ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍ​ຮ້ອຍ​ຄົນ ບຸກ​ເຂົ້າ​ໄປ​ໃນ​ເດີ່ນ​ບິນ​ຂອງ​ພາກພື້ນ ດາ​ເກັ​ສ​ຕານ ຂອງ ຣັດ​ເຊຍ, ປິດ​ລ້ອມ​ຖ້ຽວ​ບິນ​ຈາກ ອິ​ສ​ຣາ​ແອ​ລ


​ປະ​ຊາ​ຊົນ​ຮ້ອງ​ຄຳ​ຂວັນ​ຕໍ່​ຕ້ານ​ຊາວ​ຢິວ ຢູ່​ເດີ່ນ​ບິນ ມາ​ຄັກ​ຄາ​ລາ, ຣັດ​ເຊຍ, 30 ຕຸ​ລາ 2023.
​ປະ​ຊາ​ຊົນ​ຮ້ອງ​ຄຳ​ຂວັນ​ຕໍ່​ຕ້ານ​ຊາວ​ຢິວ ຢູ່​ເດີ່ນ​ບິນ ມາ​ຄັກ​ຄາ​ລາ, ຣັດ​ເຊຍ, 30 ຕຸ​ລາ 2023.

ປະ​ຊາ​ຊົນຫຼາຍ​ຮ້ອຍ​ຄົນ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ສະ​ໜາມ​ບິນ​ທີ່​ສຳ​ຄັນ​ໃນ​ພາກ​ພື້ນ ດາ​ເກັ​ສ​ຕານ ຂອງ ຣັດ​ເຊຍ ແລະ ເຂົ້າ​ໄປ​ໃນ​ບ່ອນ​ລົງ​ຈອດ​ຂອງເຮືອ​ບິນເພື່ອ​ຊອກ​ຫາ​ຜູ້​ໂດຍ​ສາຍ​ທີ່​ມາ​ຈາກ​ນະ​ຄອນຫຼວງ ແທ​ລ໌ ອາ​ວີບ ຂອງ ອິ​ສ​ຣາ​ແອ​ລ, ອີງ​ຕາມ​ບັນ​ດາ​ອົງ​ການ​ຂ່າວ​ຂອງ ຣັດ​ເຊຍ ແລະ ການ​ລາຍ​ງານ​ຕ່າງໆ​ໃນ​ສື່​ສັງ​ຄົມ. ອົງ​ການ​ຂ່າວ​ ຣັດ​ເຊຍ ໄດ້​ລາຍ​ງານ​ວ່າ​ຜູ້​ຄົນ​ໄດ້​ຫຸ້ມ​ລ້ອມ​ເຮືອ​ບິນ, ເຊິ່ງ​ເປັນ​ຂອງ​ບໍ​ລິ​ສັດ​ເຮືອ​ບິນ​ບັນ​ທຸກ Red Wings ຂອງ ຣັດ​ເຊຍ. ວິ​ດີ​ໂອ​ໃນ​ສື່​ສັງ​ຄົມ​ໄດ້​ສະ​ແດງ​ໃຫ້​ເຫັນ​ບາງ​ຄົນ​ໃນ​ຝູງ​ຄົນ​ດັ່ງ​ກ່າວ​ໄດ້​ຍົກ​ທຸງ ປາ​ແລັ​ສ​ໄຕ​ນ໌ ແລະ ຄົນ​ອື່ນໆ​ໄດ້​ພະ​ຍາ​ຍາມ​ປີ້ນ​ລົດ​ຕຳຫຼວດ.

ຄຳ​ຂວັນ​ຕໍ່​ຕ້ານ​ຊາວ​ຢິວ ແມ່ນ​ສາ​ມາດ​ໄດ້​ຍິນ​ຈາກ​ຄົນ​ທີ່​ຮ້ອງ​ອອກ​ມາ ແລະ ບາ​ງ​ຄົນ​ໃນ​ຝູງ​ຄົນ​ດັ່ງ​ກ່າວ​ໄດ້​ກວດ​ກາ​ໜັງ​ສືຜ່ານ​ແດນ​ຂອງ​ຜູ້​ໂດຍ​ສານ​ທີ່​ມາ​ຮອດ​ນັ້ນ, ເຊິ່ງ​ປາ​ກົດ​ວ່າ​ພະ​ຍາ​ຍາມ​ທີ່​ຈະ​ລະ​ບຸ​ຕົວຜູ້​ທີ່​ເປັນ​ຊາວ ອິ​ສ​ຣາ​ແອ​ລ. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂອງ​ພາກ​ພື້ນ ດາ​ເກັ​ສ​ຕານ ໄດ້​ກ່າວ​ວ່າຫຼາຍກວ່າ 20 ຄົນ​ແມ່ນ​ໄດ້​ຮັບ​ບາດ​ເຈັບ, ດ້ວຍ​ສອງ​ຄົນ​ມີ​ອາ​ການ​ສາ​ຫັດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG