ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກິວບາ ຕຽມຕົວຕ້ອນຮັບປະທານປະເທດ ຄົນທຳອິດ ທີ່ຢູ່ນອກຄອບຄົວຄາສໂຕຣ ໃນຮອບເກືອບ 60 ປີ


ທ່ານ ຣາອູນ ຄາສໂຕຣ ຈະໄດ້ເປັນປະທານປະເທດ ກິວບາ (ກາງຊ້າຍ) ແລະຮອງປະທານປະເທດຄົນທີນຶ່ງ ທ່ານ ມີແກນ ດີອາສຄາແນນ (Miguel Diaz-Canel (ກາງຂວາ)) ໄປຮອດກອງປະຊຸມລັດຖະສະພາ ໃນຮາແວນນາ, ກຸຍບາ, 18 ເມສາ 2018.
ທ່ານ ຣາອູນ ຄາສໂຕຣ ຈະໄດ້ເປັນປະທານປະເທດ ກິວບາ (ກາງຊ້າຍ) ແລະຮອງປະທານປະເທດຄົນທີນຶ່ງ ທ່ານ ມີແກນ ດີອາສຄາແນນ (Miguel Diaz-Canel (ກາງຂວາ)) ໄປຮອດກອງປະຊຸມລັດຖະສະພາ ໃນຮາແວນນາ, ກຸຍບາ, 18 ເມສາ 2018.

ມີການວາງແຜນໄວ້ວ່າ ຜູ້ຮອງເປັນເວລາຍາວນານ ຂອງທ່ານ ຣາອູນ ຄາສໂຕຣ ຈະໄດ້ເປັນປະທານປະເທດ ກິວບາ ຄົນໃໝ່ ໃນວັນພະຫັດມື້ນີ້ ຊຶ່ງເປັນປະທານ
ປະເທດຄົນທຳອິດ ທີ່ຢູ່ນອກຄອບຄົວຄາສໂຕຣໃນຮອບເກືອບ 60 ປີຜ່ານມາ.

ຜູ້ຮອງປະທານປະເທດຄົນທີນຶ່ງ ທ່ານ ມີແກນ ດີອາສຄາແນນ ໄດ້ຖືກແຕ່ງຕັ້ງ ໃຫ້ເປັນຜູ້ສະມັກແຕ່ພຽງຜູ້ດຽວ ໃນວັນພຸດວານນີ້ ອັນເປັນພາກສ່ວນນຶ່ງ ຂອງການ
ດຳເນີນງານສອງວັນ ຊຶ່ງສິ້ນສຸດລົງໃນວັນພະຫັດມື້ນີ້ ໂດຍການລົງຄະແນນສຽງ
ຂອງສະມາຊິກສະພາແຫ່ງຊາດ ແລະຄຳປະກາດຜົນຢ່າງເປັນທາງການ.

ການດຳເນີນການດັ່ງກ່າວ ແມ່ນໄດ້ເຫີນຫ່າງ ອອກຈາກສິ່ງທີ່ເຄີຍເປັນມາ ໃນອະດີດ ເວລາສະພາສ່ວນໃຫຽ່ໄດ້ ເລືອກເອົາປະທານປະເທດແລະໄດ້ປະກາດໄປໃນມື້ດຽວກັນ. ການລົງຄະແນນສຽງດັ່ງກ່າວ ເກືອບວ່າ ເປັນທາງລັບຢູ່ສະເໝີ ໃນການຮັກສາໄວ້ ຊຶ່ງຄວາມປະສົງຂອງການນຳພາຂັ້ນສູງສຸດ ຂອງປະເທດ.

ທ່ານນາງ Heather Nauert ໂຄສົກກະຊວງການຕ່າງປະເທດ ສະຫະຣັດ ກ່າວວ່າ ໄລຍະຂ້າມຜ່ານດັ່ງກ່າວ ໄດ້ “ສ້າງຄວາມເປັນຫ່ວງຢ່າງໃຫຽ່” ໃຫ້ແກ່ຣັດຖະບານທຣຳ ເພາະວ່າມັນບໍ່ແມ່ນແນວທາງແບບປະຊາທິປະໄຕ.

ກອງປະຊຸມສະພາແຫ່ງຊາດ ທີ່ມີຂຶ້ນໃນຮາແວນນາ, ກຸຍບາ, 18 ເມສາ 2018.
ກອງປະຊຸມສະພາແຫ່ງຊາດ ທີ່ມີຂຶ້ນໃນຮາແວນນາ, ກຸຍບາ, 18 ເມສາ 2018.

“ພວກເຮົາຢາກໃຫ້ປະຊາຊົນໄດ້ມີສຽງປາກສຽງເວົ້າໃນດ້ານການເມືອງຂອງພວກ
ເຂົາເຈົ້າ ແລະແນ່ນອນ ການກະທຳດັ່ງກ່າວນີ້ ແມ່ນບໍ່ປາກົດວ່າ ເປັນແບບປົກກະ
ຕິທີ່ໃຫ້ປະຊາຊົນໄດ້ປາກໄດ້ເວົ້າ. ເວົ້າໂດຍພື້ນຖານແລ້ວແມ່ນວ່າ ພວກເຂົາເຈົ້າບໍ່ໄດ້
ມີທາງເລືອກຢ່າງແທ້ຈິງແລະມີຄວາມໝາຍເລີຍ ເພາະວ່າການດຳເນີນງານບໍ່ໄດ້
ເປັນໄປແບບປະຊາທິປະໄຕ.”

ທ່ານນາງ Nauert ກ່າວວ່າ ລັດຖະບານຢາກເຫັນວ່າ “ປະເທດກິວບາມີອິດສະລະເສລີ ແລະປະຊາທິປະໄຕຫຼາຍຂຶ້ນ ແຕ່ກໍຈະບໍ່ມອງເຫັນໃນແງ່ດີຫຼາຍຈົນເກີນໄປ.”

ປະທານປະເທດຄົນໃໝ່ຈະຂຶ້ນແທນທ່ານ ຣາອູນ ຄາສໂຕຣ ຜູ້ມີອາຍຸ 86 ປີ ຊຶ່ງກຳລັງ ຈະລົງຈາກອຳນາດ ລຸນຫຼັງສອງສະໄໝ ສະໄໝລະ 5 ປີ. ມື້ລາງອ້າຍຂອງເພິ່ນ ຄືທ່ານ
ຟີແດລ ຄາສໂຕຣ ໄດ້ຮັບໃຊ້ເປັນ ນາຍົກຣັດຖະມົນຕີ ແລະປະທານປະເທດ ລຸນຫຼັງ
ການປະຕິວັດ ດ້ວຍອາວຸດ ໃນປີ 1959 ຈົນກວ່າທ່ານໄດ້ລົ້ມປ່ວຍລົງ ໃນປີ 2006.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ທ່ານ ຣາອູນ ຄາສໂຕຣ ຍັບຍ້າຍອອກຈາກໜ້າທີ່ ຊຶ່ງເປັນຊ່ວງໃໝ່ຂອງກຸຍບາ

As Raul Castro Steps Aside, a New Era for Cuba
please wait

No media source currently available

0:00 0:01:42 0:00

XS
SM
MD
LG