ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໂຄຣເອເຊຍ ສະຫລອງ ການເຂົ້າເປັນ ສະມາຊິກ ສະຫະພາບຢູໂຣບ (ສະໄລດ໌)


ປະເທດ ໂຄຣເອເຊຍ ໄດ້ເຂົ້າເປັນສະມາຊິກ ສະຫະພາບຢູໂຣບ ຢ່າງເປັນທາງ ການໃນທ່ຽງຄືນວານນີ້
ປະເທດ ໂຄຣເອເຊຍ ໄດ້ເຂົ້າເປັນສະມາຊິກ ສະຫະພາບຢູໂຣບ ຢ່າງເປັນທາງ ການໃນທ່ຽງຄືນວານນີ້
ຊາວ​ໂຄຣ​ເອ​ເຊຍ ພາກັນ​ສະ​ເຫລີ​ມສະຫລອງຢູ່​ທົ່ວ​ປະ​ເທດ ​
ຂະນະ​ທີ່​ໄດ້​ເປັນ ສະມາ​ຊິກ​ທີ 28 ຂອງສະຫະພາບຢູ​ໂຣບ.

ມີ​ການ​ຈູດບັ້ງ​ໄຟ​ດອກ​ຂຶ້ນ ສົ່ງ​ແສງ​ຮຸ່ງ​ຢູ່​ໃນ​ທ້ອງຟ້າ ໃນ​ເວລາ​ທີ່
​ການ​ເປັນ​ສະມາ ຊິກ​ໄດ້​ເປັນ​ຜົນ​ສັກສິດ ໃນ​ເວລາ​ທ່ຽງ​ຄືນວານ​ນີ້.
ຢູ່​ຕາມ​ຊາຍແດນ​ຕິດກັບ​ບັນດາ​ສະມາ​ຊິກອຶ່ນໆຂອງ​ອີ​ຢູນັ້ນ ບັນ
ດາ​ເຈົ້າ​ໜ້າ​ທີ່ ກໍ​ເລີ້ມ​ພາກັນ​ເປີດ​ປ້າຍ ອີ​ຢູ ​ແລະ​ຍົກຍ້າຍ​ດ່ານ​
ກວດ​ພາສີ.

​ແຂກ​ຜູ້​ມີ​ກຽດຈາກ​ຢູ​ໂຣບ ​ກວ່າ 100 ຄົນ ພາກັນ​ເຂົ້າ​ຮ່ວ​ມພິທີ
ຢູ່ຈະ​ຕຸ​ລັດ​ໃຫຍ່ ​ໃນ​ເມືອງຫລວງ Zagreb.

ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ​ໄດ້​ສັນ
​ລະ​ເສີນ​ລັດຖະບານ Zagreb ​ແລະເວົ້າ​ວ່າ ​ມັນ​ໄດ້​ແກ່​ເວລາ​ແລ້ວ
ທີ່ “​ຈະໃຫ້​ກຽດແກ່ ໂຄຣ​ເອ​ເຊຍ ​ແລະ​ຜົນສໍາ​ເລັດ​ຫລາຍໆ​ຢ່າງ
ຂອງ​ປະຊາຊົນ​ ໂຄຣ​ເອ​ເຊຍ.”

ປະ​ເທດ​ທີ່​ມີ​ພົນລະ​ເມືອງ 4 ລ້ານ 4 ແສນຄົນ​ແຫ່ງ​ນີ້ ​ເປັນ​ພຽງປະ​ເທດ​ທີ​ສອງ​ຂອງຈໍານວນ
ເຈັດ​ປະ​ເທດ ທີ່​ຖືກ​ແບ່ງ​ອອກ​ມາ​ຈາກ Yugoslavia ທີ່​ໄດ້​ເຂົ້າຮ່ວມສະຫະພາບ​ຢູ​ໂຣບ ລຸນ
​ຫລັງ Slovania ​ໃນ​ປີ 2004 ​ແລະ​ກໍ​ເປັນ​ປະເທດທໍາ​ອິດ ທີ່​ເຂົ້າ​ມາ​ຮ່ວມ ນັບ​ຕັ້ງ​ແຕ່​ປີ 2007
ທີ່​ອີ​ຢູ​ໄດ້​ອະນຸມັດ​ຮັບ​ເອົາ Bulgaria ​ແລະ Romania ນັ້ນ​.

ມັນ​ເປັນເຫດການ​ອັນ​ສໍາຄັນ ​ໃນ​ການ​ຟື້ນ​ໂຕ​ຄືນ​ຂອງໂຄຣ​ເອ​ເຊຍ ​ຈາກ​ສົງຄາມ​ຕໍ່ສູ້​ເອົາ
ເອກ​ກະລາດ ຈາກປີ 1991 ຫາປີ 1995 ທີ່​ເຮັດ​ໃຫ້ 20,000 ຄົນເສຍ​ຊີວິດ.

ການ​ສະຫລອງໄດ້​ມີ​ຂື້ນ ​ທ່າມກາງບັນຫາ​ຫຍຸ້ງຍາກ​ທາງດ້ານ​ເສດຖະກິດ. ​ ເສດຖະກິດ​ທີ່​ອິງ
​ໃສ່​ການທ່ອງ​ທ່ຽວ ຂອງໂຄຣ​ເອ​ເຊຍ ​ ​ໄດ້ຊັກ​ຊ້າ​ລົງ ຫລື​ຢຸດ​ສະ​ງັກ​ເລີຍ ​ໃນ​ໄລຍະ​ສີ່​ປີ​ທີ່​ຜ່ານ​ມາ.

​ໂຕ​ເລກ​ຂອງສະຫະ​ພາບ​ຢູ​ໂຣບ ​ສະ​ແດງໃຫ້​ເຫັນ​ວ່າ ໂຄຣ​ເອ​ເຊຍ ​ທີ່​ມີອັດຕາ ຫວ່າງ​ງານສູງ​ ​
ປະມານ 20 ​ເປີ​ເຊັນນັ້ນ ປະ​ຈຸ​ບັນ​ນີ້​ ​ແມ່ນ​ໂຮມ​ຢູ່​ໃນ​ພວກ​ປະ​ເທດ​ທີ່​ທຸກ​ຍາກທີ່​ສຸດຂອງ​ກຸ່ມ​ອີ​ຢູ.

XS
SM
MD
LG