ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍ Vu ​ອຸທອນ​ໂທດຈໍາ​ຄຸກ 7 ປີ​ ຕໍ່ສານສູງສຸດ ຂອງຫວຽດນາມ


ນາຍ Cu Huy Ha Vu (C) ຢືນຢູລະຫວາງກາງຕຳຫລວດ ໃນການພິຈາລະນາຄຳອຸທອນຂອງຜູກຽວ ຢູສານ, ວັນທີ 2 ສິງຫາ 2011.
ນາຍ Cu Huy Ha Vu (C) ຢືນຢູລະຫວາງກາງຕຳຫລວດ ໃນການພິຈາລະນາຄຳອຸທອນຂອງຜູກຽວ ຢູສານ, ວັນທີ 2 ສິງຫາ 2011.

ທີ່​ຫວຽດນາມ ຕໍາຫຼວດ​ໄດ້​ປິດ​ລ້ອ​ມຖະໜົນ​ຢູ່​ອ້ອມ​ແອ້ມ​ສານ​ປະຊາຊົນສູງ​ສຸດຂອງ​ຫວຽດນາມ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ລະຫວ່າງ​ການ​ຮັບ​ຟັງ​ຄໍາໃຫ້ການໃນ ຄະດີຂອງ​ຜູ້​ຄັດຄ້ານ​ລັດຖະບານ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ຄົນ​ນຶ່ງ​ຂອງ​ປະ​ເທດນັ້ນ.

ນາຍ Cu Huy Ha Vu ​ໄດ້ໄປ​ຍັງ​ສານເພື່ອອຸທອນ​ໂທດຈໍາ​ຄຸກ 7 ປີ​ ທີ່​ສານໄດ້​ຕັດສິນ​ໃນ​ເດືອນ​ເມ​ສາ​ຜ່ານ​ມາ​ ​
ໃນ​ຂໍ້​ຫາ​ເຜີຍ​ແຜ່​ການໂຄສະນາ​ຊວນ​ເຊື່ອ ​ຕໍ່ຕ້ານລັດ. ນາຍ Vu ​ແມ່ນ​ໄດ້​ຢືນຢັນ​ວ່າຕົນ​ບໍລິສຸດ ໂດຍ​ໂຕ້​ແຍ້​ງ​ວ່າ ຄໍາຮຽກຮ້ອງ​ຂອງ​ຕົນເພື່ອ​ໃຫ້​ມີ​ລະບອບການ​ເມືອງ​ທີ່​ມີຫຼາຍພັກ​ຝ່າຍ​ນັ້ນ ບໍ່​ໄດ້​ມີ​ເຈດ​ຕະນາທີ່​ຈະບ່ອນ​ທໍາລາຍ ລັດຖະບານ​ແຕ່​ຢ່າງ​ໃດ​ເລີ​ຍ.

ກ່ອນ​ໜ້າ​ນີ້ ໃນການ​ພິຈາລະນາ​ຄະດີ​ຂັ້ນ​ຕົ້ນຂອງນາຍ Vu ຊຶ່ງ​ມີ​ຂຶ້ນພຽງມື້​ດຽວນັ້ນ ​ທະນາຍຄວາມ​ຄົນ​ນຶ່ງຂອງ​ຜູ້ກ່ຽວ​ ໄດ້​ຖືກ​ໄລ່​ອອກ​ຈາກ​ສານ ​ແລະ​ອີກ 3 ຄົນ​ໄດ້​ຍ່າງ​ອອກໄປ ​ເພື່ອປະ​ທ້ວງ​ ຫຼັງ​ຈາກ​ທີ່​ທາງ​ສານ​ໄດ້​ປະຕິ​ເສດ​ຕໍ່ຄໍາຮ້ອງຂໍເບິ່ງ​ເອກ​ກະສາ​ນທີ່​ທາງ​ສານ​ອ້າງ​ວ່າ​ເປັນ​ຫຼັກ​ຖານ​ ​ຕໍ່ຕ້ານນາຍ Vu ນັ້ນ.

ກະຊວງການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ກ່າວ​ໃນ​ເວລາ​ຕໍ່​ມາ​ວ່າ ການ​ຕັດສິນ​ດັ່ງກ່າວນັ້ນ​ໄດ້ພາ​ໃ​ຫ້ມີ​ຄໍາ​ຖາມ ກ່ຽວ​ກັບ​ຄວາມ​ໝັ້ນ​ໝາຍ​ຂອງຫວຽດນາມ ຕໍ່ ການ​ປົກຄອງ​ດ້ວຍຕົວ​ບົດ​ກົດ​ໝາຍ​ແລະ​ການ​ປະຕິ​ຮູ​ບນັ້ນ​ ​ແລະໄດ້​ຮຽກຮ້ອງ​ໃຫ້​ປ່ອຍ​ຕົວ ນາຍ Vu ​ໂດຍທັນທີ.

XS
SM
MD
LG