ຄິວບາ ມີກຳນົດ ທີ່ຈະດຳເນີນການປ່ຽນແປງທາງການເມືອງ ແລະ ອື່ນໆ ພາຍໃຕ້ແຜນ
ການທີ່ຖືກສະເໜີ ສຳລັບການປະຕິຮູບລັດຖະທຳມະນູນ.
ຂໍ້ມູນຕ່າງໆ ກ່ຽວກັບ ການປ່ຽນແປງທັງຫຼາຍ ສຳລັບລັດຖະທຳມະນູນ ຂອງປະເທດ
ເກາະດັ່ງກ່າວນັ້ນ ໄດ້ຖືກເປີດເຜີຍໃນວັນເສົາວານນີ້ ໃນ ໜັງນຶ່ງພິມ ແກຣນມາ, ເຊິ່ງ
ແມ່ນໜັງສືພິມຫຼັກ ຂອງລັດຖະບານ.
ການປ່ຽນແປງຕ່າງໆລວມມີການສ້າງຕັ້ງຕຳແໜ່ງນາຍົກລັດຖະມົນຕີ, ພ້ອມກັບປະທາ
ນາທິບໍດີ, ແຍກບົດບາດຂອງຜູ້ນຳລັດຖະບານ ແລະ ປະມຸກລັດອອກຈາກກັນ.
ປະທານາທິບໍດີ ຈະປະເຊີນກັບຂໍ້ຈຳກັດໃໝ່ ເຊິ່ງແມ່ນການດຳລົງຕຳແໜ່ງ 5 ປີສອງ
ສະໄໝລຽນຕິດ.
ນອກນີ້ ລັດຖະບານໃໝ່ຍັງຈະຮັບຮູ້ຕະຫຼາດເສລີ ແລະ ຊັບສິນເອກະຊົນ ແລະ ການ
ລົງທຶນຕ່າງປະເທດນຳ.
ແນວໃດກໍຕາມ, ພັກຄອມມູນິສ ຈະຍັງຄົງ “ເປັນກຳລັງນຳໜ້າຂອງສັງຄົມ ແລະ ລັດ
ຢູ່ຄືເກົ່າ.”
ສະພາແຫ່ງຊາດ ໄດ້ລົງຄະແນນສຽງ ກ່ຽວກັບ ການປ່ຽນແປງທີ່ຖືກສະເໜີຂຶ້ນນັ້ນໃນ
ວັນເສົາວານນີ້.
ການຮັບຮອງຂັ້ນສຸດທ້າຍຈະມີຂຶ້ນ ຫຼັງຈາກການລົງປະຊາມະຕິທົ່ວໄປ.
ຮ່າງລັດຖະທຳມະນູນໄດ້ມີຂຶ້ນພຽງສາມເດືອນ ໃນລັດຖະບານຂອງປະທານາທິບໍດີ
ມິເກລ ດີແອສ-ການາລ (Miguel Diaz-Canal), ຜູ້ທີ່ໄດ້ສືບທອດຕຳແໜ່ງຂອງທ່ານ
ຟີແດລ ແລະ ທ່ານ ຣາອູລ ຄາສໂຕຣ, ເຊິ່ງແມ່ນນັກປະຕິວັດຄົນສຳຄັນ ຜູ້ທີ່ໄດ້ປົກ
ຄອງເກາະ ປະເທດຄອມມູນິສມາເປັນເວລາເກືອບ 60 ປີ. ມັນຈະມາທົດແທນລັດຖະ
ທຳມະນູນປີ 1976 ຂອງປະເທດ.