ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, 07 ຕຸລາ 2026

ກຸ່ມຝ່າຍຕໍ່ຕ້ານ ພວກປະທ້ວງ ປະທະກັນກັບ ພວກປະທ້ວງ ຢູ່ໃຈກາງ ຮົງກົງ

ຊາຍຄົນນຶ່ງຈາກຝ່າຍຕໍ່ຕ້ານ ພວກປະທ້ວງ Occupy Central ຫລື ​ເຂົ້າ​ຄອບຄອງ​ໃຈກາງ​ຮົງ​ກົງ (ຊ້າຍ) ຖືຄີມຕັດສາຍລວດ ທີ່ໃຊ້ຕັດສາຍລວດ ທີ່ມັດສິ່ງກີດຂວາງເຂົ້າກັນ ໃນຂະນະທີ່ຝ່າຍປະທ້ວງສອງຄົນພະຍາຍາມ ສະກັດກັ້ນພວກເຂົາ ຢູ່ໃຈກາງເມືອງ ຮົງກົງ, ວັນທີ 13 ຕຸລາ 2014.
ຊາຍຄົນນຶ່ງຈາກຝ່າຍຕໍ່ຕ້ານ ພວກປະທ້ວງ Occupy Central ຫລື ​ເຂົ້າ​ຄອບຄອງ​ໃຈກາງ​ຮົງ​ກົງ (ຊ້າຍ) ຖືຄີມຕັດສາຍລວດ ທີ່ໃຊ້ຕັດສາຍລວດ ທີ່ມັດສິ່ງກີດຂວາງເຂົ້າກັນ ໃນຂະນະທີ່ຝ່າຍປະທ້ວງສອງຄົນພະຍາຍາມ ສະກັດກັ້ນພວກເຂົາ ຢູ່ໃຈກາງເມືອງ ຮົງກົງ, ວັນທີ 13 ຕຸລາ 2014.

ທີ່ຮົງ​ກົງ ຢູ່ໃຈ​ກາງ​ເມືອງ ມີຫຼາຍຮ້ອຍຄົນ ​ຊຶ່ງຈຳນວນ​ນຶ່ງ​ໃສ່​
ໜ້າ​ກາກ ​ໄດ້ປະ​ທະ​ກັນ​ກັບພວກ​ປະ​ທ້ວງ ທີ່​ທຳ​ການໂຮມ​ຊຸມນຸມ
ປະ​ທ້ວງ​ເປັນ​ເວລາຫຼາຍອາທິດ​ມາ​ແລ້ວ ​ເພື່ອ​ໃຫ້​ມີການ​ປະຕິ​ຮູບ
​ໄປ​ສູ່ປະຊາທິປະ​ໄຕ ຢູ່​ໃນ​ດິ​ນແດນ​ແຫ່ງນັ້ນ​ຂອງ​ຈີນ.

ບາງ​ຄົນ​ ໃນ​ກຸ່ມທີ່​ປະ​ເຊີນ​ໜ້າ​ກັບ​ພວກ​ປະ​ທ້ວງ ​ໃນ​ວັນ​ຈັນມື້​ນີ້ ​
ໄດ້ພະ ຍາຍາມຈະ​ມ້າງ​ລົງ​ ສິ່ງ​ກີດ​ຂວາງ​ຕ່າງໆ​ ທີ່​ພວກ​ປະ​ທ້ວງ​
ໄດ້​ກໍ່ຕັ້ງຂຶ້ນຢູ່​ບ່ອນປະ​ທ້ວງ​ນັ້ນ. ພວກຄົນ​ຂັບ​ລົດ​ຕັກ​ຊີ້​ ກໍໄດ້
ສະແດງ​ຄວາມ​ຄັດຄ້ານ​ ໂດຍ​ການ​ບີບ​ແກ​ລົດ​ຂອງພວກ​ເຂົາເຈົ້າ
​ແລະ ຮ້ອງ​ໃສ່​ພວກ​ປະ​ທ້ວງ​.

ຢູ່​ຕາມ​ແຄມ​ບ່ອນ​ປະ​ທ້ວງ ​ເຈົ້າໜ້າ​ທີ່ຕຳຫລວດ ​ໄດ້ຍົກຍ້າຍ​ສິ່ງ​ກີດ ຂວາງຕ່າງໆ​ອອກ ​ເພື່ອ​ເປີດ​ທາງ​ໃຫ້ການ​ສັນ​ຈອນ​ຂອງ​ລົດ​ລາ ​ຢູ່​ອ້ອມ​ແອ້ມ​ບໍລິ​ເວນ​ປະ​ທ້ວງ​ນັ້ນ.

ພາບ ການປະທະກັນ ລະຫວ່າງ 2 ຝ່າຍ ໃນຮົງກົງ

A crane removes barricades from the main protest site in the Admiralty district, near the government headquarters, in Hong Kong, Oct. 13, 2014.
1/5 A crane removes barricades from the main protest site in the Admiralty district, near the government headquarters, in Hong Kong, Oct. 13, 2014.
ເບິ່ງຕື່ມອີກ Show less
Pro-democracy demonstrators build a barricade on the main road in the occupied areas outside the government headquarters in Hong Kong's Admiralty district, Oct. 13, 2014.
2/5 Pro-democracy demonstrators build a barricade on the main road in the occupied areas outside the government headquarters in Hong Kong's Admiralty district, Oct. 13, 2014.
ເບິ່ງຕື່ມອີກ Show less
An angry crowd charged barricades used by pro-democracy protesters to occupy part of downtown Hong Kong, as a standoff with authorities dragged into a third week, Hong Kong, Oct. 13, 2014.
3/5 An angry crowd charged barricades used by pro-democracy protesters to occupy part of downtown Hong Kong, as a standoff with authorities dragged into a third week, Hong Kong, Oct. 13, 2014.
ເບິ່ງຕື່ມອີກ Show less
People wearing protective masks remove the metal barricades that protesters set up to block off main roads near the heart of the city's financial district, Hong Kong, Oct. 13, 2014.
4/5 People wearing protective masks remove the metal barricades that protesters set up to block off main roads near the heart of the city's financial district, Hong Kong, Oct. 13, 2014.
ເບິ່ງຕື່ມອີກ Show less
A police officer tries to stop a man who is removing the metal barricades that protesters set up to block off main roads near the heart of the city's financial district, Hong Kong, Oct. 13, 2014.
5/5 A police officer tries to stop a man who is removing the metal barricades that protesters set up to block off main roads near the heart of the city's financial district, Hong Kong, Oct. 13, 2014.
ເບິ່ງຕື່ມອີກ Show less
Previous slide
Next slide

​ການປະ​ທ້ວງ​ໄດ້​ເລີ້ມ​ຂຶ້ນ ​ໃນ​ທ້າຍ​ເດືອນ​ກັນ​ຍາ ​ຊຶ່ງ​ພວກ​ອອກ​ມາ​ປະ​ທ້ວງ​ ຈຳນວນຫຼາຍ​ແມ່ນ​ນັກ​ສຶກສາ​ມະຫາວິທະຍາ​ໄລ ​ໄດ້​ຮຽກຮ້ອງ​ໃຫ້​ຜູ້ນຳ​ເຂດ​ປົກຄອງ​ຕົນ​ເອງ​ເຄິ່ງນຶ່ງຂອງ​ຈິນ ກໍ​ຄື​ຮົງ​ກົງ​ນັ້ນ ​ໃຫ້​ລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ​ໃຫ້​ລັດຖະບານ​ຈີນ ປ່ອຍ​ໃຫ້​ຊາວ​ຮົງ​ກົງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ເລືອກເອົາຜູ້ນຳ​ດ້ວຍ​ຕົນເອງ​ ໂດຍ​ບໍ່​ມີ​ຂໍ້​ຈຳກັດ​ໃດໆ​ຕໍ່​ຜູ້​ສະມັກ​ເລືອກ​ຕັ້ງ.

ສ່ວນທ່ານ Leung Chun-ying ຫົວໜ້າ​ບໍລິຫານ​ຮົງ​ກົງ​ ​ໄດ້ກ່າວວ່າ ທ່ານ​ຈະ​ບໍ່​ລົງ​ອອກ​ຈາກ​ຕຳ​ແໜ່​ງ.

​
XS
SM
MD
LG