ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ຄິວບາ ຮັບຜ່ານ ກົດໝາຍໃໝ່ ຊຸດນຶ່ງ ເພື່ອດຶງດູດ ນັກລົງທຶນ ຕ່າງປະເທດ (ວີດີໂອ)


Americans Want Closer Ties with Cuba
please wait

No media source currently available

0:00 0:03:13 0:00
ລິງໂດຍກົງ

ວີດີໂອ: ຊາວອາເມຣິກັນ ຢາກມີສາຍພົວພັນ ທີ່ດີຂຶ້ນກັບຄິວບາ.

ສະພາ​ແຫ່ງ​ຊາດຄິວບາ ​ໄດ້​ຮັບ​ຜ່ານ​ຮ່າງ​ກົດໝາຍໃໝ່ສະບັບ
​ນຶ່ງ ທີ່ແນ​ໃສ່​ເພື່ອ​ເຮັດ​ໃຫ້​ປະ​ເທດນັ້ນ ​ເປັນ​ບ່ອນ​ທີ່ດຶງ​ດູດໃຈ
ຫລາຍ​ຂຶ້ນ ສຳ​ຫລັບພວກ​ນັກ​ລົງທຶນ​ຕ່າງປະ​ເທດ ​ໂດຍ​ການ​
ຕັດ​ຄ່າ​ພາສີຕ່າງໆ​ລົງ.

ບັນດາຜູ້​ແທນສະພາ​ນິຕິບັນຍັດ ​ໄດ້​ຮັບ​ຜ່ານ​ມາດ​ຕະການ​ໃໝ່
​ເຫລົ່າ​ນັ້ນ ​ໃນ​ກອງ​ປະຊຸມ ສະ​ໄໝປະຊຸມ​ວິສາມັນ ເມື່ອວັນ​ເສົາ​
ວານ​ນີ້.

ຮ່າງ​ກົດໝາຍ​ດັ່ງກ່າວ​ຕັດ​ຄ່າ​ພາສີກຳ​ໄລ ລົງ​ເຄິ່ງນຶ່ງ ​ແລະ​ຍົກ​ເວັ້ນ
ພວກນັກ​ລົງທຶນຕ່າງປະເທດ​ຫຼາຍ​ຄົນ ຈາ​ກການ​ເສຍ​ພາສີ​ລາຍ​ໄດ້​ສ່ວນ​ຕົວ.

ມາດ​ຕະການ​ເຫຼົ່າ​ນີ້ ຍັງ​ຍົກ​ເວັ້ນພວກ​ທຸ​ລະກິດ​ໃໝ່​ ບໍ່​ໃຫ້​ເສຍ​ພາສີໃນ​ໄລຍະ 8 ປີ​ທຳ​ອິດ​
ທີ່​ມາ​ລົງທຶນ​ໃນ​ປະ​ເທດ​ນັ້ນ.

ລັດຖະມົນຕີ​ຄິວ​ບາ ທີ່​ກຳກັບ​ນຳ​ການ​ປະຕິ​ຮູບ​ດ້ານ​ເສດຖະກິດ ທ່ານ Marino Murillo ກ່າວ​ວ່າ ປະ​ເທດຂອງ​ທ່ານ​ຕ້ອງການ​ເງິນ​ຢ່າງ​ໜ້ອຍ 2 ພັນ​ລ້ານ​ຕໍ່​ປິ ຈາກ​ພວກນັກ​ລົງທຶນ​ຈາກ​ຕ່າງປະ​ເທດ ​ເພື່ອ​ໃຫ້​ບັນລຸ​ເປົ້າ​ໝາຍ​ຂອງ​ຕົນ​ທີ່​ຕັ້ງ​ໄວ້ ວ່າຈະ​ໃຫ້ເຮັດ​ໃຫ້​ເສດຖະກິດ​
ມີ​ການ​ຂະຫຍາຍ​ໂຕ ​ໃນ​ອັດ​ຕາ 5 ​ເປີ​ເຊັນຕໍ່​ປີ ຫຼື​ດີກ​ວ່າ​ນັ້ນ.

ການ​ປິດ​ລ້ອມ​ທາງ​ດ້ານ​ເສດຖະກິດ​ຂອງ​ສະຫະລັດ​ຕໍ່​ຄິວ​ບາ ທີ່​ມີມາ​ໄດ້​ດົນ​ກວ່າ 5 ທົດສະ​
ວັດແລ້ວນັ້ນ ​ໄດ້​ຂັດຂວາງ​ພວກ​ນັກທຸລະກິດ​ອາ​ເມຣິກັນ​ ບໍ່​ໃຫ້ໄປ​ລົງທຶນ​ຢູ່​ໃນຄິວ​ບາ​.
XS
SM
MD
LG