ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄິວບາ ກຽມພ້ອມ ຕ້ອນຮັບ ຖ້ຽວບິນ ທຳອິດ ຈາກ ສະຫະລັດ


ພະນັກງານ ເດີ່ນບິນ ເຕີມນ້ຳມັນໃສ່ເຮືອບິນ JetBlue ທີ່ສະໜາມບິນສາກົນ John F. Kennedy.
ພະນັກງານ ເດີ່ນບິນ ເຕີມນ້ຳມັນໃສ່ເຮືອບິນ JetBlue ທີ່ສະໜາມບິນສາກົນ John F. Kennedy.

ຄິວບາ ກຳລັງກະກຽມສຳລັບຖ້ຽວບິນພານິດ ສະຫະລັດ ຖ້ຽວທຳອິດທີ່ຈະລົງຈອດໃນປະ ເທດຄອມມູນິສດັ່ງກ່າວ ໃນຮອບຫຼາຍກວ່າ 5 ທົດສະວັດ, ເຊິ່ງເປັນບາດກ້າວຄັ້ງຫຼ້າສຸດ ໃນການ​ເຮັດໃຫ້ສາຍພົວພັນຂອງທັງສອງປະເທດ ກັບຄືນສູ່ປົກກະຕິ.

ປະທານຂອງສະຖາບັນການບິນພົນລະເຮືອນ ຄິວບາ ທ່ານ Alfredo Cordero ໄດ້ກ່າວ ວ່າ ຄິວບາ ຈະມີຄວາມກຽມພ້ອມສຳລັບ ຖ້ຽວບິນ ​ໃນສັບປະດານີ້ ພ້ອມກັບການຫຼັ່ງໄຫຼ ເຂົ້າປະເທດຂອງຖ້ຽວບິນ ສະຫະ ລັດ ທີ່ຄາດວ່າຈະຂະຫຍາຍຂຶ້ນເຖິງ 110 ຖ້ຽວຕໍ່ມື້ພາຍ ໃນສອງສາມປີຂ້າງໜ້າ.

ທ່ານ Cordero ໄດ້ກ່າວວ່າ “ພວກເຮົາໄດ້ກະກຽມເຈົ້າໜ້າທີ່ຂອງ ພວກເຮົາຢ່າງປະສົບ ຜົນສຳເລັດ ແລະ ໃນການໄດ້ຮັບການເຂົ້າເຖິງ ຊັບພະຍາກອນທີ່ຈຳເປັນຕ່າງໆ, ຕອນ ນີ້ພວກເຮົາສາມາດຮັບປະກັນວ່າ ພວກເຮົາຈະມີລະດັບຄວາມປອດໄພຕາມທີ່ໄດ້ຮຽກ ຮ້ອງໂດຍອົງການ ມາດຕະຖາການບິນພົນລະເຮືອນສາກົນ.”

ຮອງລັດຖະມົນຕີຂົນສົ່ງຂອງ ຄິວບາ ທ່ານ Eduardo Rodriguez ໄດ້ກ່າວເນັ້ນຄຳເຫັນ ດັ່ງກ່າວວ່າ “ສະໜາມບິນ ຄິວບາ ໄດ້ຖືກກະກຽມ ຢ່າງເປັນລະບົບໃນສອງສາມປີທີ່ ຜ່ານມາ ສຳລັບບັນດານັກທ່ອງທີ່ຈະ ມາຢ້ຽມຢາມ ຄິວບາ ເພີ່ມຂຶ້ນ.”

ຖ້ຽວບິນພານິດຖ້ຽວທຳອິດຂອງ ສະຫະລັດ ຈະ​ໄປ​ຮອດໃນວັນພຸດມື້ ອື່ນນີ້ ໃນຂະນະທີ່ ເຮືອບິນຂອງສາຍການບິນ Jet Blue ຈະບິນອອກ ຈາກເມືອງ Fort Lauderdale, ລັດ Florida ໄປຫາເມືອງ Santa Clara ທີ່ຕັ້ງຢູ່ໃນໃຈກາງ ຄິວບາ.

ສາຍການບິນອື່ນໆຂອງ ສະຫະລັດ ທີ່ມີແຜນຈະເລີ່ມການບໍລິການ ການບິນໄປ ຄິວບາ ລວມມີ ສາຍການບິນ American, ສາຍການ ບິນ Frontier, ສາຍການບິນ Silver, ສາຍ ການບິນ South West ແລະ ສາຍການບິນ Sun Country.

ກົດໝາຍ ສະຫະລັດ ຍັງຫ້າມນັກທ່ອງທ່ຽວສ່ວນໃຫຍ່ໃນການໄປຢ້ຽມ ຢາມປະເທດ ຄິວ ບາ. ແຕ່ແນວໃດກໍຕາມ, ປະທານາທິບໍດີ ບາຣັກ ໂອບາມາ ໄດ້ອະນຸຍາດໃຫ້ມີຂໍ້ຍົກເວັ້ນ ສຳລັບການເດີນທາງຊະນິດ ອື່ນໆ, ລວມມີ ການຢ້ຽມຢາມຄອບຄົວ, ທຸລະກິດທາງການ, ການ ຢ້ຽມຢາມຂອງນັກຂ່າວ ແລະ ການທັດສະນະສຶກສາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Cuba Flights
please wait
Embed

No media source currently available

0:00 0:01:21 0:00

XS
SM
MD
LG