ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ເລືອກ​ຕັ້ງ​ ທີ່​ດົນ​ນານ​ຂອງ ອິນ​ເດຍ ດຳ​ເນີນ​ມາ​ເຖິງ ​ຈຸດ​ສິ້ນ​ສຸດ


ແມ່​ຊີ ອິນ​ເດຍ ຈາກອົວ​ກ່​ຮ​ແຜ່​ຜາຍ​ສາ​ສະ​ໜາ​ຂອງ​ແມ່​ຊີ ເທ​ຣິຊາ ລຽນ​ແຖວ​ປ່ອນ​ບັດ​ຄະ​ແນນ​ສຽງ ຢູ່​ສະ​ຖານ​ທີ່​ເລືອກ​ຕັ້ງ. ທີ່​ໂຮງ​ຮຽນ St. Mary's, ເມືອງ ໂຄ​ລ​ກາ​ຕາ. 19 ພຶ​ດ​ສະ​ພາ, 2019, during the seventh and final phase of India's general election.
ແມ່​ຊີ ອິນ​ເດຍ ຈາກອົວ​ກ່​ຮ​ແຜ່​ຜາຍ​ສາ​ສະ​ໜາ​ຂອງ​ແມ່​ຊີ ເທ​ຣິຊາ ລຽນ​ແຖວ​ປ່ອນ​ບັດ​ຄະ​ແນນ​ສຽງ ຢູ່​ສະ​ຖານ​ທີ່​ເລືອກ​ຕັ້ງ. ທີ່​ໂຮງ​ຮຽນ St. Mary's, ເມືອງ ໂຄ​ລ​ກາ​ຕາ. 19 ພຶ​ດ​ສະ​ພາ, 2019, during the seventh and final phase of India's general election.

ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງຫຼາຍ​ສິບ​ພັນ​ຄົນ​ໃນ 8 ລັດ​ ໄດ້​ລຽນ​ແຖວ​ກັນ​ຢູ່​ສະ​ຖານ​ທີ່ເລືອກ​
ຕັ້ງ ເພື່ອປ່ອນບັດຄະແນນສຽງ ໃນການລົງຄະແນນສຽງຮອບສຸດທ້າຍ ເພື່ອເຮັດໃຫ້
ການເລືອກຕັ້ງດົນ 39 ມື້ຂອງ ອິນເດຍ ສິ້ນສຸດລົງ.

ຈາກ​ບ່ອນ​ນັ່ງ​ໃນ​ສະ​ພາ​ແຫ່ງ​ຊາດ​ທັງ​ໝົດ 59 ບ່ອນ ທີ່​ມີ​ໃຫ້​ແຂ່ງ​ຂັນ​ເອົາ​ໃນ​ວັນ​ອາ​ທິດ
ມື້ນີ້, ຜູ້ລົງແຂ່ງຂັນທີ່ມີຊື່ສຽງທີ່ສຸດ ແມ່ນໄດ້ຈັດຂຶ້ນໃນເຂດເລືອກຕັ້ງຂອງນາຍົກລັດຖະ
ມົນຕີ ທ່ານ ນາເຣັນດຣາ ໂມດີ, ທີ່ເມືອງ ວາຣານາສີ ເຊິ່ງແມ່ນເມືອງສັກສິດຂອງສາ
ສະໜາ ຮິນດູ, ໃນລັດ ອັດຕາ ປຣາເດັສ (Uttar Pradesh).

ໃນ​ຂະ​ນະ​ທີ່​ໄຊ​ຊະ​ນະ​ຂອງ​ທ່ານ ໃນ​ເມືອງ​ແຫ່ງວັດ​ຈຳ​ນວນຫຼາຍ​, ໄດ້​ຖືກ​ພິ​ຈາ​ລະ​ນາ​ດັ່ງ
ກັບການສະຫຼຸບທີ່ຕົກລົງກັນໄດ້ແນ່ນອນແລ້ວນັ້ນ, ຜົນຄະແນນສຳລັບພັກຊາດນິຍົມສາ
ສະໜາຮິນດູ, ບາຣາຕິຢາ ຈານາຕາ ຫຼື BJP ຂອງທ່ານ ໂມດີ, ເຊິ່ງໄດ້ພະຍາຍາມແຂ່ງ
ຂັນເພື່ອກຳຕຳແໜ່ງສະໄໝທີສອງນັ້ນ, ແມ່ນຂ້ອນຂ້າງຈະບໍ່ເປັນທີ່ແນ່ນອນປານໃດ.

ພັກ​ທີ່​ມີ​ຄະ​ແນນຄຽງ​ຂ້າງ​ພັກ BJP ນັ້ນ ແມ່ນ​ພັກ​ຝ່າຍ​ຄ້ານ​ທີ່​ສຳ​ຄັນຄື ພັກ​ລັດ​ຖະ​ສະ​ພາ,
ທີ່ຕໍ່ສູ້ສຳລັບການຟື້ນຟູດ້ານການເມືອງ ພາຍໃຕ້ຜູ້ນຳຂອງເຂົາເຈົ້າ, ທ່ານ ຣາຮູລ
ການດີ, ແລະ ບັນດາພັກທີ່ມີອຳນາດໃນພາກພື້ນຫຼາກຫຼາຍ.

ຫຼັງ​ຈາກ​ການ​ໂຄ​ສະ​ນາ​ຫາ​ສຽງ​ແຂ່ງ​ຂັນ​ກັນ​ຢ່າງ​ຮ້ອນ​ແຮງ​ນັ້ນ, ບັນ​ດາ​ນັກ​ວິ​ເຄາະ​ການ
ເມືອງໄດ້ກ່າວວ່າ ພັກ BJP ຍັງຄົງເປັນພັກທີ່ມີຄະແນນນຳໜ້າ. ແຕ່ບໍ່ວ່າເຂົາເຈົ້າຈະ
ຜ່ານຈຸດເຄິ່ງທາງຫຼືບໍ່ນັ້ນ ຈະຂຶ້ນກັບວິທີທີ່ພັກດັ່ງກ່າວ ສ້າງຜົນງານໃນລັດທີ່ເປັນດິນ
ແດນໝາກຫົວໃຈ ຂອງຜູ້ທີ່ນັບຖືສາສະໜາຮິນດູນັ້ນແນວໃດ, ຄືລັດ ອັດຕາ ປຣາເດັສ,
ເຊິ່ງແມ່ນລາງວັນການເລືອກຕັ້ງທີ່ສຳຄັນ ທີ່ໄດ້ເຮັດໃຫ້ພັກ BJP ໄດ້ຮັບ 71 ບ່ອນນັ່ງ
ຈາກ 80 ບ່ອນນັ່ງໃນປີ 2014, ເປັນການຊ່ວຍໃຫ້ເຂົາເຈົ້າໄດ້ຮັບໄຊຊະນະຢ່າງຖ້ວມ
ລົ້ນ.

ການ​ປ່ອນ​ບັດ​ແມ່ນ​ໄດ້​ຈັດ​ຂຶ້ນ​ໃນ 13 ລັດ ສຳ​ລັບ​ບ່ອນ​ນັ່ງໃນ​ສະ​ພາ​ແຫ່ງ​ຊາດ​ດັ່ງ​ກ່າວ​
ໃນວັນອາທິດມື້ນີ້. ລັດທີ່ມີປະຊາຊົນ 200 ລ້ານຄົນ, ເຊິ່ງໄດ້ສົ່ງບັນດາສະມາຊິກສະ
ພາສ່ວນໃຫຍ່ ໄປປະຈຳໜ້າທີ່ຢູ່ສະພາແຫ່ງຊາດນັ້ນ, ໄດ້ເປັນສັນຍາລັກຂອງການ
ແຂ່ງຂັນເລືອກຕັ້ງທີ່ດຸເດືອດ ທີ່ຕໍ່ສູ້ໂດຍພັກຝ່າຍຄ້ານທັງຫຼາຍເພື່ອໂຄ່ນລົ້ມພັກ BJP.
ດ້ວຍການທີ່ບໍ່ເອົາຫົວຊາກັບສິ່ງທີ່ໄດ້ໂຕ້ຖຽງກັນໃນອະດີດນັ້ນ, ສອງພັກການເມືອງ
ໃນພາກພື້ນທີ່ມີຊົນຊັ້ນຕ່າງກັນ ທີ່ຄວບຄຸມກຸ່ມຜູ້ສະໜັບສະໜູນຂະໜາດໃຫຍ່ນັ້ນ
ໄດ້ຮວມຕົວກັນ ເພື່ອເຮັດໃຫ້ພັກ BJP ທຳການຕໍ່ສູ້ທີ່ຍາກກວ່າໃນປີ 2014.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG