ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ​ການ​ຕິ​ຕຽນ ເພີ້ມ​ຂຶ້ນ ຕໍ່​ເຂດ​ປ້ອງ​ກັນ ​ທາງ​ອາ​ກາດ​ ຂອງ​ຈີນ


ຮູບພາບຖ່າຍຈາກເຮືອບິນສັງເກດການ B-3837 ສະແດງໃຫ້ເຫັນ ໝູ່ເກາະທີ່ມີການຕົກຖຽງກັນ ທີ່ຍີ່ປຸ່ນ ຮ້ອງວ່າ Senkaku ແລຈີນ Diaoyu.
ຮູບພາບຖ່າຍຈາກເຮືອບິນສັງເກດການ B-3837 ສະແດງໃຫ້ເຫັນ ໝູ່ເກາະທີ່ມີການຕົກຖຽງກັນ ທີ່ຍີ່ປຸ່ນ ຮ້ອງວ່າ Senkaku ແລຈີນ Diaoyu.
ນາຍົກລັດຖະມຸນຕີຍີ່ປຸ່ນ ​ເອີ້ນ​ການ​ປະກາດ​ເຂດ​ປ້ອງ​ກັນ​ທາງ​
ອາກາດ​ແຫ່ງ​ນຶ່ງ​ຂອງຈີນ​ທີ່​ຮວມທັງ​ເຂດ​ທີ່​ເປັນ​ບັນຫາ​ຂັດ​ແຍ້​ງ
ກັນ​ໃນ​ໝູ່​ເກາະ​ແຫ່ງ​ຕ່າງໆ​ນັ້ນວ່າ​ ເປັນ​ການ​ເຄື່ອນ​ໄຫວ​ທີ່​ເປັນ
ອັນຕະລາຍ​ທີ່​ສາມາດ​ພາ​ໃຫ້​ເກີດ​ບັນຫາ​ຕ່າງໆ​ທີ່​ຮ້າຍ​ແຮງ​
ຂຶ້ນ​ໄດ້.

ນາຍົກລັດຖະມຸນຕີ Shinzo Abe ກ່າວ​ຕໍ່​ກອງ​ປະຊຸມ​ລັດຖະ
ສະພາ​ໃນ​ວັນ​ຈັນ​ມື້​ນີ້​ວ່າ​ເຂດ​ປ້ອງ​ກັນ​ທາງ​ອາກາດ​ນີ້ ​ເປັນ​ການ
ຈັດ​ຕັ້ງປະຕິບັດ​ຕາມ​ບໍ່​ໄດ້ ​ແລະ​ກ່າວ​ຕື່ມ​ວ່າ ການ​ເອົາ​ມາດ​ຕະ
ການ​ເຫຼົ່າ​ນີ້ ​ເປັນ​ການ​ມີ​ຜົນ​ບັງຄັບ​ໃຊ້​ຕາມ​ກົດໝາຍໃດໆບໍ່​ໄດ້
​ໃນ​ຍີ່ປຸ່ນ ​ແລະ​ຄວນ​ຖືກຍົກ​ເລີກ.

ຈີນ​ໄດ້​ປະກາດ​ກົດ​ລະບຽບ​ໃໝ່​ໃຫ້​ຊາບ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ທີ່​
ບັງຄັບ​ໃຫ້​ເຮືອບິນ​ທຸກໆ​ລຳ​ໃນ​ຂົງ​ເຂດ​ໃຫ້ແຈ້ງ​ໃຫ້​ຊບວ່າ​ຕົນ​ເອງ
ແມ່ນໃຜ ​ແລະ​ຟັງ​ຄໍາສັ່ງ​ທຸກ​ຢ່າງ​ຈາກ​ກຸງ​ປັກ​ກິ​ງ.

ມາ​ຮອດ​ປັດຈຸບັນ​ນີ້ ຈີນ​ໄດ້​ປະຕິ​ເສດ​ຕໍ່​ການ​ຕຳ​ໜິຕິຕຽນ​ຈາກ​ສະຫະລັດ​ແລະ​ຍີ່ປຸ່ນ ກ່ຽວ​ກັບ​ການວາງ​ກົດ​ລະບຽບ​ຕ່າງໆ​ຂອງ​ກຸງ​ປັກ​ກກິ​ງ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ການ​ຕຳ​ໜິຕິຕຽນ​ນັ້ນ​ບໍ່​ມີ​ມູນ​ຖານ ​ແລະ​ຂາດ​ຄວາມ​ຮັບຜິດຊອບ ​ແລະ​ກ່າວ​ຕໍ່​ໄປ​ວ່າ ການ​ກະທຳ​ດັ່ງກ່າວ​ແມ່ນ​ຢູ່​ໃນ​ສິດທິ​ຂອງຈີນ​ທີ່​ຈັດຕັ້ງ​ເຂດ​ປ້ອງ​ກັນ​ທາງ​ອາກາດ​ຂອງ​ຕົນ​ຂຶ້ນ​ໃນ​ຂົງ​ເຂດ​ດັ່ງກ່າວ.

ຍີ່ປຸ່ນ​ໄດ້​ຍື່ນ​ການ​ປະ​ທ້ວງ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ​ໂດຍ​ທຳ​ການ​ຕຳ​ໜິຕິຕຽນຈີນ​
ວ່າ ​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ສອງ​ຝ່າຍ​ຂຶ້ນ​ເໜືອ​ໝູ່​ເກາະ Senkakuທີ່​ເອີ້ນໃນ​ຈີນວ່າ ໝູ່​ເກາະ
Daioyus ນັ້ນ.

XS
SM
MD
LG