ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄິວບາ ຈະເປີດ ຕະຫລາດ ຊື້ຂາຍລົດ ຫລັງຈາກ ທີ່ຫ້າມມາໄດ້ ເຄິ່ງສັດຕະວັດ


ຜູ້ຊາຍຄົນນຶ່ງ ຢ່າງຢູ່ຂ້າງລົດ ທີ່ເຮັດຢູ່ໃນສະຫະລັດ ທີ່ຈອດໄວ້ ຢູ່ແຄມທະເລຊານເມືອງຫລວງ ຮາວານາ ປະເທດຄິວບາ
ຜູ້ຊາຍຄົນນຶ່ງ ຢ່າງຢູ່ຂ້າງລົດ ທີ່ເຮັດຢູ່ໃນສະຫະລັດ ທີ່ຈອດໄວ້ ຢູ່ແຄມທະເລຊານເມືອງຫລວງ ຮາວານາ ປະເທດຄິວບາ
ຄິວ​ບາ ​ໄດ້​ປະກາດ​ວ່າ ຕົນ​ຈະ​ເປີດ​ຕະຫລາດ​ຊື້​ຂາຍ​ຣົດ ​ໂດຍລົບ
​ລ້າງ ຄໍາສັ່ງຈາກ ລັດຖະບານ ທີ່​ຫ້າມ​ນໍາລົດ​ເຂົ້າປະ​ເທດ ມາ
​ເປັນ​ເວລາ​ເຄິ່ງສັດຕະວັດນັ້ນ.

ລັດຖະບານຄິວ​ບາ ຍັງ​ຄວບ​ຄຸມ​ການ​ຂາຍ ລົດໃໝ່ທີ່​ສົ່ງ​ເຂົ້າ​ມາ
​ແລະ​ລົດເກົ່ານໍາ ​ແຕ່​ວ່າ ການ​ປະ​ກາດ​ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້​ໃຫ້​
ສິດ​ທິ​ແກ່​ຊາວ​ຄິວ​ບາ ຊື້​ລົດ​ຈາກລັດ ​ໂດຍ​ບໍ່​ຕ້ອງ​ມີ​ອະນຸຍາດ​ຈາກ
ລັດຖະບານ.

​ເທົ່າ​ທີ່​ຜ່ານ​ມາ ຊາວ​ຄິວ​ບາຕ້ອງ​ໄດ້​ຂໍອະນຸ​ຍາດ​ຈາກ ກະຊວງ​ຄົມມະນາຄົມ ​ໃນ​ການ​ຊື້
ລົດ​ໃໝ່.​ ໃບອະນຸຍາດທີ່ອາດ​ໃຊ້​ເວລາ​ຫລາຍ​ເດືອນ ​ຈຶ່ງ​ຈະ​ໄດ້​ຮັບນັ້ນ ເປັນ​ການເປີດ
ໂອກາດໃຫ້ມີການ​ການ​ສໍ້​ລາດ​ບັງ​ຫລວງ ​ແລະ​ຕະຫລາດ​ມືດ ​ໃຫ້​ມີໃບ​ອະນຸຍາດບາງ​ຄັ້ງ
ຂາຍຣົດ​ໃນ​ລາຄາ​ທີ່​ແພງກ່ວາ ລາຄາແທ້ໆ​ຂອງລົດ.

ລັດຖະບານຄິວ​ບາ ຮັບ​ຮູ້​ວ່າ ​ໃບອະນຸຍາດດັ່ງກ່າວ ​ໄດ້​ເຮັດ​ໃຫ້​ເກີດ​ຄວາມບໍ່ພໍໃຈ ​ໃນ​ໝູ່
ປະຊາ​ຊົນ.

ການ​ລົບ​ລ້າງ​ຂໍ້ຫ້າມດັ່ງກ່າວ ​ແມ່ນ​ນຶ່ງ​ໃນ​ຫລາຍ​ຮ້ອຍການ​ປະຕິ​ຮູບ ທີ່ຖືກສະເໜີ​ຂຶ້ນ​ມາ​ໂດຍປະທານາທິບໍດີ Raul Castro ​ແລະ​ໄດ້​ຖືກ​ຮັບ​ຮູ້​ຈາກ​ພັກ​ຄອມ​ມິ​ວນິສ ​ໃນ​ປີ 2011.

ລັດຖະບານ​ກ່າວ​ວ່າ ກົດ​ລະບຽບ​ໃໝ່ຈະ​ຖືກນໍາອອກເຜີຍແຜ່​ໃນ​ບໍ່​ຊ້າ​ນີ້ ​ແລະ​ຈະ​ເປັນ​
ກົດໝາຍ 30 ມື້​ຫລັງ​ຈາກພິມ​ເຜີຍແຜ່. ລະອຽດເຈາະ​ຈົງຂອງກົດລະບຽບໃໝ່ນີ້ ຍັງຄົງ
​ບໍ່​ຮູ້ກັນເທື່ອ.
XS
SM
MD
LG