ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄິວບາ ຈະປ່ອຍນັກໂທດ 2900 ຄົນ ໄວໆນີ້


ປະທານາທິບໍດີຄິວບາ ທ່ານ Raul Castro (ຂວາ) ພວມໂອ້ລົມກັບສະມາຊິກສະພາ (23 ທັນວາ 2011)
ປະທານາທິບໍດີຄິວບາ ທ່ານ Raul Castro (ຂວາ) ພວມໂອ້ລົມກັບສະມາຊິກສະພາ (23 ທັນວາ 2011)

ປະທານາທິບໍດີ​ຄິວ​ບາ​ທ່ານ Raul Castro ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ຈະໃຫ້​ອະ​ໄພ​ຍະ
ໂທດແກ່​ພວກ​ນັກ​ໂທດ​ເກືອບ 3000 ຄົນ ໃນ​ໄລຍະ​ສອງ​ສາມມື້ຂ້າງໜ້ານີ້ຍ້ອນ​ເຫດຜົນ​ທາງ
ດ້ານ​ມະນຸດສະທຳ.

ປະທານາທິບໍດີ Raul Castro ​ໄດ້​ປະກາດ​ໃນ​ມື້ວັນ​ສຸກ​ວານ​ນີ້ ​ໃນ​ຄຳ​ປາ​ໄສ​ຕໍ່ສະມາ​ຊິກ​ສະ
ພາ​ແຫ່ງ​ຊາດ. ທ່ານ​ເວົ້າວ່າ ຊາວ​ຕ່າງປະ​ເທດ 86 ຄົນ​ຈາກ 25 ປະ​ເທດ ​ແມ່ນ​ຮວມຢູ່​ໃນ
ຈຳນວນ​ພວກ​ນັກ​ໂທດ 2900 ຄົນທີ່​ຈະ​ຖືກ​ປ່ອຍ.

ກ່ອນ​ໜ້ານີ້ ສື່​ມວນ​ຊົນ​ຂອງ​ຄິວ​ບາ ​ລາຍ​ງານ​ວ່າ ພວກ​ນັກ​ໂທດ​ທີ່​ຈະ​ຖືກ​ປ່ອຍ​ແມ່ນ​ຮວມທັງ
ພວກ​ທີ່​ໄດ້​ກໍ່​ອາ​ຊະ​ຍາ​ກຳ​ໃນ​ດ້ານ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດພ້ອມໆ​ກັບພວກ​ນັກ​ໂທດທີ່​ມີ​
ອາຍຸກາຍ 60 ປີ ຫຼືວ່າ​ເຈັບ​ປ່ວຍ ​ພວກ​ແມ່ຍິງ​ແລະ​ເດັກນ້ອຍ​ ທີ່​ບໍ່​ມີ​ປະວັດ​ຄວາມ​ຜິດ​ຢ່າງ
ຍືດຍາວ. ລາຍ​ງານ​ຂອງ​ສື່​ມວນ​ຊົນ​ຍັງ​ແຈ້ງວ່າ ພວກທີ່​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ​ຮ້າຍ​ແຮງ​
ເຊັ່ນລັກລອບ​ຄ້າ​ຢາ​ເສບ​ຕິດ ຄາຕະກຳ ​ຫຼືຈາລະ​ກຳ ຈະ​ບໍ່​ຖືກ​ປ່ອຍ.

ການ​ປະກາດ​ທີ່​ວ່າ​ນີ້ມີ​ຂຶ້ນສອງ​ອາທິດ​ ຫຼັງຈາກ​ພະ​ສັນ​ຕະປະ​ປາ​ເບ​ເນ​ດິກ​ກ່າວ​ວ່າ ພະ​ອົງ​ມີ​
ແຜນການ​ທີ່​ຈະ​ສະ​ເດັດ​ປະພາດ​ປະ​ເທດ​ຄິວ​ບາ​ໃນ​ປີໜ້າ​ນີ້ ກ່ອນ​ວັນ​ບຸນອິສ​ເຕີ້.

ການ​ປະກາດ​ຂອງ​ລັດຖະບານ​ຄິວ​ບາ ບໍ່​ໄດ້ເອີ່​ຍ​ເຖິງ​ຜູ້​ຮັບ​ເໝົາ​ຊາວ​ອະ​ເມຣິກັນ ນາຍ Alan
Gross ທີ່​ພວມ​ຮັບ​ໃຊ້​ໂທດ​ຈຳ​ຄຸກ ​ເປັນ​ເວລາ 15 ປີ​ຢູ່​ຄິວ​ບາ ຫຼັງຈາກ​ຜູ້ກ່ຽວ​ໄດ້​ຖືກ​ຕັດສິນ​
ໂທດ​ໃນຕົ້ນປີນີ້​ ໃນ​ກາ​ນກໍ່​ອາ​ຊະ​ຍາ​ກຳ​ຕ້ານ​ປະ​ເທດ​ຄິວບາ. ນາຍ Gross ​ໄດ້​ຖືກ​ຈັບ​ເມື່ອ
ເດືອນ​ທັນວາສອງ​ປີ​ກ່ອນ​ຍ້ອນ​ໄດ້ນຳ​ເອົາ​ອຸບປະກອນ​ສື່ສານ​ຄົມມະນາຄົມເຂົ້າ​ໄປ​ໃນ​ຄິວ​ບາ.
ຄະດີ​ຂອງ​ຜູ້ກ່ຽວ​ໄດ້​ເຮັດໃຫ້ເກີດຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ ໃນ​ຄວາມ​ສຳພັນລະຫວ່າງ​ສະຫະລັດ​
ກັບ​ຄິວ​ບາ ຊຶ່ງ​ບໍ່​ມີຄວາມ​ສຳພັນ​ຢ່າງ​ເປັນ​ທາງ​ການ​ລະຫວ່າງ​ກັນ​ເລີຍ ມີ​ແຕ່​ຫ້ອງການຮັກສາ​
ຜົນ​ປະໂຫຍ​ດທໍ່​ນັ້ນ ຊຶ່ງ​ໃນ​ດ້ານ​ເຕັກ​ນິວ​ແລ້ວ ​ແມ່ນ​ເປັນ​ສ່ວນ​ນຶ່ງ​ຂອງ​ສະຖານທູດ​ສວິສຢູ່ໃນ
ນະຄອນຫຼວງຂອງ​ກັນ​ແລະ​ກັນ.

XS
SM
MD
LG