ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄິວບາ ເປີດກອງປະຊຸມໃຫຍ່ ພັກຄອມມູນິສ


ປະທານາທິບໍດີຄິວບາ ທ່ານ Raul Castro (ຊ້າຍ) ໄປສົ່ງອະດີດປະທານາທິບໍດີສະຫະລັດ ທ່ານຈິມມີ ຄາຣ໌ເຕີ ຂະນະທີ່ທ່ານຄາຣ໌ເຕີ ອອກເດີນທາງຈາກສະໜາມບິນ Marti ໃນນະຄອນຫຼວງຮາວານາ (30 ມີນາ 2011)
ປະທານາທິບໍດີຄິວບາ ທ່ານ Raul Castro (ຊ້າຍ) ໄປສົ່ງອະດີດປະທານາທິບໍດີສະຫະລັດ ທ່ານຈິມມີ ຄາຣ໌ເຕີ ຂະນະທີ່ທ່ານຄາຣ໌ເຕີ ອອກເດີນທາງຈາກສະໜາມບິນ Marti ໃນນະຄອນຫຼວງຮາວານາ (30 ມີນາ 2011)

ມີກຳນົດວ່າ ພັກຄອມມູນິສຄິວບາ ທີ່ປົກຄອງປະເທດ
ຢູ່ໃນເວລານີ້ ຈະໃຫ້ການອະນຸມັດຕໍ່ການປະຕິຮູບທາງ
ດ້ານເສດຖະກິດ ທີ່ສຳຄັນໆ ແລະບາງທີອາດຈະເລີ່ມ
ໂອນອຳນາດ ໄປໃຫ້ຄະນະນຳພາຊຸດໃໝ່ ຢູ່ທີ່ກອງປະ
ຊຸມໃຫຍ່ຂອງພັກໃນຮອບເກືອບ 14 ປີ.

ກອງປະຊຸມເປັນເວລາ 4 ມື້ມີກຳນົດວ່າຈະເລີ້ມຂຶ້ນໃນ
ວັນເສົາມື້ນີ້ ຊຶ່ງກອງປະຊຸມເຫຼົ່ານີ້ມັກນຳພາໄປສູ່ການ
ປ່ຽນແປງທີ່ສຳຄັນໆຢູ່ໃນຄິວບານັບແຕ່ໄດ້ມີການປະຕິ
ວັດໃນປີ 1959.

ປະທານາທິບໍດີຄິວບາທ່ານ Raul Castro ກ່າວວ່າ
ການປະຕິຮູບຊຶ່ງໄດ້ມີການກ່າວເຖິງເປັນເທື່ອທຳອິດ
ໃນປີກາຍນີ້ ຈະບໍ່ເປີດກວ້າງປະເທດຄິວບາໃຫ້ແກ່ລັດ
ທິນາຍທຶນ. ແຕ່ເສດຖະກິດຂອງຄິວບາໄດ້ປະສົບກັບບັນຫາຢ່າງຮ້າຍແຮງແລະທ່ານ Raul Castro ໄດ້ດຳເນີນຄວາມ ພະຍາຍາມເພື່ອໃຫ້ການສະໜັບສະໜຸນຕໍ່ວິສາຫະກິດເອກກະຊົນ
ຂະນະທີ່ຕັດການໃຊ້ຈ່າຍຂອງລັດຖະບານລົງ.

ນຶ່ງໃນການປ່ຽນແປງທີ່ສຳຄັນສຸດ ກໍຈະແມ່ນການປົດພະນັກງານລັດ 1 ລ້ານ 5 ແສນຄົນ
ໃນໄລຍະ 3 ປີຕໍ່ໜ້າຫຼືປະມານ 10% ຂອງຈຳນວນປະຊາກອນທັງໝົດຂອງຄິວບາທີ່ມີຢູ່
11 ລ້ານຄົນ. ໃນການພະຍາຍາມເພື່ອຜ່ອນຄາຍຜົນກະທົບດັ່ງກ່າວທ່ານ Raul Castro ກໍໄດ້ໃຫ້ການອະນຸຍາດເພີ່ມຂຶ້ນ ກ່ຽວກັບການເຮັດທຸລະກິດຕົນເອງ ແລະຂະຫຍາຍໂອ
ກາດໃນການລົງທຶນຂອງຕ່າງປະເທດ.

ທ່ານ Raul Castro ກ່າວວ່າ ຄິວບາຕ້ອງໄດ້ປົວແປງເສດຖະກິດຂອງຕົນຫຼືບໍ່ດັ່ງນັ້ນແລ້ວ
ກໍຈະຫຼົ້ມຈົມ ແລະທ່ານເອງ ພ້ອມທັງຄະນະນຳພາປະວັດສາດອື່ນໆ ແມ່ນມີຄວາມຮັບຜິດ
ຊອບທີ່ຈະຕ້ອງໄດ້ແກ້ໄຂຄວາມຜິດພາດກ່ອນທີ່ພວກທ່ານຈະອອກຈາກໜ້າທີ່ໄປ.

ແຕ່ນອກນັ້ນຍັງເປັນທີ່ຄາດກັນວ່າໃນລະຫວ່າງກອງປະຊຸມໃຫຍ່ຂອງພັກທ່ານຍັງຈະໄດ້
ເປີດການສົນທະນາຫາລື ກ່ຽວກັບວ່າໃຜຈະເປັນຜູ້ປົກຄອງຄິວບາໃນອະນາຄົດ.

ທ່ານ Raul Castro ໄດ້ເຂົ້າຮັບໜ້າທີ່ເປັນປະທານາທິບໍດີຢ່າງເປັນທາງການໃນປີ 2008 ຕໍ່ຈາກອ້າຍຂອງທ່ານຄືທ່ານ Fidel Castro ຊຶ່ງໃນເວລານີ້ມີອາຍຸ 84 ປີ ທີ່ໄດ້ທຳການ
ຜ່າຕັດລໍາໄສ້ເມື່ອ 2 ປີກ່ອນແລະໄດ້ມອບອຳນາດໃຫ້ແກ່ນ້ອງຊາຍ.

ທ່ານ Raul Castro ມີອາຍຸ 80 ປີໃນປີນີ້ແລະກ່າວວ່ານີ້ຈະເປັນກອງປະຊຸມໃຫຍ່ຄັ້ງສຸດ
ທ້າຍສຳລັບຮຸ້ນຂອງທ່ານ.

XS
SM
MD
LG