ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົບເຫັນ 2 ສົບ​ ຈາກອຸ​ປະ​ຕິ​ເຫດ ເຮືອຕຳ​ກັນ ໃນ​ແມ່​ນ້ຳ​ດາ​ນູບ ​ໃນ​ຮັງ​ກາ​ຣີ


ຜູ້ຄົນໃນທ້ອງຖິ່ນ ແລະນັກຊ່ຽວຂານຊາວເກົາຫຼີໃຕ້ ເຮັດວຽກໃນເຮືອ ຂະນະທີ່ກຳລັງຊອກຄົ້ນຫາພວກທີ່ອາດ
ລອດຊີວິດມາໄດ້ ຈາກສະຖານທີ່ເກີດເຫດ ໃນແມ່ນ້ຳດານູບ,
01 ມິຖຸນາ 2019 ໃນນະຄອນຫຼວງ Budapest.
ຜູ້ຄົນໃນທ້ອງຖິ່ນ ແລະນັກຊ່ຽວຂານຊາວເກົາຫຼີໃຕ້ ເຮັດວຽກໃນເຮືອ ຂະນະທີ່ກຳລັງຊອກຄົ້ນຫາພວກທີ່ອາດ ລອດຊີວິດມາໄດ້ ຈາກສະຖານທີ່ເກີດເຫດ ໃນແມ່ນ້ຳດານູບ, 01 ມິຖຸນາ 2019 ໃນນະຄອນຫຼວງ Budapest.

ຕຳ​ຫຼວດ​ຮັງ​ກາ​ຣີ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ພວກ​ເຄາະ​ຮ້າຍ​ 2 ຄົນ ຈາກອຸ​ປະ​ຕິ​
ເຫດ​ເມື່ອ​ສັບ​ປະ​ດາ​ແລ້ວ​ນີ້ ໃນ​ການ​ຕຳ​ກັນລະ​ຫວ່າງເຮືອ​ທ່ອງ​ທ່ຽວ ແລະ​ເຮືອ​ສຳ​ລານ
ໃນ​ແມ່​ນ້ຳດາ​ນູ​ບ.

ພວກ​ນັກ​ດຳ​ນ້ຳ ໄດ້​ພົບ​ເຫັນ​ສົບຂອງ​ແມ່​ຍິງ​ຄົນ​ນຶ່ງ​ ຂ້າງນອກ​ເຮືອ​ທ່ອງ​ທ່ຽວ Mermaid
​ທີ່​ຈົມ​ລົງ​ ໃນວັນ​ຈັນ​ວານ​ນີ້ ໃນ​ເຂດ​ທີ່​ປະ​ສົບ​ອຸ​ປະ​ຕິ​ເຫດ ໃນ​ນະ ​ຄອນຫຼວງ Budapest. ​
ສົບ​ຄົນ​ທີ 2 ແມ່ນ​ໄດ້​ຖືກ​ລາກ​ຂຶ້ນ​ມາ ​ທີ່​ເມືອງ​ແຫ່ງນຶ່ງ ປະ​ມານ 100 ກິ​ໂລ​ແມັດ ​ທີ່​ຢູ່ທາງ​
ໃຕ້​ຂອງ​ແມ່​ນ້ຳ​ນັ້ນ.

ທ່ານ Gabor Elo (ຊ້າຍ) ແລະທ່ານ Balazs Toth ທະນາຍຄວາມສຳລັບ ກັບຕັນເຮືອ ທີ່ໄດ້ຖືກກ່າວຫາໃນຄະດີເຮືອຕຳກັນ ໃນແມ່ນ້ຳດານູບ ກ່າວຕໍ່ພວກ ນັກຂ່າວ ຕໍ່ໜ້າສານທີ່ນະຄອນຫຼວງ Budapest, 01 ມິຖຸນາ 2019.
ທ່ານ Gabor Elo (ຊ້າຍ) ແລະທ່ານ Balazs Toth ທະນາຍຄວາມສຳລັບ ກັບຕັນເຮືອ ທີ່ໄດ້ຖືກກ່າວຫາໃນຄະດີເຮືອຕຳກັນ ໃນແມ່ນ້ຳດານູບ ກ່າວຕໍ່ພວກ ນັກຂ່າວ ຕໍ່ໜ້າສານທີ່ນະຄອນຫຼວງ Budapest, 01 ມິຖຸນາ 2019.

​ພວກ​ຜູ້​ໂດຍ​ສານ 19 ຄົນ ທີ່​ຢູ່​ໃນເຮືອ​ທ່ອງ​ທ່ຽວ Mermaid ​ຍັງຫາຍ​ສາບ​ສູນ​ຢູ່ ແລະ​ພວກ​ນັກ​ກູ້​ໄພ ກ່​າວ​ວ່າ ມັນ​ເກືອບ​ວ່າ ບໍ່​ມີ​ໂອ​ກາດ​ ທີ່​ຈະ​ພົບ​ເຫັນ​ພວກ​ທີ່​ລອດ​ຊີ​ວິດ​ມາ​ໄດ້ອີກ​ແລ້ວ.

ມີ​ນັກທ່ອງ​ທ່ຽວ​ຊາວ​ເກົາ​ຫຼີ​ໃຕ້ 33 ຄົນ ແລະ​ພວກ​ລູກ​ເຮືອຊາວ​ຮັງ​ກາ​ຣີ 2 ຄົນ ແມ່ນ​ຢູ່​ໃນ​ເຮືອ​ທ່ອງ​ທ່ຽວ Mermaid ໃນຂະ​ນະ​ທີ່​ເຮືອ​ດັ່ງ​ກ່າວ​ແລ່ນ​ຄຽງ​ຂ້າງ​ກັນ​ກັບ​ເຮືອ​ສຳ​ລານ Viking ໃນ​ວັນ​ພຸດ​ແລ້ວ​ນີ້.

ກ້ອງ​ຖ່າຍ​ພາບ​ວົງ​ຈອນ​ປິດ ໄດ້​ສະ​ແດງ​ໃຫ້​ເຫັນ​ເຮືອ​ສຳ​ລານ Viking ໄດ້ຕຳ​ກັບເຮືອ​ທ່ອງ​ທ່ຽວ Mermaid ໃນຂະ​ນະ​ທີ່ເຮືອ​ທັງ​ສອງ​ລຳ ແລ່ນ​ຜ່ານ​ຂົວ Margit ​ທີ່​ຂ້າມ​ແມ່​ນ້ຳ​ດາ​ນູ​ບ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG