ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຄິວບາປ່ອຍນັກໂທດການເມືອງ


ຄິວບາປ່ອຍນັກໂທດການເມືອງ
ຄິວບາປ່ອຍນັກໂທດການເມືອງ

ທາງ​ໂບດກາໂຕລິກ ໃນຄິວບາ ກ່າວວ່າ ລັດຖະບານໄດ້ຕົກລົງ ທີ່ຈະປ່ອຍ ພວກນັກໂທດ ການ ເມືອງ 52 ຄົນ ແລະ 5 ຄົນ ໃນນັ້ນ ຈະຖືກປ່ອຍ ໃຫ້ເປັນອິດສະຫຼະ ພາຍໃນ ບໍ່ເທົ່າໃດຊົ່ວໂມງ ແລະຈະ​ໄດ້​ຮັບ ​ອະນຸຍາດ​ ໃຫ້ອອກເດີນທາງ ໄປຍັງ ປະເທດສະເປນ.

ພະສັງຄະລາດ ແຫ່ງສັງຄະມົນທົນ ຮາວານາ JAIME ORTEGA ໄດ້ອອກຖະແຫຼງຂ່າວ ​ໃຫ້​ຮູ້ ໃນວັນພຸດວານນີ້ ​ແລະເວົ້າວ່າ ສ່ວນທີ່ເຫຼືອ ອີກ 47 ຄົນ ຈະຖືກປ່ອຍ ໃນໄລຍະ ສອງສາມເດືອນຂ້າງໜ້າ. ການຕົກລົງທີ່ວ່ານີ້ ໄດ້ມີການປະກາດທີ່ນະຄອນຫຼວງ ຮາວານາ ຫຼັງຈາກ ລັດຖະມົນຕີ ກະຊວງການ ຕ່າງປະເທດສະເປນ ທ່ານ MIGUEL ANGEL MORATINOS ໄດ້ພົບປະ ກັບພະສັງຄະຣາດ ORTEGA ປະທານາທິບໍດີ RAUL CASTRO ແລະເຈົ້າໜ້າທີ່ ອື່ນໆ.

ທ່ານ MORATINOS ທີ່ພວມທຳການຢ້ຽມຢາມ ປະເທດຄິວບາ ໃນອາທິດນີ້ ເພື່ອສົນທະນາ ຫາລື ກ່ຽວກັບ ເລື່ອງສິດທິມະນຸດ ແລະບັນຫາອື່ນໆອີກ ​ໄດ້ສະແດງ ຄວາມເພິງພໍໃຈ ຫຼັງຈາກ ໄດ້ມີການປະກາດ ຂອງທາງ​ໂບດກາໂຕລິກ ແລະກ່າວວ່າ ການຕັດສິນໃຈ ດັ່ງກ່າ​ວ ຂອງລັດຖະບານ ແມ່ນໄດ້​ໄຂ​ ສັກກະ​ຫລາດໃໝ່ ຢູ່ໃນຄິວບາ.

ນີ້ຈະເປັນ ການປ່ອຍ ພວກນັກໂທດ ການເມືອງ ຄັ້ງໃຫຍ່ທີ່ສຸດ ຢູ່ໃນຄິວບາ ໃນຮອບ ຫຼາຍໆປີ. ​ໂບດກາໂຕລິກ ກ່າວວ່າ ພວກນັກໂທດ 52 ຄົນນີ້ ແມ່ນສ່ວນນຶ່ງ ຂອງ 75 ຄົນ ທີ່ຖືກຈັບ ໃນປີ 2003 ໃນລະຫວ່າງ ການປາບປາມ ພວກຄັດຄ້ານ ລັດຖະບານ ຂອງຄິວບາ.

XS
SM
MD
LG