ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສື່ມວນ​ຊົນ​ອິດ​ສະ​ຫຼະ ໃນ​ຄິວ​ບາ ຖືກ​ກົດ​ດັນ ແຕ່​ຈະ​ສືບ​ຕໍ່​ການ​ປະ​ຕິ​ບັດ​ງານ


ແຟ້ມ - ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ທ່ານ​ເຊີ​ເກ ລາວ​ຣອ​ຟ ພົບ​ປະ​ກັບ​ສື່ມວນ​ຊົນ ​ທີ່​ນະ​ຄອນ​ຫຼວງ​ຮາ​ວາ​ນາ ປະ​ເທດ​ຄິວ​ບາ ເມື່ອ​ວັນ​ທີ 20 ເມ​ສາ 2023.
ແຟ້ມ - ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ທ່ານ​ເຊີ​ເກ ລາວ​ຣອ​ຟ ພົບ​ປະ​ກັບ​ສື່ມວນ​ຊົນ ​ທີ່​ນະ​ຄອນ​ຫຼວງ​ຮາ​ວາ​ນາ ປະ​ເທດ​ຄິວ​ບາ ເມື່ອ​ວັນ​ທີ 20 ເມ​ສາ 2023.

ສຳ​ລັບ​ພວກ​ນັກ​ຂ່າວ ​ທີ່​ເຮັດ​ວຽກ​ໃຫ້​ອົງ​ການ​ສື່ມວນ​ຊົນ​ອິດ​ສະ​ຫຼະ​ຈຳ​ນວນ​ພຽງ​ບໍ່​ເທົ່າ​ໃດ​ແຫ່ງ​ຂອງ​ຄິວ​ບາ​ແລ້ວ ວຽກ​ງານ​ດັ່ງ​ກ່າວນີ້ ​ແມ່ນ​ມາ​ພ້ອມ​ກັບ​ການ​ຂົ່ມ​ຂູ່ ການ​ກ່າວ​ຫາ​ວ່າ​ເປັນ​ສາຍ​ລັບ​ຂອງ​ຊີ​ໄອ​ເອ ແລະ​ຖືກ​ກົດ​ດັນ​ໃຫ້​ມິດ​ງຽບ ຫຼື​ບໍ່​ດັ່ງ​ນັ້ນ ກໍ​ໃຫ້​ອອກ​ໄປ.

ພວກ​ນັກ​ຂ່າວ ​ທີ່​ອົງ​ການຂ່າວ 14ymedio.com ໄດ້​ຮັບ​ການ​ຂົ່ມ​ຂູ່​ເປັນ​ປະ​ຈຳ​ຈາກ​ເຈົ້າ​ໜ້າ​ທີ່ ​ຂອງ​ລັດ​ຖະ​ບານ​ຄິວ​ບາ ນັ້ນ​ຄື​ຄຳ​ເວົ້າ​ ຂອງ​ທ່ານ​ນາງໂຢ​ອາ​ນີ ຊານ​ເຈັ​ສ ນຶ່ງ​ໃນ​ຜູ້​ກໍ່​ຕັ້ງ​ເວັບ​ໄຊ.

ຕຳ​ຫຼວດ​ເອີ້ນ​ພວກ​ນັກ​ຂ່າວ​ວ່າ “ທະ​ຫານ​ຮັບ​ຈ້າງ” ຫຼື​ສາຍ​ລັບ​ຊີ​ໄອ​ເອ ແລະ​ໄດ້​ທຳ​ການ​ຂົ່ມ​ຂູ່ ຫຼື​ບໍ່​ກໍ​ຂູ່​ເຂັນ​ຕໍ່​ຄອບ​ຄົວ​ຂອງ​ທີມ​ງານ ທ່ານ​ນາງ​ກ່າວ. ພວກ​ເຂົາ​ ​ເວົ້າ​ວ່າ ​ຍາດ​ພີ່​ນ້ອງຂອງ​ທີມ​ງານ​ຈະ​ສູນ​ເສຍ​ວຽກ​ເຮັດ​ກັບ​ລັດ​ຖະ​ບານ ຖ້າ​ພວກ​ນັກ​ຂ່າວ​ຫາກ​ຍັງ​ສືບ​ຕໍ່​ເຮັດ​ວຽກ​ໃຫ້​ເວັບ​ໄຊ 14ymedio.

ໃນ​ບາງ​ກໍ​ລະ​ນີ ພວກ​ນັກ​ຂ່າວ​ໄດ້​ຖືກ​ກົດ​ດັນ ​ໃຫ້​ເດີນ​ທາງ​ໄປ​ຈາກ​ຄິວ​ບາ​ແບບ​ບໍ່​ມີມື້ກັບ​ ໂດຍ​ຕຳ​ຫຼວດ​ການ​ເມືອງ ຊຶ່ງເປັນ​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍພະ​ແນກ​ ​ນຶ່ງ ທີ່​ແນ​ໃສ່​ການ​ຂົ່ມ​ຂູ່​ຕໍ່​ປະ​ເທດ.

ເຖິງ​ແມ່ນ​ເຮັດ​ວຽກ​ພາຍ​ໃຕ້​ສະ​ພາບ​ແວດ​ລ້ອມ​ທີ່​ຫຍຸ້ງ​ຍາກ​ສັບ​ສົນ​ກໍ​ຕາມ ແຕ່​ບັນ​ດາ​ສະ​ມາ​ຊິກ​ຂອງ​ເວັບ​ໄຊ​ຂ່າວ​ດັ່ງ​ກ່າວ ກໍ​ບໍ່​ໄດ້​ຍອມ​ລົດ​ລະ ​ໃນ​ຄວາມ​ຝັນ​ຂອງ​ພວກເຂົາ​ເຈົ້າ ທ່າ​ນ​ນາງ​ຊານ​ເຈັ​ສກ່າວ.

“ພວກ​ເຮົາ​ຢືນ​ຢັດ​ ໃນ​ການ​ສືບ​ຕໍ່​ເຮັດ​ວຽກ​ເປັນ​ນັກ​ຂ່າວ​ອິ​ດ​ສະ​ຫຼະ. ທີ່ເວັບ​ໄຊ

14ymedio ພວກ​ເຮົາ​ມີ​ຄວາມ​ຫວັງ​ຫຼາຍໆ​ຢ່າງ” ທ່ານ​ນາງ​ກ່າ​ວ​ຕໍ່​ວີ​ໂອ​ເອ ພະ​ແນກ​ພາ​ສາ​ຄິວ​ບາ. “ພວກ​ເຮົາ​ຕ້ອງ​ການ​ຢາກ​ລາຍ​ງານ​ກ່ຽວ​ກັບ​ຂັ້ນ​ຕອນ​ອັນ​ຍິ່ງ​ໃຫຍ່​ໃນ​ການ​ເປີດ​ເສ​ລີ​ປະ​ເທດ​ຂອງ​ພວກ​ເຮົາ ຊຶ່ງ​ຈະ​ເກີດ​ຂຶ້ນ​ໃນ​ມື້​ໃດ​ມື້​ນຶ່ງ. ອຳ​ນາດ​ການ​ປົກ​ຄອງ​ກາ​ສ​ໂຕ​ຣ ຈະ​ຕ້ອງ​ພັງ​ພິ​ນາດ​ໃດ​ມື້​ໃດ​ມື້​ນຶ່ງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG