ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອຸບັດຕິເຫດເຮືອບິນຕົກ ໃນຄິວບາ


ແປວໄຟທີ່ລຸກໄໝ້ ເຮືອບິນໂດຍສານຂອງຄິວບາທີ່ປະສົບອຸບັດຕິເຫດຕົກ ໃນວັນທີ 4 ພະຈິກ.
ແປວໄຟທີ່ລຸກໄໝ້ ເຮືອບິນໂດຍສານຂອງຄິວບາທີ່ປະສົບອຸບັດຕິເຫດຕົກ ໃນວັນທີ 4 ພະຈິກ.

ເຈົ້າໜ້າທີ່ຄິວບາກ່າວວ່າໝົດທັງ 68 ຄົນທີ່ເດີນທາງໄປ
ນຳເຮືອບິນໂດຍສານທີ່ເກີດອຸບັດຕິເຫດຕົກໃນວັນພະຫັດ
ວານນີ້ ໄດ້ເສຍຊີວິດ.

ພວກຊອກຄົ້ນຫາແລະກູ້ໄພເລີ້ມນຳເອົາສົບຜູ້ເສຍຊີວິດ
ອອກມາ ຈາກຊາກເຮືອບິນ ຂອງສາຍການບິນ Aero-
Carribbean ທີ່ໄດ້ປະສົບອຸບັດຕິເຫດຕົກ ໃກ້ໆບ້ານ
Guasimal ໃນແຂວງ Spiritus. ເຮືອບິນສອງໝາກ
ປິ່ນຂອງສາຍການບິນຄິວບາ ໄດ້ປະສົບອຸບັດຕິເຫດຕົກ
ຫຼັງຈາກນັກບິນໄດ້ລາຍງານໃຫ້ຊາບ ກ່ຽວກັບເຫດການ
ສຸກເສີນ.

ຖ້ຽວບິນດັ່ງກ່າວເປັນຖ້ຽວບິນສຸດທ້າຍທີ່ເດີນທາງອອກຈາກເມືອງ Santiago ກ່ອນໜ້າ
ລົມເຮີຣິເຄນ Tomas ຊຶ່ງຄາດວ່າຈະພັດຜ່ານໃກ້ໆກັບພາກຕາເວັນອອກຄິວບາ ໃນວັນ
ສຸກມື້ນີ້.

ສື່ມວນຊົນຂອງທາງການຄິວບາລາຍງານວ່າ ເຮືອບິນໂດຍສານລຳນີ້ບັນທຸກຜູ້ໂດຍສານ
61 ຄົນ ແລະພະນັກງານເຮືອບິນອີກ 7 ຮວມທັງຊາວຕ່າງປະເທດ 28 ຄົນ.

XS
SM
MD
LG