ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໑ ມິຖຸນາ ໒໐໒໓

ລັດຖະບານຄິວບາ ກ່າວວ່າ ຜູ້ປະທ້ວງຄົນນຶ່ງ ເສຍຊີວິດ ແລະ ຫຼາຍກວ່າ 100 ຄົນ ຖືກຈັບກຸມ


ລັດຖະມົນຕີກະຊວງການຕ່າງປະເທດຂອງຄິວບາ ທ່ານບຣູໂນ ຣອດຣີເກັສ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ໃນນະຄອນຫຼວງຮາວານາ ຂອງຄິວບາ, ວັນອັງຄານ ທີ 13 ກໍລະກົດ 2021.

ລັດຖະບານຄິວບາ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ຄົນຜູ້ນຶ່ງໄດ້ເສຍຊີວິດຫຼັງຈາກເກີດການປະທ້ວງຕໍ່ຕ້ານລັດຖະບານ ໃນຂະນະດຽວກັນບັນດາກຸ່ມປົກປ້ອງສິດທິໄດ້ກ່າວວ່າ ທາງການໄດ້ຈັບກຸມປະຊາຊົນຫຼາຍກວ່າ 100 ຄົນ.

ລັດຖະບານໄດ້ກ່າວວ່າ ຊາຍອາຍຸ 36 ປີ ໄດ້ເສຍຊີວິດ ໃນວັນຈັນຜ່ານມາ ລະ ຫວ່າງທີ່ພວກປະທ້ວງປະທະກັນ ກັບເຈົ້າໜ້າທີ່ຕຳຫຼວດ ໃນເມືອງອາຣໂຣໂຢ ນາຣານໂຮ ຊຶ່ງຕັ້ງຢູ່ໃນເຂດຊານເມືອງ ຂອງນະຄອນຫຼວງຮາວານາ.

ນະຄອນຫຼວງຂອງຄິວບາໄດ້ມີຕຳຫຼວດປະຈຳການຢ່າງໜາແໜ້ນໃນວັນອັງຄານ ວານນີ້ ສອງວັນຫຼັງຈາກໄດ້ມີການເດີນປະທ້ວງ ຢູ່ທີ່ນັ້ນ ແລະຢູ່ເຂດອື່ນໆຂອງປະເທດກໍໄດ້ມີການປະທ້ວງຕໍ່ຕ້ານລັດຖະບານທີ່ໃຫຍ່ສຸດ ໃນຫຼາຍທົດສະວັດຜ່ານມາ.

ພວກປະທ້ວງໄດ້ພາກັນສະແດງອອກເຖິງຄວາມບໍ່ພໍໃຈ ກັບການຂາດແຄນອາ ຫານ ລາຄາສິນຄ້າກໍແພງຂຶ້ນ ການຂາດໄຟຟ້າໃຊ້ ແລະການຮັບມືກັບໂຣກລະບາດໄວຣັສໂຄໂຣນາຂອງລັດຖະບານ.

ສື່ມວນຊົນຂອງທາງການຄິວບາ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ອະດີດຜູ້ນຳຣາອູລ ຄາສໂຕຣ ໄດ້ພົບປະກັບປະທານາທິບໍດີ ມິແກລ ດີອັສ-ຄາແນລ ແລະສ່ວນທີ່ເຫຼືອຂອງຄະນະນຳພາພັກຄອມມິວນິສ ທີ່ປົກຄອງປະເທດໃນປັດຈຸບັນ ເພື່ອປຶກສາຫາລືກ່ຽວກັບການປະທ້ວງນັ້ນ.

ທ່ານດີອັສ-ຄາແນລ ແລະບັນດາເຈົ້າໜ້າທີ່ຄົນອື່ນໆ ໄດ້ຖິ້ມໂທດໃນຄວາມບໍ່ສະຫງົບໃສ່ພວກຊາວອາເມຣິກັນເຊື້ອສາຍຄິວບາ ໃນສື່ສັງຄົມ ແລະລັດຖະບານສະຫະລັດ ທີ່ໄດ້ກີດກັ້ນທາງດ້ານການຄ້າມາເປັນເວລາຍາວນານຕໍ່ຄິວບາ. ການວາງມາດຕະການລົງໂທດແລະຂໍ້ຈຳກັດທັງຫຼາຍນັ້ນ ທີ່ໄດ້ວາງອອກໂດຍອະດີດປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ແລະການຫລຸດລົງໃນດ້ານການທ່ອງ ທ່ຽວ ທີ່ກ່ຽວຂ້ອງກັບໂຣກລະບາດ ໄດ້ເພີ້ມຄວາມກົດດັນຕື່ມອີກ ຕໍ່ເສດຖະກິດຂອງຄິວບາ ໃນໄລຍະສອງສາມປີຜ່ານມານີ້.

ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານເນດ ໄພຣສ໌ ໄດ້ກ່າວຢູ່ທີ່ກອງປະຊຸມຖະແຫຼງຂ່າວ ໃນວັນອັງຄານວານນີ້ ວ່າ ພວກປະທ້ວງ ແມ່ນ “ກໍາລັງລຸກຂຶ້ນ ເພື່ອຕໍ່ຕ້ານລະບອບຜະເດັດການຂອງຄິວບາ.”

ທ່ານໄພຣສ໌ ກ່າວອີກວ່າ “ຄວາມຕ້ອງການຂັ້ນພື້ນຖານຂອງພວກເຂົາແມ່ນບໍ່ໄດ້ຮັບການຕອບສະໜອງ ແລະພວກເຂົາ ແມ່ນພໍເຂົ້າໃຈໄດ້ວ່າ ໝົດຫວັງ.”

ບໍລິສັດ NetBlocks ທີ່ຕິດຕາມເບິ່ງອິນເຕີເນັດ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ລັດຖະບານຄິວບາ ໄດ້ກີດກັ້ນຕໍ່ການເຂົ້າຫາບໍລິການສົ່ງຂໍ້ຄວາມໃນລະບົບໂທລະສັບມືຖື ແລະສື່ສັງຄົມຕ່າງໆ ທີ່ລວມມີ Facebook ແລະ WhatsApp ນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG