ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຮຽກຮ້ອງ ໃຫ້ຄິວບາ ປ່ອຍທ່ານ Alan Gross


ທ່ານນາງ Victoria Nuland ໂຄສົກກະຊວງການຕ່າງປະເທດສະຫະລັດ
ທ່ານນາງ Victoria Nuland ໂຄສົກກະຊວງການຕ່າງປະເທດສະຫະລັດ

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ຮຽກຮ້ອງ​ໃຫ້​ຄິວ​ບາ ປ່ອຍ​ຜູ້​ຮັບ​ເໝົາ​ຄົນອາ​ເມຣິກັນ
ທ່ານ Alan Gross ທີ່​ຖືກ​ຄຸມ​ຂັງ​ຢູ່ເວລາ​ນີ້ໃນທັນທີ ​ໂດຍ​ກ່າວ​ວ່າ ສຸຂະພາບ​ຂອງ​ລາວ​ໄດ້​
ຊຸມ​ໂຊມລົງແລະຜູ້ກ່ຽວ​ບໍ່​ສາມາດ​ຍ່າງ​ໄດ້​ອີກ​ແລ້ວ.

ທ່ານນາງ Victoria Nuland ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດກ່າວວ່າ ທ່ານ
Gross ທີ່​ຖືກ​ຈັບ​ດົນ​ກວ່າ 2 ປີ​ເຄິ່ງ​ແລ້ວນັ້ນໄດ້ມີ​ນໍ້າໜັກຫຼຸດລົງ 45 ກິ​ໂລຢູ່​ໃນ​ຄຸກ​ແລະ
​ເວລາ​ນີ້ຜູ້ກ່ຽວ​ບໍ່​ສາມາດ​ຍ່າງ​ໄດ້​ຍ້ອນປວດ​ຂໍ້​ເປັນ​ປະດົງ.

ທ່ານ Gross ​ໄດ້​ຖືກ​ຈັບ ​ທີ່​ນະຄອນຫຼວງຮາ​ວາ​ນາ​ ໃນ​ເດືອນ​ທັນວາ​ປີ 2009 ​ແລະໄດ້​
ຖືກ​ຕັດສິນ​ໃນ​ເວລາ​ຕໍ່​ມາ​ ໃຫ້​ຈຳ​ຄຸກ 15 ປີ ​ໃນ​ຂໍ້​ຫາ​ກໍ່​ອາ​ຊະ​ຍາ​ກຳ​ ຕ້ານຄິວ​ບາ. ທ່ານ
Gross ທີ່​ໄດ້​ເຮັດ​ວຽກ​ໃຫ້ບໍລິສັດ​ເອກ​ກະ​ຊົນບໍລິສັດ​ນຶ່ງ​ທີ່​ຖືກ​ວ່າ​ຈ້າງ​ໂດຍອົງການ​ຢູ​ເສດ​
ຂອງ​ສະຫະລັດໄດ້​ຖືກ​ກ່າວ​ຫາ​ວ່າ​ແຈກ​ຢາຍ​ອຸບປະກອນ​ອິ​ນ​ເຕີ​ແນັດ​ແລະ​ໂທລະສັບ​ດາວ​
ທຽມ ​ໃຫ້​ແກ່​ກຸ່ມ​ຄັດຄ້ານ​ລັດຖະບານ ​ໃນ​ຄິວ​ບາ. ທ່ານ Gross ​ເວົ້າວ່າ ລາວ​ໄດ້​ພະຍາ
ຍາມ​ສະໜອງ​ການບໍລິ​ການທາງ​ອິນ​ເຕີ​ແນັດ ​ໃຫ້​ແກ່ສະມາຊິກ​ຂອງ​ປະຊາ​ຄົມ​ຊາວ​ຢິວທີ່​
ນ້ອຍ​ໆ​ຢູ່​ໃນ​ຄິວ​ບາ.

ທ່ານ Gross ​ໄດ້​ຂໍ​ຮ້ອງ​ຕໍ່​ລັດຖະບານ​ຄິວ​ບາ ​ເພື່ອ​ຈະ​ເດີນທາງ​ກັບ​ຄືນ​ມາ​ຍັງສະຫະລັດ
​ແລະ​ຢ້ຽມຢາມ​ມານ​ດາ​ຂອງ​ລາວ​ທີ່​ກຳລັງ​ປ່ວຍ​ໜັກ​ຢູ່​ນັ້ນ.

XS
SM
MD
LG