ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມີນາ ໒໐໒໓

ໂຄຣເອເຊຍ ອະນຸຍາດ ໃຫ້ອົບພະຍົບ ຫຼາຍກວ່າ 5000 ຄົນ ເຂົ້າປະເທດໄດ້


ບັນດາຜູ້ອົບພະຍົບ ລໍຖ້າລົດໄຟ ຢູ່ສະຖານີລົດໄຟ, ໃກ້ກັບເຈົ້າໜ້າທີ່ຊາຍແດນ ລະຫວ່າງ ເຊີເບຍ ແລະ ໂຄຣເອເຊຍ, ໃກ້ກັບເມືອງ ໂທວນິກ ທາງພາກຕາເວັນອອກ ຂອງໂຄຣເອເຊຍ. 17 ກັນຍາ, 2015.

ໂຄຣ​ເອ​ເຊຍ ກ່າວ​ວ່າ ອົບພະຍົບ​ຈຳນວນ 5600 ກວ່າ​ຄົນ​ໄດ້​ເຂົ້າ​ໄປໃນ​ປະ​ເທດຂອງ​ຕົນ ​ຕັ້ງ​ແຕ່ ຮັງ​ກາຣີ​ ​ໄດ້​ປິດ​ເຂດ​ຊາຍ​ແດນ​ຂອງ​ພວກ​ເຂົາ​ເຈົ້າ​ກັບ ​ເຊີ​ເບຍ, ​ໃນ​ຂະນະ​ທີ່​ອົງການ ສະຫະ​ປະຊາ​ຊາດ ປະ​ນາມການ​ກະ​ທຳ​ຂອງ ຮັງ​ກາ​ຣີ ຕໍ່ຜູ້​ຂໍ​ລີ້​ໄພ​ວ່າ “ເປັນ​ທີ່​ຮັບ​ເອົາ “ບໍ່ໄດ້.”

ຕຳຫຼວດ​ໄດ້​ເປີດ​ເຜີຍ​ຈຳນວນ​ຕົວ​ເລກ ໃນ​ວັນ​ພະຫັດ​ມື້​ນີ້, ຫຼັງ​ຈາກ​ປະມານ 24 ຊົ່ວໂມງ​ທີ່​ຜູ້ຄົນໄດ້ລັ່ງ​ໄຫຼ​ເຂົ້າ​ໄປໃນ​ເຂດ​ຊາຍ​ແດນ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ພວກ​ເຂົາ​ເຈົ້າ​, ​ເຮັດ​ໃຫ້ ​ໂຄຣ​ເອ​ເຊຍ​ ​ກາຍເປັນ​ເສັ້ນທາງໃໝ່ ສຳລັບ​ການ​ລັ່ງ​ໄຫຼ​ຂອງ​ຜູ້​ຄົນທີ່​ພະ​ຍາ​ຍາມ​ຫຼົບໜີ​ຄວາມ ​ຮຸນ​ແຮງ​ໃນ​ປະ​ເທດ​ ທີ່​ໄດ້​ປະສົບກັບໄພສົງຄາມ ​ເຊັ່ນ ຊີ​ເຣຍ, ອີຣັກ ແລະ ອັ​ຟ
ການິສ​ຖານ.

Migrants Stream Toward Croatia After Hungary Border Closure
please wait

No media source currently available

0:00 0:02:21 0:00

ນາຍົກລັດ​ຖະ​ມົນຕີ ​ໂຄຣ​ເອ​ເຊ​ຍ ທ່ານ Zoran Milanovic ​ແມ່ນ​ກຳລັງ​ປຶກສາ​ຫາລື​ກັບ​ຄູ່​ຮ່ວມ​ຕຳ​ແໜ່​ງ​ຂອງ​ທ່ານ​ຈາກ​ປະ​ເທດ Austria, ທ່ານ Werner Faymann ​ໃນ​ວັນ​ພະຫັດ​
ມື້​ນີ້ ​ທີ່​ນະຄອນຫຼວງ Zagreb. ທ່ານ Milanovic ​ໄດ້​ໃຫ້​ຄຳ​ສັນຍາ​ວ່າ ຈະ​ອະນຸຍາດ​ໃຫ້ພວກ ອົບພະຍົບ ​ຜ່ານ​ປະ​ເທດ​ຢ່າງ​ເປັນ​ອິດສະຫຼະ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ ​ໂຄຣ​ເອ​ເຊຍ ທ່ານ​ນາງ Vesna Pusic ​ໄດ້​ກ່າວໃນ​ຕອນ​ແລງ​ຂອງ​ວັນ​ພຸດ​ວານ​ນີ້​ວ່າ ​ໂຄຣ​ເອ​ເຊ​ຍ ​ມີ​ຄວາ​ມພ້ອມ​ ໃນການ​ຮັບມືກັບການ​ມາ​ຮອດ​ຂອງ​ພວກອົບພະຍົບ​ຫຼາຍ​ພັນ​ຄົນ, ​ແຕ່​ວ່າ​ຈະ​ບໍ່​ສາມາດ​ຮັບ​ມື​ກັບ​ອົບພະຍົບຫຼາຍ​ສິບ​ພັນ​ຄົນ​ໄດ້.

​ໃນ​ວັນ​ພຸດ​ວານ​ນີ້ ຫົວໜ້າ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​ໄດ້​ປະ​ນາມ​
ຮັງ​ກາຣີ ສຳລັບ​ການກະທຳ​ຂອງ​ພວກ​ເຂົາຕໍ່ພວກອົບພະຍົບ, ຫຼັງ​ຈາກ​ຕຳຫຼວດ​ໄດ້​ຍິງ ແກ໊ສນ້ຳຕາ ​ແລະ ສີດ​ນ້ຳ​ໃສ່​ຜູ້​ຂໍ​ລີ້​ໄພ​ຫຼາຍ​ຮ້ອຍ​ຄົນ​ ຢູ່​ເຂ​ດຊາຍແດນ​ຂອງ​ປະ​ເທດ​ຕິດ​ກັບ ​
ເຊີ​ເບຍ.

​ເລ​ຂາ​ທິການ​ໃຫຍ່ ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ວ່າ ພວກອົບພະຍົບ “​ແມ່ນ​ຜູ້​ທີ່​ຫຼົບໜີ​ຈາກ​ສົງ​ຄາມ ​ແລະ ຄວາມ​ບຽດບຽນ” ​ແລະ ວ່າ “ພວກ​ເຂົາ​ຕ້ອງ​ຖືກ​ປະຕິບັດ​ນຳ​ຢ່າງມີກຽດ​ສັກ​ສີ​ຂອງ​ມະນຸດ.”

ນາຍົກລັດຖະ​ມົນຕີ ​ເຊີ​ເບຍ​ ທ່ານ Aleksandar Vucic ​ໄດ້​ກ່າວ​ປະນາມຕໍ່​ສິ່ງ​ທີ່​ທ່ານກ່າວ​ວ່າ​ແມ່ນ “ການກະທຳ​ທີ່ໂຫດ​ຮ້າຍ” ຂອງ ຮັງ​ກາຣີ ຕໍ່​ພວກອົບພະຍົບ. ຕຳຫຼວດ​ໄດ້​ປະ​ທະ​ກັນ​ກັບພວກອົບພະຍົບ​ຫຼາຍ​ຊົ່ວ​ໂມງ ຫຼັງ​ຈາກໄດ້​ມີການປິດທາງ​ເຂົ້າ​ທີ່​ໃຫຍ່​ທີ່​ສຸດແຫ່ງນຶ່ງ​ສູ່​ ສະຫະ​ພາບ ຢູ​ໂຣບ.

ຮັງ​ກາຣີ ​ໄດ້​ກ່າວ​ວ່າ ພວກອົບພະຍົບ​ໄດ້​ພະຍາຍາມ​ທີ່​ຈະບຸກ​ຜ່ານ​ຮົ້ວ​ເຂດ​ຊາຍ​ແດນ ​ແລະ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ເປັນ​ອັນຕະລາຍ​ຕໍ່​ປະ​ເທດ.

Europe Migrants
please wait
Embed

No media source currently available

0:00 0:01:30 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG