ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ໂຄຣເອເຊຍ ປ່ອນບັດ ລົງຄະແນນສຽງ ໃນການເລືອກຕັ້ງ ກະທັນຫັນ


ບັນດາຜູ້ລົງຄະແນນສຽງ ກວດກາ ບັດຄະແນນສຽງຂອງພວກ
ເຂົາເຈົ້າທີ່ ໜ່ວຍເລືອກຕັ້ງໃນນະຄອນຫຼວງ ຊາເກຣັບ, ໂຄຣເອເຊຍ. 11 ກັນຍາ, 2016.
ບັນດາຜູ້ລົງຄະແນນສຽງ ກວດກາ ບັດຄະແນນສຽງຂອງພວກ ເຂົາເຈົ້າທີ່ ໜ່ວຍເລືອກຕັ້ງໃນນະຄອນຫຼວງ ຊາເກຣັບ, ໂຄຣເອເຊຍ. 11 ກັນຍາ, 2016.

ເປັນຄັ້ງທີສອງໃນຮອບບໍ່ເຖິງ 1 ປີ, ປະເທດ ໂຄຣເອເຊຍ ກຳລັງລົງຄະແນນສຽງເລືອກ ເອົາລັດຖະບານໃໝ່ໃນການເລືອກຕັ້ງກະທັນຫັນ ໃນວັນອາທິດມື້ນີ້.

ການຢັ່ງຫາງສຽງມະຫາຊົນຢ່າງບໍ່ເປັນທາງການ ໄດ້ຄາດການລ່ວງໜ້າເຖິງຜົນທີ່ຈະອອກ ມາ ລະຫວ່າງ ບັນດາຜູ້ລົງແຂ່ງຂັນວ່າ, ອາດມີຄວາມເປັນໄປໄດ້ ທີ່ວ່າ ມັນອາດຈະເປັນ ລັດຖະບານທີ່ບໍ່ມີປະສິດທິພາບອີກ.

ສະຖານທີ່ເລືອກຕັ້ງຫຼາຍແຫ່ງໄດ້ເປີດຂຶ້ນໃນຕອນເຊົ້າຂອງວັນອາທິດມື້ນີ້. ຜົນເບື້ອງຕົນ ຂອງການລົງຄະແນນສຽງແມ່ນຄາດວ່າ ຈະມີໃນຕອນຄ່ຳຂອງມື້.

ຂ່າວຂອງການເລືອກຕັ້ງກະທັນຫັນ ສຳລັບປະເທດທີ່ເປັນສະມາຊິກໃໝ່ຫຼ້າສຸດຂອງ ສະ ຫະພາບ ຢູໂຣບ ໄດ້ມີຂຶ້ນມື້ໜຶ່ງຫຼັງຈາກສະພາແຫ່ງຊາດໄດ້ຖືກຍຸບຢ່າງເປັນທາງການ ແລະ ບໍ່ເຖິງໜຶ່ງປີ ຫຼັງຈາກການລົງຄະແນນສຽງໃນຄັ້ງທີ່ຜ່ານມາ.

ນາຍົກລັດຖະມົນຕີ ທ່ານ Tihomir Oreskovic ຈາກລັດຖະບານພັນທະມິດທີ່ມີນະໂຍ ບາຍ ເປັນກາງອຽງຂວາ ໄດ້ລົ້ມລະລາຍຍ້ອນການໂຕ້ຖຽງກັນ ລະຫວ່າງ ພັກສະຫະພັນ ປະຊາທິປະໄຕ ໂຄຣເອເຊຍ ຫຼື HDZ ແລະ ຄູ່ຮ່ວມນັກປະຕິຮູບລຸ້ນນ້ອງຂອງພວກເຂົາ ຊື່ວ່າ MOST ນັ້ນ.

ການຢຸດຊະງັກທາງດ້ານການເມືອງ ໄດ້ຢຸດການປະຕິຮູບດ້ານເສດຖະກິດ ສຳລັບເສດຖະ ກິດຂອງ ໂຄຣເອເຊຍ, ເຊິ່ງເປັນໜຶ່ງໃນເສດຖະກິດທີ່ມີຄວາມອ່ອນແອທີ່ສຸດໃນກຸ່ມ EU.

ການສຳຫຼວດປະຊາມະຕິຢ່າງບໍ່ເປັນທາງການໄດ້ລະບຸວ່າ ພັກປະຊາທິປະໄຕສັງຄົມ ທີ່ ນຳໜ້າພັກການເມືອງພັນທະມິດ 4 ພັກ ຈະໄດ້ຊະນະຢ່າງໜ້ອຍ 60 ຈາກ 151 ບ່ອນນັ່ງ ໃນສະພາແຫ່ງຊາດ, ແຕ່ພັກອະນຸລັກນິຍົມ HDZ ຍັງຈະຕາມຫຼັງດ້ວຍບ່ອນນັ່ງແຕ່ພຽງ ສອງສາມບ່ອນ. ພວກນັກວິເຄາະກ່າວວ່າ ບໍ່ມີພັກໃດທີ່ຈະໄດ້ຊະນະຄະແນນສຽງພຽງພໍ ສຳລັບການປົກຄອງປະເທດແຕ່ຜູ້ດຽວ.

ປະຊາຊົນເກືອບ 4 ລ້ານຄົນແມ່ນມີສິດທີ່ຈະລົງຄະແນນສຽງໄດ້ໃນ ໂຄຣເອເຊຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Croatia Election
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG