ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄິວບາ ໄດ້ປາບປາມພວກຈັດການປະທ້ວງ ກ່ອນ​ຈະ​ມີ​ການ​ເດີນ​ຂະ​ບວນ​ເກີດຂຶ້ນ


ພວກ​ຢູ່​ຂ້າງ​ບ້ານຫລຽວ​ເບິ່ງ​ທຸງ​ຊາດ​ຂອງ​ຄິວ​ບາ​ທີ່ປົກ​ປ່ອງ​ຢ້ຽມ​ຂອງເຮືອນ​ຂອງ​ນັກ​ເຄື່ອນ​ໄຫວ​ຕໍ່​ຕ້ານ​ລັດ​ຖະ​ບານ, ທ່ານ Yunior Garcia Aguilera ໃນ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມທີ່​ຈະ​ຫ້າມ​ທ່ານບໍ່​ໃຫ້ສື່​ສານ​ກັບຄົນ​ຂ້າງ​ນອກ​ໃນ​ນະ​ຄອນ​ຫລວງ Havana ຂອງ​ຄິວ​ບາ, ວັນ​ທີ 14 ພະ​ຈິກ, 2021
ພວກ​ຢູ່​ຂ້າງ​ບ້ານຫລຽວ​ເບິ່ງ​ທຸງ​ຊາດ​ຂອງ​ຄິວ​ບາ​ທີ່ປົກ​ປ່ອງ​ຢ້ຽມ​ຂອງເຮືອນ​ຂອງ​ນັກ​ເຄື່ອນ​ໄຫວ​ຕໍ່​ຕ້ານ​ລັດ​ຖະ​ບານ, ທ່ານ Yunior Garcia Aguilera ໃນ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມທີ່​ຈະ​ຫ້າມ​ທ່ານບໍ່​ໃຫ້ສື່​ສານ​ກັບຄົນ​ຂ້າງ​ນອກ​ໃນ​ນະ​ຄອນ​ຫລວງ Havana ຂອງ​ຄິວ​ບາ, ວັນ​ທີ 14 ພະ​ຈິກ, 2021

ຕຳຫລວດຄິວບາໄດ້ປາບປາມພວກຈັດການປະທ້ວງໃນວັນຈັນວານນີ້ ແລະໄດ້ ລົງໄປ​ປະ​ຈຳຢູ່​ຕາມຖະໜົນຫົນທາງຕ່າງໆເປັນຈຳນວນຫຼວງຫຼາຍ ເພື່ອປ້ອງກັນ ບໍ່ໃຫ້ການປະທ້ວງ ທີ່ຖືກຫ້າມ ບໍ່ໃຫ້ຈັດຂຶ້ນນັ້ນ.

ລັດຖະບານ​ຄິວ​ບາ​ໄດ້​ຫ້າມ​ບໍ່​ໃຫ້ມີ "ການ​ເດີນ​ຂະ​ບວນປະ​ທ້ວງ​ເພື່ອແນ​ໃສ່​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ" ​ແລະ​ກ່າວ​ເຕືອນ​ຝ່າຍ​ຄ້ານ​ວ່າ ​ຈະ​ຕົນບໍ່​ປະ​ນິ​ປະ​ນອມ​ຕໍ່​ການ​ກະທຳ​ທີ່​ເອີ້ນວ່າ "ຕ້ານ​ການ​ປະຕິວັດ" ​ແລະ​ກໍ່​ການ​ຮ້າຍນັ້ນ. ລັດຖະບານ​ກ່າວ​ວ່າ ຕົນ​ເຊື່ອ​ວ່າ​ການ​ປະ​ທ້ວງ​ແມ່ນ​ສ່ວນ​ນຶ່ງ​ຂອງ​ແຜນການ​ແຊກ​ແຊງ​ຂອງ​ສະຫະລັດ, ​ໃນ​ຂໍ້​ກ່າວ​ຫາ​ທີ່​ເຈົ້າ​ໜ້າ​ທີ່​ສະຫະລັດ​ໄດ້​ປະຕິ​ເສດ.

ກ່ອນ​ການ​ເດີນ​ຂະ​ບວນ​ທີ່​ໄດ້​ວາງ​ແຜນ​ໄວ້​ໃນ​ວັນ​ຈັນ​ວານ​ນີ້, ຕຳຫຼວດ​ນອກ​ເຄື່ອງ​ແບບເປັນ​ຈຳ​ນວນ​ຫລວງ​ຫລາຍໄດ້​ປິດ​ລ້ອມ​ເຮືອນ​ຂອງ​ພວກນັກ​ເຄື່ອນ​ໄຫວແລະ ​ນັກ​ຂ່າວ​ອິດ​ສະ​ຫລະ ເພື່ອ​ຫ້າມ​ບໍ່​ໃຫ້​ເຂົາ​ເຈົ້າ​ອອກຈາກເຮືອນໄປ.

​ບັນ​ດານັກ​ຂ່າວ​ກ່າວ​ວ່າ ລັດ​ຖະ​ບານ​ໄດ້​ພະ​ຍາ​ຍາມ​ຢຸດ​ເຊົາ​ການ​ປະ​ທ້ວງ​ໂດຍ​ການ​ປ້ອງ​ກັນ​ບໍ່​ໃຫ້ພວກ​ຜູ້​ນຳ​ປະ​ທ້ວງ ແລະ​ບັນ​ດາ​ນັກ​ຂ່າວ​ອອກ​ໄປ​ຂ້າງ​ນອກ.

ອົງການຂ່າວ AFP ຂອງ​ຝ​ຣັ່ງລາຍງານວ່າ ຕຳຫຼວດໄດ້ຈັບກຸມ ພວກຕໍ່​ຕ້ານຄົນສຳຄັນ ຫຼາຍຊົ່ວໂມງກ່ອນຈະ​ມີການໂຮມຊຸມນຸມທີ່ວາງແຜນໄວ້, ລວມທັງຜູ້ນຳຝ່າຍຄ້ານ ທ່ານມາ​ນູ​ແອ​ລ ຄູ​ແອສ​ຕາ ມໍ​ຣູ​ອາ (Manuel Cuesta Morua); ທ່ານ​ນາງເບີ​ຕາ ໂຊ​ເລີ (Berta Soler), ຜູ້ນໍາຂອງຂະ​ບວນ​ການ ການເຄື່ອນໄຫວ​ປົກ​ປ້ອງສິດທິຂອງ​ສະ​ຕີໃນ​ຊຸດສີຂາວຫລື Ladies in White Ladies ແລະສາມີຂອງທ່ານ​ນາງ ໂຊ​ເລີ (Soler), ທ່ານ​ແອນ​ໂຈ​ລ ໂມ​ຢາ (Angel Moya).

ອົງການຂ່າວ AFP ຍັງ​ລາຍ​ງານ​ອີກ​ວ່າ ຕຳຫຼວດ​ປະກອບ​ອາວຸດ​ໃນ​ເຄື່ອງ​ແບບ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ເກືອບ​ທຸກ​ແຈ​ໃນ​ຂະນະ​ທີ່​ຕຳຫຼວດ​ນອກ​ເຄື່ອງ​ແບບ​ໄດ້​ລາດຕະ​ເວນ​ຕາມ​ສວນສາທາລະນະ ​ແລະ​ສະໜາມ​ຫຼວງ​ຂອງ​ເມືອງ.

ໃນວັນອາທິດຜ່ານ​ມາ, ເຈົ້າໜ້າທີ່ຄິວບາໄດ້ປິດລ້ອມເຮືອນຂອງທ່ານ​ຢູ​ເນຍ ກາ​ເຊຍ ອາ​ກິວ​ເລີ​ຣາ (Yunior Garcia Aguilera), ຜູ້ນໍາຂອງກຸ່ມ ອາ​ຊີ​ປີ​ເອ​ລາ​ໂກ (Archipiélago), ຊຶ່ງ​ເປັນກຸ່ມທີ່ວາງແຜນໃນການເດີນຂະບວນໃນວັນຈັນ ວານນີ້.

ທ່ານ​ກາ​ເຊຍ (Garcia) ມີ​ກຳ​ນົດ​ທີ່​ຈະ​ໄປເດີນ​ຂະ​ບວນດ່ຽວໃນຕອນບ່າຍ ວັນອາທິດຜ່ານ​ມາ, ແລະທ່ານໄດ້ວາງແຜນທີ່ຈະຖືດອກກຸຫລາບສີຂາວດອກ ດຽວເພື່ອສະແດງ​ການຫນັບສະຫນູນແກ່ຄົນທີ່ບໍ່ສາມາດເຂົ້າຮ່ວມການ​ເດີນ​ຂະ​ບວນ​ໄດ້ ໃນວັນຈັນວານນີ້. ແຕ່​ທ່ານບໍ່ສາມາດປະຕິບັດຕາມແຜນການຂອງ ທ່ານໄດ້ ເພາະວ່າທີ່ຢູ່ອາໄສຂອງທ່ານຖືກປິດ​ລ້ອມໂດຍເຈົ້າ​ໜ້າ​ທີ່ຂອງລັດຖະບານ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG