ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນັກເຕະບານຊາຍຄີວບາ 4 ຄົນ ທີ່ໄປແຂ່ງຂັນ ຢູ່ການາດາ ໂຕນໜີ


ພວກແຟນກິລາທີ່ເຊຍນັກເຕະບານຄີວບາ ລໍຖ້າເບິ່ງນັກກິລາ ທີ່ຈະລົງເດີ່ນເພື່ອແຂ່ງຂັນໃນຮອບຄັດເລືອກກິລາເຕະບານ ຫລື World Cup 2014 ຕໍ່ການາດາໃນກຸງຮາວານາຂອງຄີວບາ ໃນວັນສຸກທີ 8 ມີຖຸນາ, 2012. (AP Photo/Franklin Reyes)
ພວກແຟນກິລາທີ່ເຊຍນັກເຕະບານຄີວບາ ລໍຖ້າເບິ່ງນັກກິລາ ທີ່ຈະລົງເດີ່ນເພື່ອແຂ່ງຂັນໃນຮອບຄັດເລືອກກິລາເຕະບານ ຫລື World Cup 2014 ຕໍ່ການາດາໃນກຸງຮາວານາຂອງຄີວບາ ໃນວັນສຸກທີ 8 ມີຖຸນາ, 2012. (AP Photo/Franklin Reyes)
ສະມາຊິກທີມເຕະບານຊາຍຂອງຄີວບາ ທີ່ເດີນທາງໄປຍັງກາ
ນາດາເພື່ອແຂ່ງຂັນຮອບ ຄັດເລືອກເຕະບານໂລກຫລື World
Cup ນັ້ນ ໄດ້ພາກັນໂຕນໜີ.

ທີມເຕະບານຄີວບາ ໄດ້ໄປເຖິງນະຄອນ Toronto ໂດຍມີນັກ
ກິລາທັງໝົດ 15 ຄົນ ແຕ່ວ່າ ມີແຕ່ 11 ຄົນ ເທົ່ານັ້ນ ທີ່ໄດ້ເຂົ້າ
ຮ່ວມການແຂ່ງຂັນ ໃນວັນສຸກວານນີ້.

ຄູຝຶກທີມຄີວບາ ທ່ານ Alexander Gonzalez ເວົ້າວ່າ 4 ຄົນ
ແມ່ນໂຕນໜີຈາກທີມ ແລະຜູ້ນຶ່ງໃນນັ້ນແມ່ນບໍ່ສະບາຍ.

ທ່ານ Gonzalez ເວົ້າວ່າ ສະພາບການດັ່ງກ່າວ ບໍ່ໄດ້ຜິດປົກ
ກະຕິແຕ່ຢ່າງໃດ ສໍາລັບພວກນັກກິລາຄີວບາ ທີ່ເດີນທາງໄປ
ຮອບໂລກ. ທ່ານກ່າວອີກວ່າ “ພວກເຂົາເຈົ້າຕ່າງກໍຕາມຫາຄວາມໄຝ່ຝັນ ທີ່ຢາກມີຊີວິດ ການເປັນຢູ່ດີໆແບບຄົນອາເມຣິກັນຫລື American Dream.”

ທ່ານກ່າວວ່າ ມັນ “ເປັນການຍາກ” ທີ່ຈະຮັກສາທີມໃຫ້ຢູ່ນໍາກັນໄດ້ ແລະກໍເປັນ “ການຍາກ” ສໍາລັບທ່ານ ທີ່ຈະເວົ້າກ່ຽວກັບເລື້ອງນີ້.

ການາດາໄດ້ໃຫ້ນັກກິລາສຳລອງ 10 ຄົນ ລົງແຂ່ງຂັນໃນວັນສຸກວານນີ້. ຕັ່ງນັ່ງລໍຖ້າຂອງ ພວກນັກກິລາຄີວບາ ແມ່ນເປົ່າແປນ ຍົກເວັ້ນມີແຕ່ພວກຄູຝຶກ ເທົ່ານັ້ນ.

ການາດາໄດ້ຊະນະຄີວບາ 3 ປະຕູຕໍ່ 0.
XS
SM
MD
LG