ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມູນ​ເຊື້ອດ້ານການຄົວກິນ ຂອງຊາວອາເມຣິກັນ ເຊື້ອສາຍຈີນ ໃນເມືອງຈີນ ຫຼື Chinatown ຂອງນະຄອນ ດີທຣອຍ ຍັງມີຊີວິດຊີວາຢູ່


ວີດີໂອລາຍງານ ການຄົວກິນອາຫານໄກ່ອາລມອນບໍ່ມີກະດູກ ຂອງຊາວອາເມຣິກັນເຊື້ອສາຍຈີນ

ນະຄອນ ດີທຣອຍ ຢູ່ທາງພາກຕາເວັນຕົກຕອນກາງຂອງສະຫະລັດ ໃນຄັ້ງນຶ່ງເຄີຍມີເມືອງຈີນ ຫຼື Chinatown ທີ່ຈະເລີນຮຸ່ງເຮືອງ. ແລະໃນຂະນະ ນີ້ ຄຸ້ມບ້ານທີ່ເປັນປະຫວັດສາດແຫ່ງນີ້ ກໍໄດ້ຫາຍໄປ ແຕ່ມູນ​ເຊື້ອທາງດ້ານ ການຄົວກິນຢ່າງນຶ່ງແມ່ນເປັນທີ່ຈື່ຈຳໄດ້ດີ ແລະຍັງຄົງເປັນທີ່ນິຍົມຊົມຊອບໂດຍ ພວກຄົນໃນທ້ອງຖິ່ນ. ນັກຂ່າວວີໂອເອ ຄຣິສ ຄາສກູໂຮ ນຳສະເໜີຈືນໄກ່ອາ​ລ ມອນບໍ່ມີກະດູກ.

ທ່ານ ແກຣີ ມູ້ຍ ຊາວອາເມຣິກັນເຊື້ອສາຍຈີນ ເປີດຮ້ານອາຫານຂອງລາວເອງ ໃນປີ 2020 ຫຼັງຈາກໄດ້ເຮັດວຽກໃນເຮືອນຄົວຕະຫຼອດຊີວິດຜູ້ໃຫຍ່ຂອງ​ລາວ​ມາ.

ໃນຕະຫຼອດ​ເວ​ລານັ້ນ, ລາວໄດ້ເຮັດອາ​ຫານຈືນໄກ່​ເອືອບ​ແປ້ງ, ລາດ​ໜ້າ​ມັນ​ດ້ວຍນ້ຳຊ​ອ​ສ​ທີ່​ເຮັດ​ຈາກນ້ຳຊີອິ້ວ, ນ້ຳມັນຫອຍ ແລະ ຜົງ​ປຸງ​ຣົດ​ໄກ, ເສີບ​ດ້ວຍ​ເຂົ້າ​ຈ້າວ ກັບ​ຜັກ​ສະຫຼັດ ແລະ ໂຮຍດ້ວຍເມັດອາລມອນ.

ທ່ານແກຣີ ມູ້ຍ ເຈົ້າຂອງຮ້ານ Alma Kitchen ກ່າວວ່າ “ການຄົວມັນເຂົ້າກັນທັງໝົດ, ມັນຈະກາຍມາເປັນ, ຄືວ່າ, ລົດຊາດທີ່ມະຫັດ ສະຈັນ, ເຊິ່ງຜັກສະຫລັດຈະ​ດູດຊຶມເອົານ້ຳມັນຈາກໄກ່ ແລະ ເຂົ້າຈ້າວ ກໍເຂົ້າກັນໄດ້ດີຢ່າງສົມບູນ.”

ຊາວນະຄອນດີທຣອຍ ເອີ້ນອາຫານຈານນີ້ວ່າໄກ່ອອລມອນບໍ່ມີກະດູກ ຫຼື ເອີ້ນຫຍໍ້ວ່າ ABC. ມັນບໍ່ແມ່ນເລື້ອງທຳມະດາເລີຍ ຢູ່ໃນພື້ນທີ່ແຫ່ງອື່ນຂອງ ສະຫະລັດ ແລະຫຼາຍໆຄົນຜູ້ທີ່ໄດ້ຍ້າຍອອກໄປຈາກແຫ່ງນີ້ ກໍໄຝ່ຝັນເຖິງມັນ.

ທ້າວ ທອມມັສ ຢີ ອະດີດພົນລະເມືອງດີໂທຣຍ ກ່າວວ່າ “ຂ້ອຍຮູ້ດີວ່າ​ບ່ອນ​ດຽວ​ທີ່​ເຈົ້າສາມາດຫາ​ກິນໄດ້ແມ່ນຢູ່ບ້ານເກີດ. ຂ້ອຍຄອຍຖ້າທີ່ຈະກັບຄືນໄປ ສະເໝີ ຄືນໄປຫາຮ້ານອາຫານຄອບຄົວຂອງຂ້ອຍ ເພື່ອກິນມັນ, ເພາະວ່າ ພວກເຂົາຄົວມັນໃນ​ວິດ​ທີ​ທີ່ດີທີ່ສຸດ.”

ແຕ່ຕົ້ນກຳເນີດຂອງ ວໍ ຊູ ກາຍ ດັ່ງທີ່ມັນຍັງຮູ້ຈັກກັນນັ້ນ ແມ່ນໄດ້​ຖືກ​ຍົກ​ຂຶ້ນ​ມາໂຕ້ຖຽງກັນ. ອາຫານຈານນີ້ປາກົດອອກມາຢູ່ໃນລາຍການອາຫານ ຫຼື ເມນູ ຕ່າງໆຂອງຮ້ານອາຫານຈາກເມືອງປະຫວັດສາດ Chinatown ຂອງນະຄອນ ດີທຣອຍ ຕັ້ງແຕ່ຊຸມປີ 1960.

ທ່ານເຄີຕິສ ຈິນ ໄດ້ຂຽນປຶ້ມຫົວນຶ່ງກ່ຽວກັບການເຕີບໃຫຍ່ໃນຮ້ານອາຫານຄອບ ຄົວຂອງລາວ. ລາວກໍມີທິດສະດີຂອງລາວເອງ ກ່ຽວ​ກັບ ເຫດຜົນທີ່ອາຫານ ຈານນີ້ໄດ້ຍຶດເກາະໃນເມືອງດັ່ງກ່າວ ທີ່ມີປະຊາກອນຊາວຜິວດຳໂດຍສ່ວນ ໃຫຍ່.

ທ່ານເຄີຕິສ ຈິນ ນັກຂຽນກ່າວວ່າ “ມັນເບິ່ງຄືວ່າ ມັນອາດເປັນການປັບປຸງອາ ຫານພື້ນເມືອງຂອງຈີນທີ່ເອີ້ນວ່າ ເປັດແຜ່ນອາ​ລມອນ ເຊິ່ງແມ່ນເປັດ ເຈົ້າກະຮູ້ ເປັດເຄືອບແປ້ງແລ້ວຈືນ. ແຕ່ຕໍ່ຈາກນັ້ນມາ ໄດ້ປ່ຽນແປງເພື່ອໃຫ້ຖືກຣົດຊາດ ຂອງຊາວຜິວດຳຫຼາຍຂຶ້ນ ຫຼືພວກຄົນຈາກພາກໃຕ້ ເຊິ່ງມີຈືນໄກ່ ຍ້ອນຈາກວ່າ ມັນເປັນພຽງອາຫານຈືນໄກ່ແທ້ໆ ໂດຍມີນ້ຳຊອ​ສຂອງເອເຊຍນຳເທົ່ານັ້ນເອງ.”

ເມືອງຈີນຂອງນະຄອນດີທຣອຍ ກໍໄດ້ຄ່ອຍຫາຍໄປຈົນໃນຕົ້ນຊຸມປີ 2000 ແຕ່ພື້ນທີ່ແຫ່ງນີ້ອາດເຖິງເວລາແລ້ວທີ່ຈະຟື້ນຄືນມາອີກຄັ້ງນຶ່ງ. ຮ້ານອາຫານ Peterboro ໄດ້ເປີດຂຶ້ນໃນປີ 2016 ຢູ່ສະຖານທີ່ແຫ່ງນີ້ ທີ່ໃນຄັ້ງນຶ່ງເປັນທີ່ ຕັ້ງຂອງຮ້ານຂາຍເຄື່ອງແຫ້ງຂອງຄົນຈີນ. ຈືນ​ໄກ່ອາລມອນບໍ່ມີກະດູກ ກໍເປັນນຶ່ງໃນອາຫານທີ່ຂາຍດີທີ່ສຸດ.

ທ່ານມາຣຕິນ ແວນ ອາລເມັນ ຈາກຮ້ານ Peterboro ກ່າວວ່າ “ຖ້າເຈົ້າຢາກເຮັດອາຫານນັ້ນ ເຈົ້າຕ້ອງເຮັດໃຫ້ມັນຖືກ. ເຈົ້າເຮັດມັນຢ່າງສະ​ໝ່ຳ ສະເໝີ. ແລະຂ້ອຍຄິດວ່າ ມັນເປັນອາຫານປະຈຳພື້ນທີ່ແທ້ໆ ຢູ່ Chinatown.”

ທ່ານຈິນ ຄິດວ່າ ອາຫານ ABC ແມ່ນແຊບຫຼາຍ ມັນ​ມີໂຊກສະຕາທີ່ຈະ ກ້າວຂ້າມຈຸດກຳເນີດຂອງມັນ.

ທ່ານຈິນ ກ່າວຕື່ມວ່າ “ຂ້ອຍບໍ່ເຫັນເຫດຜົນຫຍັງເລີຍ ທີ່ຈືນໄກ່ອາລມອນບໍ່ມີກະ ດູກຫັ້ນຈະບໍ່ກາຍເປັນຄວາມມັກຂອງຊາດໄດ້. ໂດຍພື້ນຖານແລ້ວ ມັນແມ່ນຈືນໄກ່ລາດນ້ຳຊອ​ສ. ມີໃຜແດ່ທີ່ບໍ່ມັກມັນ?”

ມັນ​ແມ່ນອາຫານທີ່ເປັນສັນຍາລັກຂອງນະຄອນ ດີທຣອຍ ທີ່ອາດຈະບໍ່ຖືກເກັບ ມ້ຽນໄວ້ສະເພາະແຕ່ຢູ່ໃນທ້ອງຖິ່ນອີກຕໍ່ໄປ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG