ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອີຈິບ ຫ້າມບໍ່ໃຫ້ ປະຊາຊົນ ອອກນອກບ້ານ ຢູ່ກຸງໄຄໂຣ (ເບິ່ງສະໄລດ໌)


ໜ່ວຍຮັກສາຄວາມປອດໄພຂອງອິຈິບ ສີດນໍ້າໃສ່ພວກປະທ້ວງ ລະຫວ່າງມີການປະທະກັນຢູ່ນອກກະຊວງປ້ອງກັນ ປະເທດ ທີ່ກຸງໄຄໂຣ ທີ 4 ເດືອນພຶດສະພາ, 2012.
ໜ່ວຍຮັກສາຄວາມປອດໄພຂອງອິຈິບ ສີດນໍ້າໃສ່ພວກປະທ້ວງ ລະຫວ່າງມີການປະທະກັນຢູ່ນອກກະຊວງປ້ອງກັນ ປະເທດ ທີ່ກຸງໄຄໂຣ ທີ 4 ເດືອນພຶດສະພາ, 2012.

ພວກທະຫານທີ່​ປົກຄອງອີ​ຈິບ ​ໄດ້​ປະກາດຫ້າ​ມບໍ່​ໃຫ້​ປະຊາຊົນອອກ​ນອກ​ບ້ານ​
ໃນ​ຍາມ​ກາງ​ຄືນ​ ​ໃນ​ບໍລິ​ເວນ​ອ້ອມ​ແອ້​ມກະຊວງປ້ອງ​ກັນ​ປະ ​ເທດ​ໃນກຸງໄຄ​ໂຣ
ຫລັງ​ຈາກໄດ້​ມີ​ການ​ປະ​ທະ​ກັນ ​ລະຫວ່າງ​ທະຫານ ແລະພວກ​ປະ​ທ້ວງທີ່​ຮຽກ
ຮ້ອງໃຫ້​ຍຸຕິ​ການ​ປົກ​ຄອງ​ຂອງ​ທະຫານ ຊຶ່ງ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ນຶ່ງ​ຄົນ ​
ແລະ​ບາດ​ເຈັບປະມານ 300 ຄົນ.

ພວກ​ທະ​ຫານຍິງ​ລະ​ເບີດ​ນໍ້າຕາ ​ແລະ​ສີດ​ນໍ້າໃສ່​ພວກ​ປະ​ທ້ວງ​ຫລາຍ​ພັນ​ຄົນ​ໃນ
​ວັນ​ສຸກວານ​ນີ້ ​ແລະ​ໄດ້​ມີ​ການ​ປະ​ທະ​ກັນຕື່ມ​ອີກ​ໃນ​ເວລາ​ຕໍ່ມາ​ຢູ່​ທີ່​ກຸງ​ໄຄ​ໂຣ.

ຫລາຍ​ກວ່າ 170 ຄົນ ​ໄດ້​ຖື​ກຈັບ​ຍ້ອນ​ຄວາມ​ບໍ່​ສ​ະຫງົບດັ່ງກ່າວ ຊຶ່ງ​ໄດ້​ເກີດ​ຂື້ນ​
ບໍ່​ເທົ່າ​ໃດ​ອາທິດ​ ກ່ອນການ​ເລືອກ​ຕັ້ງ​ເອົາ​ປະທານາທິບໍດີ ຄັ້ງສຳຄັນ​ຂອງ​ປະ​ເທດ. ​

ຄວ​າມຮຸນ​ແຮງ​ຄັ້ງລ່າສຸດໄດ້​ເກີ​ດຂື້ນສອງ​ມື້​ຫລັງ​ຈາກ​ມີ​ການ​ຕໍ່ສູ້​ກັນ​ໃນ​ກຸງໄຄ​ໂຣ​
ທີ່​ເຮັດ​ໃຫ້​ຢ່າ​ງໜ້ອຍ 11 ຄົນເສຍ​ຊີວິດ ​ແລະ 100 ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ແລະ​
ພາໃຫ້​ຜູ້​ສະມັກເປັນ​ປະທານາທິບໍດີຂອງ​ພັກ ສາສະໜາອິສລາມທີ່​ສຳຄັນ 2 ຄົນ
ຕ້ອງ​ໄດ້​ຍົກ​ເລິກ​ການ​ໂຄສະນາ​ຫາ​ສຽງ.

ການ​ເລຶອກຕັ້ງປະທານາທິບໍດີອີ​ຈບ ​ມີ​ກຳນົດ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ​ແລະ 24
ເດືອນພຶດສະພານີ້. ພວກ​ທະຫານ​ທີ່ປົກ​ຄອງອີ​ຈິບ​ປະຕິຍານ ວ່າ ​ການ​ເລືອກ​ຕັ້ງ
ດັ່ງກ່າວ​ຈະ​ເປັນ​ການ​ເລືອກ​ຕັ້ງທີ່​ຍຸຕິ​ທຳ.

XS
SM
MD
LG