ການຍິງປະຕູຂອງນັກເຕະສຳຮອງ ຣິດຊຸ ໂດນ (Ritsu Doan) ແລະຕາກຸມາຣະ ອາຊາໂນະ (Takumara Asano) ໃນ 15 ນາທີສຸດທ້າຍ ເຮັດໃຫ້ຍີ່ປຸ່ນ ຊະນະເຢຍຣະມັນ ຊຶ່ງເປັນແຊ້ມສີ່ສະໄໝ ຢ່າງບໍ່ຄາດຄິດ ໃນການແຂ່ງຂັນເຕະບານໂລກສາຍ E ທີ່ປະເທດກາຕ້າໃນວັນພຸດວານນີ້ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.
ເຢຍຣະມັນໄດ້ຄອບງຳການແຂ່ງຂັນ ທີ່ສະໜາມກິລາສາກົນຄາລີຟາ ແລະມີຄະແນນນຳໜ້າ ໃນນາທີ ທີ 33 ດ້ວຍການຍິງລູກໂທດ ໂດຍອິລຄາຍ ກັນດວນ (Ilkay Guendogan) ຫຼັງຈາກຜູ້ຮັກສາປະຕູຍີ່ປຸ່ນ ຊູອິຊິ ກອນດະ (Shuichi Gonda) ເຮັດຜິດກະຕິກາ ຕໍ່ປີກຫຼັງ ເດວິດ ອອມ (David Raum.)
ແຕ່ແນວໃດກໍຕາມ ປະຕູທີສອງບໍ່ໄດ້ເກີດຂຶ້ນ ແລະການບຸກຂອງຝ່າຍຍີ່ປຸ່ນເຂົ້າໄປໃນເຂດເຢຍຣະມັນ ແມ່ນມີເພີ້ມຂຶ້ນ ແລະຍັງຜົນເຮັດໃຫ້ທີມຍີ່ປຸ່ນມີຄະແນນນຳມາທັນແລະຈາວກັນ ໂດຍການຍິງປະຕູຂອງໂດນ ແລະອາຊາໂນະ ໄດ້ຍິງ ອີກປະຕູນຶ່ງໃນເວລາ 8 ນາທີຕໍ່ມາ ເຮັດໃຫ້ຍີ່ປຸ່ນເປັນຝ່າຍຊະນະ.
ສະເປນ ໄດ້ຊະນະຄອສຕາຣິກາ ດ້ວຍຄະແນນ 7 ປະຕູຕໍ່ 0 ຊຶ່ງເປັນການໄດ້ຮັບຄະແນນຫຼາຍທີ່ສຸດ ໃນການແຂ່ງຂັນເຕະບານໂລກ ສອງປະຕູແມ່ນຍິງໂດຍ ເຟີຣານ ທໍເຣັສ (Ferran Torres) ແລະອີກຫ້າປະຕູທີ່ເຫຼືອ ແມ່ນຍິງໂດຍນັກເຕະຄົນອື່ນໆ ໃນການສົ່ງຂ່າວໃຫ້ທີມປະເທດອື່ນໆຮູ້ ທີ່ກາຕ້າ.
ສຳລັບໂຄຣເອເຊຍ ແມ່ນຈາວກັນ 0 ປະຕູຕໍ່ 0 ກັບໂມຣັອກໂກ ທີ່ຫາກໍເລີ້ມການແຂ່ງຂັນໃນສາຍ F ຢູ່ສະໜາມກິລາອາລ-ເບ (Al Bayt) ໃນວັນພຸດວານ ນີ້.
ແບລຈ້ຽມຊະນະການາດາ 1 ປະຕູຕໍ່ 0 ໃນການແຂ່ງຂັນ ຂອງສາຍ F ຄືກັນ ທັງໆທີ່ການາດາໄດ້ຫຼິ້ນດີ ໂດຍສະເພາະໃນເຄິ່ງທຳອິດ ແຕ່ກໍພາດໂອກາດໃຫ້ແກ່ແບລຈ້ຽມ ເວລານີ້ ແບລຈ້ຽມເປັນຜູ້ມີຄະແນນນຳໜ້າໃນສາຍ ແລະໃນວັນອາທິດຈະມານີ້ ການາດາ ຈະລົງແຂ່ງກັບໂຄຣເອເຊຍ ໃນຂະນະທີ່ແບລຈ້ຽມ
ຈະສູ້ກັບໂມຣັອກໂກ.