ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Cruz ແລະ ທ່ານ Sanders ໄດ້ຮັບໄຊ ຊະນະ ຄັ້ງໃຫຍ່ ໃນການເລືອກຕັ້ງ ຂັ້ນຕົ້ນ


Cruz and Sanders Big Winners in Wisconsin Primary
please wait

No media source currently available

0:00 0:02:38 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ທ່ານ Ted Cruz ຈາກພັກຣີພັບບລີກັນ ແລະ ທ່ານ Bernie Sanders ຈາກພັກເດໂມ ແຄຣັດ ໄດ້ຮັບໄຊຊະນະຄັ້ງໃຫຍ່ໃນການ ເລືອກຕັ້ງຂັ້ນຕົ້ນທີ່ລັດ Wisconsin ໃນວັນອັງ ຄານວານນີ້. ທ່ານ Cruz ໄດ້ເອົາຊະນະຜູ້ນຳໜ້າໃນການແຂ່ງຂັນຂອງພັກຣີພັບບລີກັນ ທ່ານ Donald Trump ຢ່າງງ່າຍດາຍ ທັງໄດ້ເພີ່ມໂອກາດຢ່າງ ຫຼວງຫຼາຍໃຫ້ ພັກຣິພັບ ບລີກັນ ວ່າຈະໄດ້ມີການແຂ່ງຂັນ ແລະ ມີຄວາມສາມາດບົ່ມຊ້ອນວ່າກອງປະຊຸມສະເໜີຊື່ ຂອງພັກການເມືອງນີ້ຈະມີການແບ່ງແຍກກັນຢ່າງໃຫຽ່ໃນເດືອນກໍລະກົດນີ້. ນັກຂ່າວແຫ່ງ ຊາດຂອງວີໂອເອ Jim Malone ມີລາຍງານຫຼ້າສຸດຈາກນະຄອນຫຼວງ ວໍຊິງຕັນ ກ່ຽວກັບ ການແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຄັ້ງນີ້ ເຊິ່ງ ພຸດທະສອນ ຈະນຳເອົາລາຍລະ ອຽດມາສະເໜີທ່ານ.

ສຳລັບສະມາຊິກສະພາສູງລັດ Texas ທ່ານ Ted Cruz ແລ້ວມັນແມ່ນການໄດ້ຮັບໄຊຊະ ນະຄັ້ງທີ່ໃຫຍ່ທີ່ສຸດຂອງທ່ານ ໃນການແຂ່ງຂັນຂັ້ນຕົ້ນ, ແລະ ກໍເປັນຄວາມລົ້ມແຫຼວຄັ້ງ ໃຫຍ່ສຳລັບຜູ້ນຳໜ້າໃນການແຂ່ງຂັນຂອງພັກຣີິພັບບລີກັນ ທ່ານ Donald Trump.

ທ່ານ Ted Cruz ຜູ້ລົງແຂ່ງຂັນຈາກພັກຣີພັບບລີກັນ ກ່າວວ່າ “ຄ່ຳຄືນນີ້ມັນແມ່ນຈຸດປ່ຽນ ແປງຂອງການແຂ່ງຂັນ, ມັນເປັນຄຳເວົ້າທີ່ໃຫ້ກຳລັງໃຈ. ມັນແມ່ນການຮຽກຮ້ອງຈາກ ບັນດາຜູ້ຊາຍ ແລະ ແມ່ຍິງທີ່ເຮັດວຽກຢ່າງຂະຫຍັນຂັນແຂງໃນລັດ Wisconsin ໃຫ້ ປະຊາຊົນ ອາເມຣິກາ. ພວກເຮົາມີສິດໃນການສະແດງຄວາມຄິດເຫັນ, ມີທາງເລືອກ ອັນແທ້ຈິງ. ຂ້າພະເຈົ້າມີຄວາມໝັ້ນໃຈຫຼາຍ ແລະ ຫຼາຍຂຶ້ນກວ່າເກົ່າວ່າ ການໂຄສະນາ ຫາສຽງຂອງພວກເຮົາຈະໄດ້ຮັບຜູ້ແທນຈຳນວນ 1,237 ຄົນ ເຊິ່ງພວກເຮົາຕ້ອງການ ເພື່ອເອົາຊະນະໃນການຖືກສະເໜີຊື່ຂອງພັກຣີພັບບລີກັນ.”

ທ່ານ Trump ໄດ້ຮັບຄວາມເສຍຫາຍ ບາງເທື່ອເປັນການເສຍໄຊຄັ້ງຮ້າຍແຮງທີ່ສຸດຂອງ ທ່ານໃນການແຂ່ງຂັນ, ເປັນການສູນເສຍທີ່ເຮັດໃຫ້ແຮງພັກດັນຂອງທ່ານຫຼຸດລົງ ທັງເຮັດ ໃຫ້ມັນເບິ່ງຄືວ່າ ພັກຣີພັບບລີກັນຈະໄດ້ຈັດກອງປະຊຸມການແຂ່ງຂັນສະເໜີຊື່ທີ່ລັດ Cleveland ໃນເດືອນກໍລະກົດນີ້.

ທ່ານ Trump ໄດ້ອອກຖະແຫຼງການສະບັບໜຶ່ງໂດຍເວົ້າໃສ່ທ່ານ Cruz ວ່າເປັນຄືກັນກັບ “ມ້າອຸບາຍ” ໂຕໜຶ່ງທີ່ກຳລັງເຮັດວຽກສຳລັບສະມາຊິກພັກຣິພັບບລີກັນ ເພື່ອລັກເອົາການ ສະເໜີຊື່ໄປ.

ທ່ານ Trump ບໍ່ໄດ້ຈັດງານໃດໆຕໍ່ສາທາລະນະ ຫຼັງຈາກການປະລາໄຊໃນລັດ Wisconsin, ແຕ່ໄດ້ກ່າວຕໍ່ບັນດານັກຂ່າວກ່ອນໜ້ານີ້ ໃນມື້ຂອງການແຂ່ງຂັນທີ່ສູນ ເລືອກຕັ້ງ.

ທ່ານ Donald Trump ຜູ້ລົງແຂ່ງຂັນຈາກພັກຣີພັບບລີກັນ ກ່າວວ່າ “ໂດຍແທ້ຈິງແລ້ວ ພວກເຮົາມີການໂຄສະນາຫາສຽງທີ່ກຳລັງດຳເນີນໄປໄດ້ດີຫຼາຍ, ແລະ ຂ້າພະເຈົ້ານຳ ໜ້າເປັນໝາຍເລກໜຶ່ງດ້ວຍຄະແນນຢ່າງຫຼວງຫຼາຍ. ແລະ ສິ່ງທີ່ບໍ່ມີໃຜເວົ້າເຖິງກໍແມ່ນ ຈຳນວນຄະແນນສຽງ. ຂ້າພະເຈົ້າມີຄະແນນຫຼາຍກວ່າຄົນອື່ນໆເປັນລ້ານຄະແນນ.”

ຜູ້ປົກຄອງລັດ Ohio ທ່ານ John Kasich ໄດ້ຈົບການແຂ່ງຂັນລົງດ້ວຍອັນດັບທີສາມ ໄດ້ຮັບຄະແນນສຽງຫລຸດໝູ່ຕັ້ງຫຼາຍ.

ໃນການແຂ່ງຂັນຂອງພັກເດໂມແຄຣັດ, ມັນກໍແມ່ນຄ່ຳຄືນແຫ່ງໄຊຊະນະຄັ້ງໃຫຍ່ອີກເທື່ອ ໜຶ່ງສຳລັບທ່ານ Bernie Sanders ໃນຄວາມພະຍາຍາມທີ່ຈະໄລ່ຕາມໃຫ້ທັນຜູ້ນຳໜ້າ ໃນການແຂ່ງຂັນ ທ່ານນາງ Hilary Clinton.

ທ່ານ Bernie Sanders ຜູ້ລົງແຂ່ງຂັນຈາກພັກຣີພັບບລີກັນ ກ່າວວ່າ “ຖ້າພວກເຮົາປຸກ ປະຊາຊົນ ອາເມຣິກາ ໃຫ້ຕື່ນ, ແລະ ຖ້າພວກເຮົາເຮັດວຽກກັບປະຊາຊົນ ແລະ ຄົນອາ ວຸໂສ ແລະ ປະຊາຊົນໄວໜຸ່ມກໍເລີ່ມທີ່ຈະລຸກຂຶ້ນ, ຕໍ່ສູ້ຄືນ ແລະ ກ້າວອອກມາ ແລະ ປ່ອນບັດເລືອກຕັ້ງໃນຈຳນວນທີ່ຫຼວງຫຼາຍ, ມັນບໍ່ມີຫຍັງທີ່ພວກເຮົາຈະບໍ່ສາມາດເຮັດ ໃຫ້ສຳເລັດໄດ້.”

ໃນຕອນນີ້ ທ່ານ Sanders ໄດ້ຮັບໄຊຊະນະໃນການແຂ່ງຂັນ 6 ຄັ້ງຈາກການແຂ່ງຂັນ 7 ຄັ້ງທີ່ຜ່ານມາ ນຳໜ້າທ່ານນາງ Clinton ເຊິ່ງທ່ານນາງໄດ້ເລີ່ມການໂຄສະນາຫາສຽງໃນ ວັນອັງຄານວານນີ້ທີ່ນະຄອນ ນິວຢອກ ກ່ອນການເລືອກຕັ້ງຂັ້ນຕົ້ນຂອງພັກຈະຈັດຂຶ້ນໃນ ວັນທີ 19 ເມສານີ້.

ນອກເໜືອຈາກທ່ານ Sanders ແລ້ວ, ທ່ານນາງ Clinton ກໍແມ່ນໄດ້ແນໃສ່ທ່ານ Donald Trump ເຊັ່ນກັນ.

ທ່ານນາງ Hilary Clinton ໄດ້ກ່າວວ່າ “ມີຫຼາຍຄົນໂພດທີ່ພະຍາຍາມແບ່ງແຍກຄົນ ອາ ເມຣິກັນອອກຈາກກັນ. ຂ້າພະເຈົ້າຫວັງວ່າພວກເຂົາເຈົ້າທຸກຄົນຈະມານະຄອນ ນິວ ຢອກ ແລະ ໄຊ້ເວລາຮ່ວມກັນ. ແລະ ໝູ່ຜູ້ທີ່ມາຈາກນະຄອນ ນິວຢອກ ເຊິ່ງແມ່ນທ່ານ Trump, ຂ້າພະເຈົ້າຫວັງວ່າ ລາວຈະອອກມາຈາກຫໍພະສາດສູງຂອງລາວ ແລະ ມາ ຍ່າງຕາມຫົນ ທາງ ແລະ ໃຊ້ເວລາກັບປະຊາຊົນຂອງເມືອງນີ້.”

ເຖິງແມ່ນວ່າທ່ານ Sanders ຈະໄດ້ຮັບແຮງພັກດັນກໍຕາມ, ແຕ່ທ່ານນາງ Clinton ກໍຍັງ ສືບຕໍ່ເປັນຜູ້ນຳໜ້າໃນການມີຈຳນວນຜູ້ແທນທັງໝົດ ໃນການແຂ່ງຂັນຂອງພັກເດໂມ ແຄຣັດຢູ່.

XS
SM
MD
LG