ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານຟິເດລ ຄາສໂຕຣ ປາກົດຕົວເທື່ອທໍາອິດ ຫລັງຈາກລົ້ມປ່ວຍ


ມີລາຍງານວ່າ ອະດີດປະທານາທິບໍດີຄິວບາ ທ່ານ ຟິເດລ ຄາສໂຕຣ ໄດ້ອອກປາກົດຕົວຕໍ່ໜ້າສາທາລະນະເທື່ອທຳອິດ ຫລັງຈາກທີ່ທ່ານລົ້ມປ່ວຍມາ ໄດ້ສີ່ປີຜ່ານມາ ໂດຍທ່ານໄດ້ອອກໄປຢ້ຽມຢາມສະຖານ ວິດທະຍາສາດແຫ່ງນຶ່ງໃນກຸງຮາວານາ.

ຮູບພາບຂອງທ່ານທີ່ຖ່າຍໂດຍໂທລະສັບມືຖືເມື່ອວັນພຸດຜ່ານມາ ແລະໄດ້ລົງໃນເວບໄຊ້ຂອງພວກນິຍົມລັດຖະບານເມື່ອວັນເສົາວານນີ້ ເປັນຮູບພາບ ທີ່ທ່ານຟິເດລ ຄາສໂຕຣ ກຳລັງຍິ້ມແລະໂອ້ລົມກັບພວກ ປະຊາຊົນຢູ່ທີ່ສູນກາງຄົ້ນຄວ້າວິດທະຍາສາດແຫ່ງຊາດ ທ່ານຟິເດລແຕ່ງຕົວດ້ວຍເຄຶ່ອງ ນຸ່ງແບບກີລາ.

ນາງ Rosa Baez ນັກຂຽນຂ່າວເວບໄຊ້ທ໌ ໄດ້ຂຽນວ່າມີຄົນເຫັນ ທ່ານກຳລັງສົ່ງຈູບແກ່ກຸ່ມປະຊາຊົນ ທີ່ລໍຖ້າຈະໄດ້ເຫັນຕົວທ່ານ. ນາງ ໂຣຊາ ຂຽນວ່າ ທ່ານຟິເດລ ມີຮ່າງກາຍຈ່ອຍ ແຕ່ເບິ່ງມີສຸຂະພາບດີ ຕາມທີ່ພວກຄົນທີ່ພົບເຫັນທ່ານນັ້ນວ່າ ທ່ານມີຈິດໃຈຜ່ອງໃສດີ ຊຶ່ງຂ່າວດັ່ງກ່າວນີ້ໄດ້ອອກຢູ່ ເວບໄຊ້ທີ່ ເອີ້ນວ່າ ກຸ່ມ​ອອກ​ເວ​ບ​ໄຊ້​ແລະ​ຜູ້ສື່​ຂ່າວ​ຂອງ​ການ​ປະຕິ​ວັດ ຫລື Bloggers and Correspondents of the Revolution.

XS
SM
MD
LG