ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຄິວບາ ຍິນດີນຳ ການລຶບຊື່ຕົນ ອອກຈາກບັນຊີປະເທດ ສະໜັບສະໜຸນ ພວກການກໍ່ການຮ້າຍ


ຊາຍຄົນນຶ່ງ ໂບກທຸງຊາດຂອງຄິວບາ ໃນຂະນະທີ່ ກຳລັງສະເຫຼີມສະຫຼອງ ການຟື້ນຟູສາຍສຳພັນ ທາງການທູດຄືນ ລະຫວ່າງ Havana ແລະ Washington ຢູ່ໃນເດີ່ນຂອງສະຖານທູດຄິວບາ ທີ່ນະຄອນຫລວງ Santiago ປະເທດ Chile, ວັນທີ 17 ທັນວາ 2014.
ຊາຍຄົນນຶ່ງ ໂບກທຸງຊາດຂອງຄິວບາ ໃນຂະນະທີ່ ກຳລັງສະເຫຼີມສະຫຼອງ ການຟື້ນຟູສາຍສຳພັນ ທາງການທູດຄືນ ລະຫວ່າງ Havana ແລະ Washington ຢູ່ໃນເດີ່ນຂອງສະຖານທູດຄິວບາ ທີ່ນະຄອນຫລວງ Santiago ປະເທດ Chile, ວັນທີ 17 ທັນວາ 2014.

ຄິວ​ບາ ຍ້ອງຍໍ​ການ​ຕັດສິນ​ໃຈ​ ຂອງປະທານາທິບໍດີ​ສະຫະລັດ
ທ່ານ ບາຣັກ ​ໂອ​ບາ​ມາ ທີ່​ຈະຖອນຊື່ ​ປະເທດເກາະດອນ ໃນ​ເຂດ
ທະເລ Caribbean ອອກຈາກ ບັນຊີ​ປະເທດທີ່​ສະໜັບສະໜຸນ ​
ການ​ກໍ່​ການ​ຮ້າຍ​ ຂອງ​ວໍຊິງ​ຕັນ.

ທ່ານນາງ Josefina Vidal ຫົວໜ້ານັກການທູດ​ ທີ່ຮັບຜິດຊອບ
ກ່ຽວກັບກິດຈະການສະຫະລັດ ຂອງ Havana ​ໄດ້​ອອກ​ຖະ​ແຫລ​ງ
ການ​ສະບັບ​ນຶ່ງ​ ໃນ​ວັນ​ອັງຄານ​ວານ​ນີ້ ສະແດງ​ຍິນ​ດີ​ນຳ​ “ການ​ຕັດ
ສິນ​ໃຈ​ທີ່ເປັນ​ທຳ ​ຂອງ​ ທ່ານໂອ​ບາ​ມາ ເພື່ອ​ຈະຖອນຊື່​ຄິວ​ບາ​
ອອກຈາກບັນຊີ​ ທີ່ຕົນ​ ບໍ່​ຄວນ​ທີ່​ຈະ​ລວມຢູ່​ໃນ​ບັນຊີດັ່ງກ່າວ​
ນັ້ນເລີຍ​.”

​ທ່ານ​ ໂອ​ບາ​ມ ​ໄດ້​ແຈ້ງ​ໃຫ້​ລັດຖະສະພາ​ຊາບ​ ກ່ຽ​ວກັບ​ການ​ຕັດສິນ​ໃຈ​ ໃນຕອນ​ເ​ຊົ້າຂອງ​
ມື້ດຽວ​ກັນ​ນັ້ນ ຫຼັງຈາກ​ທີ່​ກະຊວງ​ການ​ຕ່າງປະ​ເທດ ສະ​ລຸບການທົບ​ທວນ​ຄືນ ທີ່​ວ່າ​ ຄິວ​ບາ
“ບໍ່​ໄດ້​ສະໜອງການ​ສະໜັບສະໜຸນ​ ຕໍ່​ການ​ກໍ່​ການ​ຮ້າຍ​ສາກົນໃດໆ” ​ໃນ​ໄລຍະ 6
​ເດືອນ​ຜ່ານ​ມາ ​ແລະ ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ຕໍ່​ສະຫະລັດ​ວ່າ ຕົນ​ບໍ່​ມີ​ຈຸດປະສົງ​ທີ່​ຈະ​ທຳດັ່ງນັ້ນ ​ໃນ​ອະນາຄົດ. ລັດຖະສະພາ ມີເວລາ 45 ມື້ ທີ່​ຈະ​ລົບ​ລ້າງ​ການ​ຕັດສິນ​ໃຈ​ ຂອງປະທານາ ທິບໍດີ ​ໂດຍ​ຜ່ານ​ການລົ​ງມະຕິ​ຮ່ວມ​ ຊຶ່ງການ​ເຄື່ອນ​ໄຫວ​ນີ້ ເປັນ​ທີ່​ແນ່ນອນວ່າ ທ່ານ ​ໂອ​ບາ​ມາ ຈະ​ໃຊ້​ສິດ​ຢັບຢັ້ງ​.

ສະຫະລັດ ​ໄດ້​ນຳ​ຈັດເອົາຊື່​ຄິວ​ບາ ​ເຂົ້າໃນ​ບັນ​ຊີ​ປະເທດ ​ທີ່​ສະໜັບສະໜຸນ​ການ​ກໍ່​ການຮ້າຍ ​ເປັນຄັ້ງທຳ​ອິດ ເມື່ອ​ປີ 1982 ​ເພາະການ​ສະໜັບສະໜຸນ​ຂອງ​ປະ​ເທດ​ເກາະ​ ຕໍ່ພວກ​ກຸ່ມ​ແບ່ງ​ແຍກ​ດິນ​ແດນ ຝ່າຍຊ້າຍ ​ເຊັ່ນກຸ່ມ FARC ​ໃນ Columbia ​ແລະກຸ່ມ ETA ຊຶ່ງເປັນກຸ່ມ ປະກອບອາວຸດຊາວ Basque ​ໃນ Spain. ​ແຕ່ດຽວ​ນີ້ Havana ​ແມ່ນ​ສະໜັບສະໜຸນ ​ການ​ເຈລະຈາ​ສັນຕິພາບ ລະຫວ່າງ ກຸ່ມ FARC ​ແລະ ລັດຖະບານ​ໂຄ​ລອມ​ເບຍ ​ແລະ ​ຕົນໄດ້​ເອົາໂຕອອກຫ່າງ​ຈາກ ກຸ່ມ ETA ​ແລ້ວ.

Cuba Obama Terrorism List
please wait

No media source currently available

0:00 0:01:21 0:00

XS
SM
MD
LG