົງການ​ອາດຊະຍາ​ກໍາ​ໂລກ​ແຫ່ງນຶ່ງທີ່​ພົວພັນ​ກັບການ ​ປອມ​ແປງ​ບັດ​ເຄຣດິດ ຊຶ່ງ​ໄດ້​ມີ​ການ​ລັກຂະ​ໂມ​ຍ​ເອົາ​ຂໍ້​ມູນ​ບັດ​ເຄຣດິດແລະ​ບັນຊີ​ເງິນຝາກທະນາຄານ​ຫຼາຍພັນບັນຊີ ​ເພື່ອໃຊ້​ຊື້​ສິ່ງ​ຂອງ​ແລະ​ການ​ບໍລິ ການ​ຕ່າງໆ.

ທ່ານ Preet Bharara ທະນາຍຄວາມ​ສະຫະລັດຢູ່​ເຂດ Manhattan ນະຄອນນີີວຢ໊ອກ ກ່າວ​ວ່າ ການ​ຈັບ​ກຸມ​ຄັ້ງ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ອາດ ຊະຍາ​ກໍາທາງຄອມ​ພິວ​ເຕີ​ທີ່​ສະຫຼຽວສະຫຼາດ ທີ່ປະຕິບັດ​ການ​ຢູ່​ເບື້ອງຫຼັງ​ເຄືອຂາຍອິນ​ເທີ​ເນັດ​ແບບ​ລັບໆ​ນັ້ນ​ຍັງ​ບໍ່ພົ້ນ​ເງື້ອມມືຂອງ​ກົດໝາຍ​ໄດ້.

XS
SM
MD
LG