ຈັບຢູ່ຄອງພານາມານັ້ນ ໄດ້ບັນທຸກອາວຸດຈາກຄິວບາ.
ກະຊວງຕ່າງປະເທດຄິວບາກ່າວວ່າ ອັນທີ່ຮ້ອງວ່າ ອາວຸດທີ່
“ຫຼ້າສະໄໝແລ້ວ"ແມ່ນຮວມທັງລູກສອນໄຟຕໍ່ຕ້ານອາກາດສະ
ຍານ ຊິ້ນສ່ວນຈະຫຼວດທີ່ມ້າງແລ້ວ ແລະອຸບປະກອນທາງທະ
ຫານອື່ນໆ ທີ່ສົ່ງໄປສ້ອມແປງຢູ່ເກົາຫລີເໜືອ.
ບັນດາເຈົ້າໜ້າທີ່ພານາມາ ໄດ້ຢຸດກໍາປັ່ນໃນຖານສົງໄສວ່າ ບັນ
ທຸກຢາເສບຕິດ. ແຕ່ພວກເຂົາເຈົ້າໄດ້ພົບເຫັນ ໃນວັນຈັນຜ່ານ
ມານີ້ ໃນອັນທີ່ເຂົາເຈົ້າບັນລະຍາຍວ່າ “ເປັນອຸບປະກອນລູກ
ສອນໄຟທີ່ທັນສະໄໝ” ທີ່ຊຸກເຊື່ອງໄວ້ຢູ່ກັບນໍ້າອ້ອຍ.
ເຈົ້າໜ້າທີ່ກ່າວວ່າ ແຄັບແຕັນເຮືອ ໄດ້ພະຍາຍາມຂ້າໂຕຕາຍ ແລະພວກລູກເຮືອ 35 ຄົນໄດ້ຖືກຄວບຄຸມໂຕໄວ້ຫລັງຈາກປະຕິເສດບໍ່ຍອມໃຫ້ການຮ່ວມມື.
ຄະດີດັ່ງກ່າວນີ້ ອາດຈະມອບໃຫ້ອົງການສະຫະປະຊາຊາດທຳການສືບສວນ ເບິ່ງວ່າ ອາວຸດເຫຼົ່ານີ້ລະເມີດຕໍ່ການລົງໂທດຂອງສະຫະປະຊາຊາດຫລືບໍ່ ທີ່ ຫ້າມບໍ່ໃຫ້ເກົາຫຼີເໜືອ ຊື້ຫຼືຂາຍລູກສອນໄຟຂີປະນາວຸດ ຫຼືເທັກໂນໂລຈີນິວເຄລຍໃດກໍຕາມ.