ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄິວບາ ເລີ່ມຕົ້ນ ຂັ້ນຕອນ ການອາວະສານ ຍຸກສະໄໝ ການປົກຄອງ ໂດຍ ຄາສໂຕຣ


ປ້າຍຮູບພາບຂອງມື້ລາງ ຟີແດລ໌ ຄາສໂຕຣ ຢູ່ດ້ານຫລັງຂອງ
ແມ່ຍິງຄົນນຶ່ງ ທີ່ກຳລັງໄປເຖິງໜ່ວຍເລືອກຕັ້ງ ເພື່ອລົງຄະແນນ
ສຽງຂອງລາວ ໃນການເລືອກຕັ້ງ ລະດັບຂັ້ນທ້ອງຖິ່ນ ໃນນະ
ຄອນຫຼວງ ຮາວານາ ຂອງຄິວບາ, ວັນທີ 26 ພະຈິກ 2017.
ປ້າຍຮູບພາບຂອງມື້ລາງ ຟີແດລ໌ ຄາສໂຕຣ ຢູ່ດ້ານຫລັງຂອງ ແມ່ຍິງຄົນນຶ່ງ ທີ່ກຳລັງໄປເຖິງໜ່ວຍເລືອກຕັ້ງ ເພື່ອລົງຄະແນນ ສຽງຂອງລາວ ໃນການເລືອກຕັ້ງ ລະດັບຂັ້ນທ້ອງຖິ່ນ ໃນນະ ຄອນຫຼວງ ຮາວານາ ຂອງຄິວບາ, ວັນທີ 26 ພະຈິກ 2017.

ປະທານາທິບໍໍດີ ຄິວບາ ທ່ານ ຣາອູລ ຄາສໂຕຣ ໃນວັນອາທິດວານນີ້ ໄດ້ລົງຄະແນນສຽງ
ຄຽງຂ້າງປະຊາຊົນຫຼາຍພັນຄົນ ໃນການເລືອກຕັ້ງ ລະດັບ ລັດຖະບານທ້ອງຖິ່ນ ທີ່ໄດ້
ເລີ່ມຕົ້ນຂັ້ນຕອນ ເພື່ອສິ້ນສຸດການຄອບຄອງປະເທດ ທີ່ເປັນເກາະດອນ ໂດຍຄອບຄົວ
ຂອງທ່ານ.

ຂະບວນການທີ່ໄດ້ຮັບຄຳແນະນຳຈາກພັກຄອມມູນິສ ໄດ້ມີຂຶ້ນນຶ່ງວັນ ຫຼັງຈາກວັນ
ຄົບຮອບນຶ່ງປີ ຂອງການເສຍຊີວິດຂອງຜູ້ນຳ ຄິວບາ ທ່ານຟີແດວລ໌ ຄາສໂຕຣ.

ຮອງປະທານາທິບໍດີ ຄົນທຳອິດ ຂອງຄິວບາ ທ່ານມິແກວລ໌ ດີອັສ-ຄາແນລ (ຊ້າຍ) ອອກມາຈາກໜ່ວຍເລື່ອກຕັ້ງ ຫຼັງຈາກທີ່ໄດ້ລົງຄະແນນສຽງ ຂອງທ່ານ ຢູ່ໃນນະຄອນຫຼວງ ຂອງຮາວານາ ຂອງຄິວບາ, ວັນທີ 26 ພະຈິກ 2017.
ຮອງປະທານາທິບໍດີ ຄົນທຳອິດ ຂອງຄິວບາ ທ່ານມິແກວລ໌ ດີອັສ-ຄາແນລ (ຊ້າຍ) ອອກມາຈາກໜ່ວຍເລື່ອກຕັ້ງ ຫຼັງຈາກທີ່ໄດ້ລົງຄະແນນສຽງ ຂອງທ່ານ ຢູ່ໃນນະຄອນຫຼວງ ຂອງຮາວານາ ຂອງຄິວບາ, ວັນທີ 26 ພະຈິກ 2017.

ເຖິງແມ່ນວ່າ ຈະບໍ່ມີຜູ້ລົງແຂ່ງຂັນຄົນໃດ ຈາກພັກຝ່າຍຄ້ານເຂົ້າຮ່ວມ ໃນການເລືອກຕັ້ງ
ສຳລັບບ່ອນນັ່ງ 12,50 ຕຳແໜ່ງໃນສະພາ ເມື່ອວັນອາທິດວານນີ້ ກໍຕາມ,ແຕ່ບັນດາ
ຜູ້ລົງຄະແນນສຽງ ຍັງສາມາດເລືອກເອົາຜູ້ລົງແຂ່ງຂັນ 30,000 ຄົນ ທີ່ຖືກແຕ່ງຕັ້ງມາ
ໂດຍໄດ້ຮັບຄວາມເຫັນດ້ວຍ ໃນບັນດາສະພາຂອງໝູ່ບ້ານຕ່າງໆ.

ການລົງຄະແນນສຽງ ລະດັບລັດຖະບານທ້ອງຖິ່ນ, ແມ່ນການເລືອກຕັ້ງ ໂດຍກົງ ພຽງຄັ້ງ
ດຽວຂອງ ຄິວບາ, ເປັນການເລີ່ມຕົ້ນ ຂອງຂັ້ນຕອນ ທີ່ຖືກຄວບຄຸມຢ່າງເຂັ້ມງວດ ເພື່ອຈະ
ເລືອກເອົາບັນດາຜູ້ນຳລັດຖະບານທີ່ມີຕຳແໜ່ງສູງກວ່າ ໃນທີ່ສຸດ. ການເລືອກຕັ້ງໃນ
ເດືອນກຸມພາ ສຳລັບຕຳແໜ່ງຜູ້ຊ່ວຍວ່າການແຂວງ ແລະ ສະພາແຫ່ງຊາດ ແມ່ນຄາດ
ວ່າ ຈະຕັດສິນຜູ້ທີ່ຈະສືບທອດຕຳແໜ່ງ ຂອງທ່ານຣາອູລ, ເຊິ່ງທ່ານໄດ້ກ່າວວ່າ ທ່ານ
ຈະລົງຈາກຕຳແໜ່ງ ຫຼັງຈາກ ການປະຕິບັດໜ້າທີ່ 5 ປີສອງສະໄໝ.

ບັນດາອ້າຍນ້ອງ ຄາສໂຕຣ ໄດ້ເປັນຜູ້ນຳລັດຖະບານມາ ນັບຕັ້ງແຕ່ການປະຕິວັດ ປີ
1959 ເປັນຕົ້ນ ນຳພາໂດຍທ່ານຟີແດວລ໌.

Cuba Elections
please wait
Embed

No media source currently available

0:00 0:01:02 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG