ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ວິ​ຈານ ປະ​ນາມ​ຄຳ​ເວົ້າ​ ຂອງ​ທ່ານ ທ​ຣ​ຳ ທີ່​ວ່າ​ຄົນ​ເຂົ້າ​ເມືອງ ສະ​ຫະ​ລັດ "ແມ່ນ​ເລືອດ​ທີ່​ເປັນ​ພິດ"


ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ​ ທ​ຣຳ ກ່າວ​ຄຳ​ປາ​ໄສ​ຢູ່​ການ​ໂຮມ​ຊຸມ​ນຸມ​ໂຄ​ສະ​ນາ​ຫາ​ສຽງ​ໃນ​ເມືອງ ເດີ​ແຮມ, ລັດ​ ນິວ ແຮມ​ເຊີ, 16 ທັນ​ວາ 2023.
ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ​ ທ​ຣຳ ກ່າວ​ຄຳ​ປາ​ໄສ​ຢູ່​ການ​ໂຮມ​ຊຸມ​ນຸມ​ໂຄ​ສະ​ນາ​ຫາ​ສຽງ​ໃນ​ເມືອງ ເດີ​ແຮມ, ລັດ​ ນິວ ແຮມ​ເຊີ, 16 ທັນ​ວາ 2023.

ຄຳ​ເຫັນ​ຄັ້ງຫຼ້າ​ສຸດ ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ທີ່​ວ່າ ຄົນ​ເຂົ້າ​ເມືອງ​ແມ່ນ “ກຳ​ລັງ​ເປັນ​ພິດ​ຕໍ່​ເລືອດ” ຂອງ ສະ​ຫະ​ລັດ ໄດ້​ກໍ່​ໃຫ້​ເກີດ​ການ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຈາກ​ຜູ້​ຕຳ​ໜິ​ວິ​ຈານ​ທ່ານ, ດ້ວຍ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ໂຈ ໄບ​ເດັນ ໄດ້​ປຽບ​ທຽບ​ຄຳ​ເວົ້າ​ຂອງ​ທ່ານ ທ​ຣຳ ໃສ່​ຄຳ​ເວົ້າ​ຂອງ​ທ່ານ ອາດອ​ຟ ຮິດ​ເລີ.

“ເຂົາ​ເຈົ້າ​ກຳ​ລັງ​ເປັນ​ພິດ​ຕໍ່​ປະ​ເທດ​ຂອງ​ພວກ​ເຮົາ,” ທ່ານ ທ​ຣຳ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ ໃນ​ລະ​ຫວ່າງ​ການ​ປາ​ກົດ​ຕົວ​ໂຄ​ສະ​ນາ​ຫາ​ສຽງ​ໃນ​ລັດ ນິວ ແຮມ​ເຊີ ທາງ​ພາກ​ຕາ​ເວັນ​ອອກ​ຂອງ ສະ​ຫະ​ລັດ. ທ່ານ​ໄດ້​ກ່າວ​ຕື່ມ​ວ່າ “ຢູ່​ທົ່ວ​ໂລກ, ເຂົາ​ເຈົ້າ​ກຳ​ລັງ​ເຂົ້າ​ມາ​ ໃນ​ປະ​ເທດ​ຂອງ​ເຮົາ, ຈາກ​ອາ​ຟ​ຣິ​ກາ, ເອ​ເຊຍ, ທົ່ວ​ທຸກ​ແຫ່ງ​ຂອງ​ໂລກ.”

ໃນ​ລະ​ຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ເກືອບ 90 ນາ​ທີ​ນັ້ນ, “ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ອ້າງ​ຕົນ​ເອງ​ວ່າ ເປັນ​ແບບ​ຢ່າງ ​ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ຮຽນ​ແບບ​ອະ​ດີດ​ຜູ້​ນຳ​ ເຢຍ​ຣະ​ມັນ ທ່ານ ອາດອ​ຟ ຮິດ​ເລີ, ຍົກ​ຍ້ອງ​ຜູ້​ນຳ​ເກົາຫຼີ​ເໜືອ​ ທ່ານ ກິມ ຈົງ ອຶນ ແລະ ໄດ້​ຢ້ຳ​ຄຳ​ເວົ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດີ​ເມຍ ປູ​ຕິນ ໃນ​ຂະ​ນະ​ທີ່​ທ່ານ​ລົງ​ແຂ່ງ​ຂັນ ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ດ້ວຍ​ການ​ສັນ​ຍາ​ວ່າ​ຈະ​ປົກ​ຄອງ​ແບບ​ຜະ​ເດັດ​ການ ແລະ ຂົ່ມ​ຂູ່​ປະ​ຊາ​ທິ​ປະ​ໄຕ​ຂອງ ອາ​ເມ​ຣິ​ກາ,” ໂຄ​ສົກ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ໄບເດັນ, ທ່ານ​ນາງ ແອມ​ມາ ມູ​ສ​ຊາ.

ທ່ານ ຮິດ​ເລີ, ຜູ້​ທີ່​ໄດ້​ກາຍ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ ເຢຍ​ຣະ​ມັນ ນຶ່ງ​ທົດ​ສະ​ວັດຫຼັງ​ຈາ​ການ​ພະ​ຍາ​ຍາມກໍ່​ລັດ​ຖະ​ປະ​ຫານ​ທີ່​ລົ້ມ​ແຫຼວ​ຂອງ​ທ່ານນັ້ນ, ໄດ້​ກໍ່​ການ​ຂ້າງ​ລ້າງ​ເຜົ່າ​ພັນ​ທີ່​ໄດ້​ສັງ​ຫານ 6 ລ້ານ​ຄົນ ແລະ ​ເຮັດ​ໃຫ້​ໂລກ​ເກີດ​ຄວາມ​ຂັດ​ແຍ້ງ​ທີ່​ໂຫດ​ຮ້າຍ. ຜູ້​ເຄາະ​ຮ້າຍ​ສ່ວນຫຼາຍ​ຂອງ​ທ່ານ ຮິດ​ເລີ ແມ່ນ​ຊາວ​ຢິວ, ແຕ່​ລະ​ບອບ​ການ​ປົກ​ຄອງ​ນາ​ຊີ ​ຂອງ​ທ່ານ​ກໍ​ໄດ້​ແນ​ເປົ້າ​ໃສ່ ​ຊາວ​ຢູ​ໂຣບ​ພະ​ເນ​ຈອນ, ປະ​ຊາ​ຊົນ ສ​ລາ​ວິກ ແລະ ຊົນ​ກຸ່ມ​ນ້ອຍ​ທີ່​ຮັກ​ເພດ​ດຽວ​ກັນ, ແລະ ລ່ວງ​ລະ​ເມີດ ແລະ ເຮັດ​ໃຫ້​ຄວາມ​ເປັນ​ມະ​ນຸດ ​ຂອງ​ປະ​ຊາ​ຊົນ​ທີ່ບໍ່​ມີ​ເຊື້ອ​ສາຍ​ເຢຍ​ຣະ​ມັນ ເຊື່ອມ​ໂຊມ​ຢ່າງ​ເປັນ​ລະ​ບົບ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG