ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງ ປະທານາທິບໍດີ ໂຄຣເອເຊຍ ມຸ້ງໜ້າໄປສູ່ ຮອບຕັດສິນຊີ້ຂາດ


ແມ່ຍິງຄົນນຶ່ງກຳລັງປ່ອນບັດ ທີ່ນະຄອນ Zagreb, ວັນທີ 28 ທັນວາ 2014.
ແມ່ຍິງຄົນນຶ່ງກຳລັງປ່ອນບັດ ທີ່ນະຄອນ Zagreb, ວັນທີ 28 ທັນວາ 2014.

ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຂອງ​ໂຄຣ​ເອ​ເຊຍ ມຸ້ງ​ໜ້າ​ໄປ​ສູ່​
ຮອບ​ຊີ້​ຂາດ ຫຼັງ​ຈາກ​ບໍ່​ມີ​ຜູ້​ແຂ່ງຂັນ​ຄົນ​ໃດ ​ໄດ້​ຮັບ​ຄະ​ແນນສຽງ
​ຫຼາຍ​ກວ່າ 50 ​ເປີ​ເຊັນ​ ໃນ​ການ​ເລືອກ​ຕັ້ງ​ຮອບ​ທຳ​ອິດ​ໃນ​ວັນ
​ອາທິດ​ວານ​ນີ້.

ປະທານາທິບໍດີຄົນ​ປັດຈຸບັນ ທ່ານ ​Ivo Josipovic ຫົວ​ເສລີ​ນິຍົມ
ຈາກພັກ​ສັງຄົມ​ປະຊາທິປັດ​ ​ໄດ້​ຮັບ​ຄະ​ແນນ​ສຽງຫຼາຍ​ກວ່າ​ໝູ່ ຄື
38.6 ​ເປີ​ເຊັນ ຮອງລົງ​ມາ​ໃກ້ໆ​ກັນ​ແມ່ນ​ທ່ານ Kolinda Grabar
-Kitarovic ຫົວ​ນິຍົມ​ແນວທາງ​ເດີມ​ຈາກ​ພັກ HDZ ຊຶ່ງ​ໄດ້​ຮັບ​
ຄະ​ແນນ​ສຽງ​ປະມານ 37 ​ເປີ​ເຊັນ ​ແລະ​ຜູ້​ແຂ່ງຂັນ​ອີກ 2 ທ່ານ
​ໄດ້​ຮັບ​ສຽງ​ສະໜັບສະໜຸນ​ຫຼ້າ​ຫຼັງ​ຫລາຍ.

ປະທານາທິບໍດີ Josipovic ​ແລະ​ທ່ານ Grabar-Kitarovic ຈະ​ແຂ່ງຂັນ​ກັນ​ອີກ​ໃນ​ວັນທີ
11 ມັງກອນ ​ເດືອນໜ້າ​ນີ້.

ຕຳ​ແໜ່ງປະທານາທິບໍດີ​ຂອງ​ໂຄຣ​ເອ​ເຊຍ ສ່ວນ​ໃຫຍ່​ແລ້ວ​ເປັນ​ພຽງ​ຕຳ​ແໜ່​ງ​ພິທີການ​ຊື່ໆ ​ແຕ່​ກໍມີ​ອິດ​ທິພົນ​ຊັກ​ຈູງ​ຫຼາຍສົມຄວນ ໃນດ້ານນະ​ໂຍບາຍ​ຕ່າງປະ​ເທດ​ແລະປ້ອງ​ກັນ​ປະເທດ​.

​ໂຄຣ​ເອ​ເຊຍ ​ແລະ​ລັດຖະບານ​ນິຍົມ​ຊ້າຍ ​ໄດ້​ປະ​ເຊີນ​ກັບ​ການ​ຕຳ​ໜິຕິຕຽນ ຍ້ອນ​ບໍ່​ສາມາດ
ດຶງ​ປະ​ເທດ​ອອກ​ຈາກ​ບັນຫາ​ຫຍຸ້ງ​ຍາກ​ທາງ​ດ້ານ​ເສດຖະກິດ​ໄດ້.

ປະ​ເທດ​ໄດ້​ຕົກ​ຢູ່​ໃນ​ສະພາບເສດຖະກິດ​ຕົກ​ຕໍ່າ​ຖອຍຫຼັງ ​ມາໄດ້ 6 ປີ​ແລ້ວ ​ແລະ​ອັດຕາ​ຄົນ​ຫວ່າງງານ​ ກໍຢູ່​ໃນລະດັບ​ປະມານ 20 ​ເປີ​ເຊັນ.

croatiaelection29december14
please wait

No media source currently available

0:00 0:00:47 0:00

XS
SM
MD
LG