ທ່ານ Raul Castro ປະທານາທິບໍດີຄິວບາ ໄດ້ພົບກັບຜູ້ແທນ
ສະຫະລັດ ຄະນະນຶ່ງທີ່ພະຍາຍາມຊອກຫາຊ່ອງທາງເພື່ອ ໃຫ້ປ່ອຍຕົວພົນລະເມືອງອາເມຣິກັນຜູ້ນຶ່ງ ໄດ້ຖືກຄຸມຂັງຢູ່ໃນ
ນະຄອນຫລວງຮາວານາ ມາແຕ່ປີ 2009.
ຖະແຫລງການສະບັບນຶ່ງຈາກລັດຖະບານຄິວບາເວົ້າວ່າ ທ່ານ
Castro ແລະ ຄະນະຜູ້ແທນສະຫະລັດ ທີ່ນໍາພາໂດຍທ່ານ Patrick Leahy ສະມາ ຊິກສະພາສູງສັງກັດພັກ Democrat ໄດ້ສົນທະນາ “ເລື້ອງຜົນປະໂຫຍດຂອງທັງສອງ ປະເທດ.” ລັດ ຖະມົນຕີກະຊວງການຕ່າງປະເທດຄີວບາ ທ່ານ Bruno Rodriguez ກໍໄດ້ເຂົ້າຮ່ວມການພົບປະດັ່ງກ່າວເຊັ່ນກັນ.
ຄະນະຜູ້ແທນລັດຖະສະພາສະຫະລັດຢາກໃຫ້ເຈົ້າໜ້າທີ່ຄີວບາປ່ອຍຕົວທ່ານ Alan Gross ທີ່ໄດ້ຖືກຕັດສິນຈໍາຄຸກ 15 ປີ ລຸນຫລັງທີ່ທ່ານໄດ້ຖືກຈັບຍ້ອນ ມີອຸປະກອນຕິດ ຕໍ່ສື່ສານຢູ່ໃນຄວາມຄອບຄອງ. ທ່ານ Gross ໄປຄີວບາເພື່ອເຮັດວຽກແບບສັນຍາຈ້າງ ກັບໂຄງການນຶ່ງຂອງກະຊວງການຕ່າງປະເທດສະຫະລັດ.
ທ່ານ Leahy ໄດ້ນໍາພາຄະນະຜູ້ແທນທີ່ຄ້າຍຄືກັນ ໄປຍັງຄີວບາໃນປີກາຍນີ້ ຊຶ່ງທ່ານ ກໍໄດ້ພົບກັບທ່ານ Castro ແລະທ່ານ Gross.
ກຸງຮາວານາ ໄດ້ສະເໜີທີ່ຈະປ່ອຍຕົວຂອງທ່ານ Gross ເພື່ອແລກປ່ຽນກັບນັກສືບຄີວ ບາ 5 ຄົນ ທີ່ຖືກຈັບໃນສະຫະລັດ ໃນຊຸມປີ 1990 ແລະໄດ້ຖືກຕັດສິນຈໍາຄຸກເປັນເວ ລາຍາວນານ. ແຕ່ກຸງວໍຊິງຕັນໄດ້ປະຕິເສດ ທີ່ຈະທໍາການແລກປ່ຽນນັກໂທດແບບນີ້.