ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ຄິວ​ບາ ນິ​ກາ​ຣາ​ກົວ ແລະ ​ເວ​ເນ​ຊູ​ເອ​ລາ​ ປະ​ເຊີນ​ໜ້າ​ ກັບການ​ລົງ​ໂທດ ຈາກ​ສະ​ຫະ​ລັດ


ປະ​ທາ​ນາ​ທິ​ບໍ​ດີ​ຄິວ​ບາ ທ່ານ​ຣອ​ລ ກັ​ສ​ໂຕ​ຣ ຊ້າຍ ແລະ​ປະ​ທາ​ນາ​ທ​າ​ທິ​ບໍ​ດີ ນິ​ກາ​ຣາ​ກົວ ທ່ານດາ​ນຽນ ອອກ​ເຕ​ກາ ຟັງ​ຖະ​ແຫຼງ​ການ ປະ​ທາ​ນາ​ທິບໍ​ດີ​ເວ​ເນ​ຊູ​ເອ​ລາ ​ທ່ານນິ​ໂກ​ລັ​ສ ມາ​ດູ​ໂຣ ທີ່​ນະ​ອນ​ກາ​ຣາ​ກັ​ສ ວັນ​ທີ 5 ມີ​ນາ 2018.
ປະ​ທາ​ນາ​ທິ​ບໍ​ດີ​ຄິວ​ບາ ທ່ານ​ຣອ​ລ ກັ​ສ​ໂຕ​ຣ ຊ້າຍ ແລະ​ປະ​ທາ​ນາ​ທ​າ​ທິ​ບໍ​ດີ ນິ​ກາ​ຣາ​ກົວ ທ່ານດາ​ນຽນ ອອກ​ເຕ​ກາ ຟັງ​ຖະ​ແຫຼງ​ການ ປະ​ທາ​ນາ​ທິບໍ​ດີ​ເວ​ເນ​ຊູ​ເອ​ລາ ​ທ່ານນິ​ໂກ​ລັ​ສ ມາ​ດູ​ໂຣ ທີ່​ນະ​ອນ​ກາ​ຣາ​ກັ​ສ ວັນ​ທີ 5 ມີ​ນາ 2018.

ລັດ​ຖະ​ບານ​ສະ​ຫະ​ລັດ ໃນ​ວັນ​ພຸດ​ມື້​ນີ້​ ຈະ​ປະ​ກາດ​ການ​ລົງ​ໂ​ທດ​ເພີ້ມ​ຕື່ມ ຕໍ່ປະ​ເທດເວ​
ເນ​ຊູ​ເອ​ລາ ພ້ອມ​ທັງ​ຄິວ​ບາ ແລະ​ນິ​ກາ​ຣາ​ກົວ ໃນ​ການ​ເຄື່ອນ​ໄຫວ​ເທື່ອ​ຫລ້າ​ສຸດ​ ຕໍ່ຕ້ານ
​ບັນ​ດາ​ລັດ​ຖະ​ບານ​ສັງ​ຄົ​ມ​ນິ​ຍົມ ​ຢູ່​ໃນ​ຊີກ​ໂລກຕາ​ເວັນ​ຕົກ.

ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ໃຫ້​ບູ​ລິ​ມະ​ສິດໃນ​ການ​
ຂັບ​ໄລ່ ທ່ານ​ນິ​ໂກ​ລັ​ສ ມາ​ດູ​ໂຣ ລົງ​ຈາກ​ອຳ​ນາດ ແລະ​ຮັບ​ຮູ້​ຜູ້​ນຳ​ສະ​ພາ ທ່ານ​ຮວນ ກວາ​
ອີ​ໂດ ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຊຶ່ງບົດ​ບາດ​ດັ່ງ​ກ່າວ​ ຍັງໄດ້​ຮັບ​ການເຫັນ​ພ້ອມ​ນຳ ໂດຍ​ອີກ
50 ປະ​ເທດ.

ກ່ອນ​ໜ້າ​ຄຳ​ຖະ​ແຫຼງ​ໃນ​ວັນ​ພຸດ​ມື້​ນີ້ທີ່​ນະ​ຄອນ​ໄມ​ອາ​ມີ ໂດຍ​ທີ່​ປຶກ​ສາ​ຄວາມ​ໝັ້ນ​ຄົງ​
ແຫ່ງ​ຊາດ ທ່ານ​ຈອນ ​ໂບລ​ຕັນ ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສຂອງລັດ​ຖະ​ບານ​ທ່ານ​ໄດ້ ​ເນັ້ນ​ໜັກ​
ໃສ່​ທາງ​ເລືອກ​ທັງ​ໝົດ ທີ່​ຍັງມີ​ຢູ່​ ​ກ່ຽວ​ກັບ ​ເວ​ເນ​ຊູ​ເອ​ລາ ໂດຍ​ມີ​ຄວາມ​ກັງ​ວົນວ່າ ​ປະ​ເທດ
​ອາ​ເມ​ຣິ​ກາ​ໃຕ້ດັ່ງ​ກ່າວ ແມ່ນ “ໃກ້​ຈະ​ຮອດ​ຈຸດຂອງ​ການ​ປ່ຽນ​ແປງ​ແລ້ວ.”

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ລັດ​ຂອງ​ຖະ​ບານ​ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ການຢາກ​ໃຫ້​ມີ​ການ ໂອນ
ອຳ​ນາດຢ່າງ​ສັນ​ຕິ ແຕ່ພວກ​ເຮົາໄດ້​ຕັດ​ສິນ​ໃຈ​ແລ້ວ​ວ່າຈະ​ຕ້ອງ​ມີ​ການໂອນ ​ອຳ​ນາດ.
ປ່ອຍ​ໃຫ້ມາ​ດູ​ໂຣ ແລະ​ພັກ​ພວກຂອງ​ລາວ ເປັນ​ຫ່ວງວ່າ​ ນັ້ນ​ໝາຍ​ຄວາມ​ວ່າ​ຢ່າງ​ໃດ.”

ໃນ​ການ​ຕອບຄຳ​ຖາມ ຂອງ​ນັກຂ່າວວີ​ໂອ​ເອ ກ່ຽວ​ກັບ​ກາ​ນ​ໝົດຄວາມອົດ​ທົນ​ຕໍ່ການ​ລົງ
​ໂທດ​ໜັກ​ຂຶ້ນ​ໂດຍວໍຊິ​ງ​ຕັນ ໃນ​ໝູ່ພວກ​ທະ​ຫານເວ​ເນ​ຊູ​ເອ​ລາ ຜູ້​ທີ່​ໄດ້ປ່ຽນຝ່າຍ​ຢ່າງ
​ງຽບໆ ມາ​ສະ​ໜັບ​ສະ​ໜຸນ ​ທ່ານ​ກວາອີ​ໂດນັ້ນ ເຈົ້າ​ໜ້​າທີ່​ລັດ​ຖະ​ບານກ່າວ​ວ່າ “ຄວາມ​
ກົດ​ດັນ​ຢ່າງ​ເຕັມ​ທີ່” ທີ່ວາງ​ໄວ້​ ໂດຍລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ເມື່ອ​ສາມ​ເດືອນ​ທີ່
​ຜ່ານ​ມາ “ແມ່ນໃກ້​ເຂົ້າ​ມາແລ້ວທີ່​ຈະເຮັດ​ໃຫ້​ລັດ​ຖະ​ບານ​ທັງ​ໝົດປະ​ຕິ​ບັດ​ງານ​ບໍ່​ໄດ້.”

ເຈົ້າ​ໜ້າ​ທີ່ກ່​າວ​ເພີ້ມ​ອີກວ່າ “ມັນ​ບໍ່​ຖືກ​ຕ້ອງ​ທີ່​ຈະ​ກ່າວ​ວ່າ ສິ່ງ​ເຫລົ່າ​ນີ້​ຕົກ​ຢູ່​ໃນ​ສະພາບບໍ່
ໄປ​ບໍ່​ມາ.”

ທ່ານ​ຈອນ ​ໂບລ​ຕັນ ​ທີ່​ປຶກ​ສາ​ຄວາມ​ໝັ້ນ​ຄົງ​ ແຫ່ງ​ຊາດ ສະ​ຫະ​ລັດ.
ທ່ານ​ຈອນ ​ໂບລ​ຕັນ ​ທີ່​ປຶກ​ສາ​ຄວາມ​ໝັ້ນ​ຄົງ​ ແຫ່ງ​ຊາດ ສະ​ຫະ​ລັດ.

ສ່ວນ​ນຶ່ງ​ໃນ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ປົດທ່ານມາ​ດູ​ໂຣ​ອອກ​ຈາກ​ອຳ​ນາດ
ນັ້ນ ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ​ຍັງ​ໄດ້​ກົດ​ດັນຕໍ່​ຄິວ​ບາ​ເພີ້ມ​ຂຶ້ນ.

“ຄວາມ​ກົດ​ດັນ​ແທ້ຈິງທີ່ສູງ​ສຸດ​ຂອງ​ລັດ​ຖະ​ບານເວ​ເນ​ຊູ​ເອເອລາໃນ​ເວ​ລາ​ນີ້ ແມ່ນຕໍ່
​ຊາວ​ຄິວ​ບາ 20,000 ຫາ 25,000 ຄົນ” ອີງ​ຕາມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງສະ​ຫະ​ລັດ.
“ແຕ່ສຳ​ລັບຊາວ​ຄິວ​ບາ ແລະ​ຣັດ​ເຊຍແລ້ວ ​ມັນອາດ​ຈະແລ້ວ​ໄປ​ແລ້ວໃນ​ປັດ​ຈຸ​ບັນ.”

ອ່ານ​ຂ່າ​ວ​ນີ້​ເພີ້​ທມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG