ບັນດາຜູ້ໂດຍສານຢູ່ໃນເຮືອນໍາທ່ຽວທີ່ເກີດເຄຶ່ອງຈັກຕິດຄັດ
ນັ້ນໄດ້ເຂົ້າຈອດ ຢູ່ທ່າເຮືອຂອງລັດ Alabama ໃນແລງວັນ
ພະຫັດວານນີ້ ຫລັງຈາກໄດ້ລ່ອງລອຍຢູ່ກາງທະເລ ເປັນເວ
ລາຫ້າມື້ ບັດນີ້ໄດ້ມາເຖິງແຜ່ນ ດິນ ແລະຜູ້ໂດຍສານກໍໄດ້
ກັບຄືນສູ່ບ້ານເຮືອນຂອງໃຜລາວແລ້ວ.
ເຮືອນໍາທ່ຽວ Carnival ທີ່ບັນຈຸຜູ້ໂດຍສານປະມານ 4,000 ຄົນຖືກແກ່ເຂົ້າມາໂດຍເຮືອແກ່ຫຼາຍລຳນັ້ນ ໄດ້ມາເຖິງທ່າເຮືອເມືອງ Mobile ຊຶ່ງເປັນເມືອງທີ່ຕັ້ງຢູ່ໃນອ່າວເມັກຊິໂກຂອງສະຫະລັດ ໃນແລງວັນພະ ຫັດວານນີ້.
ເຮືອນໍາທ່ຽວ Carnival Triump ໄດ້ເດີນທາງອອກຈາກ ເມືອງ Galveston ລັດ Texas ໃນວັນພະຫັດອາທິດແລ້ວເພື່ອນໍາທ່ຽວເປັນ ເວລາສີ່ມື້ ແຕ່ໄດ້ເກີດໄຟໃໝ້ຢູ່ຫ້ອງເຄື່ອງຈັກ ໃນວັນອາທິດ ເຮັດໃຫ້ ເຄື່ອງຈັກຜະລິດໄຟຟ້າທີ່ສຳຄັນຂອງເຮືອໃຊ້ການບໍ່ໄດ້ ແລ້ວປ່ອຍໃຫ້ເຮືອໄຫລລ່ອງລອຍ ຢູ່ຫ່າງຈາກແຫລມ Yucatan ຂອງ Mexico ປະມານ 240 ກິໂລແມັດ.
ບັນດາຜູ້ໂດຍສານຈໍານວນນຶ່ງລາຍງານວ່າ ຫຼາຍໆຫ້ອງໄດ້ຖືກນໍ້າຖ້ວມ ແລະນໍ້າໂສໂຄກໄຫລອອກມາໃສ່ທາງຢ່າງ ແລະຕ້ອງໄດ້ພາກັນນອນຢູ່ຊັ້ນເທິງຂອງເຮືອ ເພື່ອຫລີກລ້ຽງກິ່ນເໝັນ ແລະຄວາມຮ້ອນເອົ້າ ຢູ່ໃນຫ້ອງນອນ. ເຂົາເຈົ້າຍັງລາຍງານອີກວ່າ ມີການລຽນແຖວຍາວເພື່ອຮັບເອົາອາຫານ ແລະເຄື່ອງໃຊ້ຕ່າງໆ.
ຫົວໜ້າບໍລິສັດ Canival ທ່ານ Gerry Cahill ໄດ້ໄປປະກົດໂຕຢູ່ທ່າເຮືອ ເພື່ອຕ້ອນ
ຮັບເຮືອນຳທ່ຽວໂຊກບໍ່ດີລຳນີ້ ແລະບັນດາຜູ້ໂດຍສານທີ່ກັບຄືນເຂົ້າສູ່ຕາຝັ່ງ.
ເຈົ້າໜ້າທີ່ຈາກໜ່ວຍຍາມຝັ່ງຂອງສະຫະລັດ ແລະຄະນະກໍາມະການ ຄຸ້ມຄອງຄວາມປອດໄພດ້ນການຂົນສົ່ງແຫ່ງຊາດຫຼື NTSB ໄດ້ເລີ້ມທໍາການສືບສວນຊອກຫາສາເຫດໄຟໄໝ້ຢູ່ໃນຫ້ອງເຄື່ອງຈັກ. ຄະນະກໍາມະການ NTSB ກ່າວຢູ່ໃນຖະແຫລງຂ່າວວ່າ ເພາະວ່າເຮືອດັ່ງ ກ່າວນີ້ ຕິດທຸງ Bahamas ເພາະສະນັ້ນເຈົ້າໜ້າທີ່ຄຸ້ມຄອງການເດີນ ເຮືອຂອງ Bahamas ຈະເປັນຜູ້ສືບສວນໂດຍຕົງ.