ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາຄາ ນ້ຳມັນດິບ ຕົກຕ່ຳສຸດ ໃນຮອບ 12 ປີ


ລົດຄັນນຶ່ງແລ່ນກາຍ ປ້າຍແຈ້ງລາຄານ້ຳມັນ ຢູ່ປ້ຳແຫ່ງນຶ່ງ ໃນນະຄອນຫຼວງ ໂຕກຽວ ຂອງປະເທດຍີ່ປຸ່ນ, ວັນທີ 16 ທັນວາ 2015.
ລົດຄັນນຶ່ງແລ່ນກາຍ ປ້າຍແຈ້ງລາຄານ້ຳມັນ ຢູ່ປ້ຳແຫ່ງນຶ່ງ ໃນນະຄອນຫຼວງ ໂຕກຽວ ຂອງປະເທດຍີ່ປຸ່ນ, ວັນທີ 16 ທັນວາ 2015.

ນ້ຳມັນດິບທີ່ມີຢ່າງຫຼວງຫຼາຍ ແລະ ຄວາມຕ້ອງການພະລັງງານ
ທີ່ອ່ອນແອລົງ ຈາກເສດຖະກິດອັນໃຫຍ່ຂອງຈີນນັ້ນ ໄດ້ຊ່ອຍ
ຊຸກຍູ້ໃຫ້ລາຄານ້ຳມັນດິບ ຫລຸດລົງໃນວັນອັງຄານວານນີ້ ຈົນ
ຮອດລະດັບທີ່ຕ່ຳທີ່ສຸດ ໃນຮອບ 12 ປີ.

ລາຄາໄດ້ລົດລົງຕ່ຳໜ້ອຍກວ່າ 30 ໂດລາຕໍ່ຖັງ​ເປັນ​ເວລາ​ສັ້ນໆ
ອັນເປັນການຫລຸດລົງຢ່າງໃຫຍ່ຈາກລາຄາທີ່ກາຍ 100 ໂດລາ
ຕໍ່ຖັງ ເມື່ອລະດັບທີ່ສູງສຸດ ໃນເດືອນ ມິຖຸນາ ປີ 2014.

ກຸ່ມການຄ້າອຸດສາຫະກຳນ້ຳມັນຂອງສະຫະລັດ ໄດ້ກ່າວວ່າ
ລາຄານ້ຳມັນທີ່ຕ່ຳນັ້ນ ແມ່ນເປັນການຕັດການລົງທຶນໃນດ້ານສະຖານທີ່ຜະລິດ ຢູ່ແລ້ວ
ແລະ ວ່າຈະບີບຜົນຜະລິດເຂົ້າໃນທີ່ສຸດ.

ໃນບົດລາຍງານສະບັບນຶ່ງ ທີ່ໄດ້ເປີດເຜີຍ ເມື່ອວັນອັງຄານວານນີ້ ບັນດານັກຊ່ຽວຊານ
ຂອງລັດຖະບານກ່າວວ່າ ການຜະລິດນ້ຳມັນດິບຂອງສະຫະລັດ ຈະຫລຸດລົງ ເກືອບ
700,000 ຖັງຕໍ່ມື້ ໃນປີນີ້ ອັນເປັນການຫລຸດລົງຄັ້ງທຳອິດປະຈຳປີ ນັບຕັ້ງແຕ່ປີ 2008
ເປັນຕົ້ນມາ.

ອົງການຂໍ້ມູນພະລັງງານສະຫະລັດ ກ່າວວ່າ ພວກຂັບລົດຍົນຂອງສະ ຫະລັດ ຈະຈ່າຍ
ຄ່ານ້ຳມັນຖືກລົງໜ້ອຍໜຶ່ງ 53 ເຊັນຕໍ່ລິດ ສຳລັບນ້ຳມັນລົດໃນປີນີ້. ພວກເຂົາເຈົ້າຍັງ
ຄາດຄະເນວ່າ ລາຄານ້ຳມັນ ແລະ ແກັສທຳມະຊາດ ທີ່ຫລຸດລົງ ແລະ ອາກາດລະດູ
ໜາວທີ່ບໍ່ໜາວປານໃດ ຈະເຮັດໃຫ້ຄ່າໃຊ້ອາຍ​ອຸ່ນ ສຳລັບຊາວອາເມຣິກັນຫຼາຍຄົນ
ຕ່ຳລົງ ໃນລະດູໜາວປີນີ້.

XS
SM
MD
LG