ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ ສປຊ ຕ່າວປີ້ນ ການຕັດສິນໂທດ ນາຍພົນ ໂຄຣເອເຊຍ


ປະຊາຊົນພາກັນສະເຫຼີມສະຫຼອງທີ່ນະຄອນ Zagreb ຫຼັງຈາກສານ ໄດ້ຕ່າວປີ້ນການຕັດສິນຕໍ່ທ່ານ Ante Gotovina ແລະທ່ານ Mladen Markac (16 ພະຈິກ 2012)
ປະຊາຊົນພາກັນສະເຫຼີມສະຫຼອງທີ່ນະຄອນ Zagreb ຫຼັງຈາກສານ ໄດ້ຕ່າວປີ້ນການຕັດສິນຕໍ່ທ່ານ Ante Gotovina ແລະທ່ານ Mladen Markac (16 ພະຈິກ 2012)
ບັນດາຜູ້ພິພາກສາ ທີ່ຮັບຟັງການຂໍອຸທອນ ທີ່ສານອາຊະຍາກຳ
ສົງຄາມຢູໂກສະລາເວຍຂອງອົງການສະຫະປະຊາຊາດໄດ້ຕ່າວ
ປີ້ນການຕັດສິນໂທດອະດີດນາຍພົນໂຄຣເອເຊຍ 2 ຄົນໃນຂໍ້ຫາ
ກໍ່ອາຊະຍາກຳສົງຄາມ ໃນລະຫວ່າງສົງຄາມແຫຼມບອລກັນ ລະ
ຫວ່າງປີ 1991 ຫາ 1995.

ສານສະຫະປະຊາຊາດທີ່ນະຄອນ Hague ໄດ້ຕັດສິນໃຫ້ທ່ານ
Ante Gotovian ແລະທ່ານ Mladen Markac ພົ້ນໂທດ ໃນ
ວັນສຸກມື້ນີ້.

ທ່ານ Gotovian ແລະທ່ານ Markac ໄດ້ຖືກຕັດສິນໂທດໃຫ້
ຈຳຄຸກເປັນເວລາ 24 ປີ ແລະ 18 ປີ ຕາມລຳດັບ ໃນປີ 2011. ການຕັດສິນໂທດຈຳຄຸກເປັນເວ ລາດົນນານດັ່ງກ່າວ ແມ່ນໄດ້
ຖືກຕຳໜິຕິຕຽນຢ່າງໜັກຈາກລັດຖະບານໂຄຣເອເຊຍ.

ໃນລະຫວ່າງການດຳເນີນຄະດີໃນປີກາຍນີ້ ນາຍພົນຄົນທີ 3 ຄືນາຍພົນ Ivan Cermak ໄດ້ຖືກຕັດສິນ ໃຫ້ພົ້ນໂທດ. ທ່ານໄດ້ເດີນທາງ ກັບຄືນໄປນະຄອນ Zagreb ຊຶ່ງເປັນນະ ຄອນຫລວງຂອງໂຄຣເອເຊຍ ບ່ອນທີ່ທ່ານໄດ້ຖືກຕ້ອນຮັບ ໂດຍນາຍົກລັດຖະມົນຕີ Ja-
dranka Kosor.

ການຕັດສິນໃນວັນສຸກມື້ນີ້ ແມ່ນການເຄື່ອນໄຫວຫຼ້າສຸດກ່ຽວກັບການປະຕິບັດງານລົມພາ ຍຸ ຊຶ່ງເປັນການເປີດສາກບຸກໂຈມຂອງໂຄຣເອເຊຍໃນປີ 1995 ເພື່ອຢຶດເອົາສາທາລະນະ ລັດ Krajina ຈາກການຄວບຄຸມ ຂອງພວກເຊີເບຍ. ມື້ລາງປະທານາທິບໍດີໂຄເອເຊຍ ທ່ານ Franjo Tudjman ມີລາຍງານວ່າ ແມ່ນບຸກຄົນສຳຄັນໃນອັນທີ່ກ່າວກັນວ່າ ເປັນ ການປະຕິບັດງານທີ່ມີຄວາມຜິດທາງອາຍາ ຊຶ່ງ ໃນລະຫວ່າງນັ້ນມີພົນລະເຮືອນຊາວເຊີ ເບຍຫຼາຍຮ້ອຍຄົນຖືກຂ້າຕາຍ ແລະອີກຫຼາຍພັນຄົນ ໄດ້ຖືກຂັບໄລ່ອອກຈາກບ້ານເຮືອນ ຂອງພວກເຂົາເຈົ້າ.
XS
SM
MD
LG