ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຳປັ່ນນຳທ່ຽວ ຊື່ວ່າ Norwegian Breakaway ທີ່ມີຜູ້ຄົນຕິດພະຍາດໂຄວິດ ເດີນທາງຮອດ ທ່າເຮືອຂອງນະຄອນ ນິວອໍລີນ


ຜູ້ຄົນກຳລັງແນມເບິ່ງກຳປັ່ນນຳທ່ຽວ ຊື່ວ່າ Norwegian Breakaway, ຈອດທຽບທ່າໃນແມ່ນ້ຳຮັດສັນ (Hudson River), ຢູ່ນະຄອນນິວຢອກ, ວັນທີ 8 ພຶດສະພາ 2013. 10 ຄົນຢູ່ເທິງກຳປັ່ນ ກວດພົບຕິດເຊື້ອພະຍາດໂຄວິດ-19.
ຜູ້ຄົນກຳລັງແນມເບິ່ງກຳປັ່ນນຳທ່ຽວ ຊື່ວ່າ Norwegian Breakaway, ຈອດທຽບທ່າໃນແມ່ນ້ຳຮັດສັນ (Hudson River), ຢູ່ນະຄອນນິວຢອກ, ວັນທີ 8 ພຶດສະພາ 2013. 10 ຄົນຢູ່ເທິງກຳປັ່ນ ກວດພົບຕິດເຊື້ອພະຍາດໂຄວິດ-19.

ກຳປັ່ນນຳທ່ຽວຂອງບໍລິສັດ Norwegian Cruise Line ພ້ອມກັບຜູ້ໂດຍສານແລະລູູກເຮືອຢ່າງໜ້ອຍ 10 ຄົນທີ່ຕິດເຊື້ອໂຄວິດ-19 ໄດ້ເຂົ້າຈອດທຽບທ່າເຮືອໃນນະຄອນ ນິວອໍລິນສ໌ ລັດລຸຍຊຽນນາ ເມື່ອວັນອາທິດວານນີ້ ບ່ອນທີ່ບັນດາເຈົ້າໜ້າທີ່ສາທາລະນສຸກ ໄດ້ກ່າວວ່າ ພວກເຂົາໄດ້ພະຍາຍາມໃຫ້ຜູ້ຄົນລົງອອກຈາກກຳປັ່ນໂດຍບໍ່ເຮັດໃຫ້ການແຜ່ລະບາດຂອງໄວຣັສໂຄໂຣນາຮ້າຍແຮງຂຶ້ນຕື່ມ ອີງຕາມລາຍງານຂອງອົງການຂ່າວເອພີ.

ສື່ຂ່າວຂອງທ້ອງຖິ່ນໃນນິວອໍລີນສ໌ ໄດ້ຢັ້ງຢືນວ່າ ກຳປັ່ນທີ່ຊື່ວ່າ Norwegian Breakaway ໄດ້ເດີນທາງມາຮອດນະຄອນດັ່ງກ່າວ. ກຳປັ່ນລຳນີ້ ໄດ້ເດີນທາງອອກໄປຈາກນິວອໍລີນສ໌ ໃນວັນທີ 28 ພະຈິກ. ກົມສາທາລະນະສຸກຂອງລັດລຸຍຊຽນນາ ໄດ້ກ່າວເມື່ອຕອນແລງວັນເສົາຜ່ານມານີ້ ໃນຖະແຫລງການ ວ່າ ຕະຫຼອດໄລຍະນຶ່ງອາທິດຜ່ານມາ ກຳປັ່ນດັ່ງກ່າວ ໄດ້ແວ່ຈອດທີ່ ປະເທດ ເບລີສ, ຮອນດູຣາສ ແລະ ເມັກຊິໂກ.

ບໍລິສັດ Norwegian Cruise Line ໄດ້ອອກຖະແຫລງການສະບັບນຶ່ງ ຢືນຢັນວ່າ “ມີກໍລະນີຕິດພະຍາດໂຄວິດ-19 ຈຳນວນນຶ່ງໃນບັນດາແຂກແລະລູກເຮືອ.” ບໍລິສັດດັ່ງກ່າວ ໄດ້ເວົ້າວ່າ ທຸກກໍລິນີທີ່ໄດ້ຖືກກວດພົບ ແມ່ນປະກອບມີບຸກຄົນທີ່ບໍ່ມີອາການເຈັບປ່ວຍໃດໆເລີຍ.

ບໍລິສັດຂອງນໍເວ ໄດ້ກ່າວວ່າ ຕົນໃຫ້ຜູ້ໂດຍສານແລະລູກເຮືອໝົດທຸກຄົນສັກຢາວັກຊີນກັນໄວຣັສໂຄໂຣນາເສຍກ່ອນ ກ່ອນທີ່ຈະອອກເດີນທາງ.

ຖະແຫລງການຂອງບໍລິສັດນີ້ ໄດ້ກ່າວວ່າ “ພວກເຮົາກຳລັງກວດໝົດທຸກຄົນ ທີ່ຢູ່ໃນກຳປັ່ນ Norwegian Breakaway ກ່ອນທີ່ຈະລົງອອກຈາກເຮືອ ພ້ອມກັນນັ້ນ ໃຫ້ຄຳແນະນຳດ້ານສາທາລະນະສຸກຫຼັງການສຳຜັດແລະການກັກໂຕ ຕາມສູນກາງການຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ຫຼື CDC.” ຖະແຫລງການກ່າວຕື່ມວ່າ “ແຂກຜູ້ໃດທີ່ຖືກກວດພົບເປັນບວກສຳລັບພະຍາດໂຄວິດ-19 ກໍຈະຂັບລົດສ່ວນຕົວໄປຍັງບ້ານພັກສ່ວນຕົວຂອງເຂົ້າເຈົ້າ ຫຼືຈະຢູ່ໂດດດ່ຽວດ້ວຍຕົນເອງ ໃນສະຖານທີ່ໆບໍລິສັດສະໜອງໃຫ້ກໍໄດ້.”

ກົມສາທາລະນະສຸກຂອງລັດດັ່ງກ່າວ ຊຶ່ງກຳລັງເຮັດວຽກຮ່ວມກັບບັນດາເຈົ້າໜ້າທີ່ຂອງບໍລິສັດກຳປັ່ນນຳທ່ຽວ, ທາງການລັດ ແລະ ທ້ອງຖິ່ນ ເພື່ອຄວບຄຸມການແຜ່ລະບາດຢູ່ນັ້ນ ໄດ້ກ່າວວ່າ ຢ່າງໜ້ອຍ 10 ຄົນ ທີ່ຢູ່ໃນກຳປັ່ນ ໄດ້ຖືກກວດພົບເປັນບວກສຳລັບພະຍາດໂຄວິດ-19. ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ມີຜູ້ໂດຍສານຫຼາຍກວ່າ 3,200 ຄົນຢູ່ເທິງກຳປັ່ນນຳທ່ຽວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG