ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ຕໍາໜິ ບັນດາຜູ້ປົກຄອງລັດ ທີ່ເວົ້າວ່າ ເຂົາເຈົ້າບໍ່ມີອຸປະກອນ ການແພດ ຢ່າງພໍພຽງ


ປະທານາທິບໍດີ ດໍໂນລ ທຣໍາ ກ່າວຢູ່ກອງປະຊຸມລາຍງານກ່ຽວກັບໄວຣັສໂຄໂຣນາ ຂະນະທີ່ ທ່ານຮອງປະທານາທິບໍດີ Mike Pence ຢືນຟັງຢູ່ໃນທໍານຽບຂາວ, ວັນທີ 2 ເມສາ, 2020 REUTERS/Tom Brenner
ປະທານາທິບໍດີ ດໍໂນລ ທຣໍາ ກ່າວຢູ່ກອງປະຊຸມລາຍງານກ່ຽວກັບໄວຣັສໂຄໂຣນາ ຂະນະທີ່ ທ່ານຮອງປະທານາທິບໍດີ Mike Pence ຢືນຟັງຢູ່ໃນທໍານຽບຂາວ, ວັນທີ 2 ເມສາ, 2020 REUTERS/Tom Brenner

ປະທານາທິບໍດີ ດໍໂນລ ທຣໍາ ໃນວັນພະຫັດວານນີ້ ໄດ້ແນຄໍາຕໍາໜິຂອງທ່ານ ໄປໃສ່ ບັນດາຜູ້ປົກຄອງລັດທີ່ເວົ້າວ່າ ພວກເຂົາເຈົ້າບໍ່ມີອຸປະກອນການແພດ ຢ່າງພໍພຽງ ເພື່ອປິ່ນປົວຜູ້ໄດ້ຮັບເຄາະຮ້າຍຈາກໄວຣັສໂຄໂຣນາ ທີ່ພາກັນຫລັ່ງ ໄຫລເຂົ້າໄປຫາໂຮງ ໝໍເພື່ອໄປຊອກຂໍຄວາມຊ່ວຍເຫລືອ.

ໂດຍທີ່ມີຈໍານວນຄົນເສຍຊີວິດຢູ່ໃນສະຫະລັດສູງຫລາຍກວ່າ 5,100 ຄົນຢູ່ນັ້ນ ທ່ານ ທຣໍາໄດ້ກ່າວປົກປ້ອງການຮັບມືກັບວິດກິດການ ຂອງລັດຖະບານລະ ດັບ ຊາດ ໂດຍເວົ້າຢູ່ໃນທວີດເຕີວ່າ “ອຸປະກອນການແພດຈໍານວນຫລວງຫລາຍ, ແມ່ນແຕ່ໄປໃຫ້ໂຮງໝໍ ແລະສູນການແພດຕ່າງໆ ໄດ້ສົ່ງໄປໃຫ້ລັດທັງຫລາຍ ແລະ ໄປໃຫ້ໂຮງໝໍຕ່າງໆ ໂດຍກົງເລີຍ.”

ແຕ່ທ່ານກໍເວົ້າວ່າ ມີຜູ້ປົກຄອງລັດຈໍານວນນຶ່ງ “ມີຄວາມໂລບມາກ ແລະກໍບໍ່ມີ ຄວາມເພິ່ງພໍໃຈຈັກເທື່ອ (ເວົ້າເຖິງເລື້ອງການເມືອງ). ຈື່ໄດ້ບໍ່, ພວກເຮົາເປັນ ຄົນ ທີ່ລໍຖ້າຊ່ວຍເຫລືອເຂົາເຈົ້າ. ພວກທີ່ມັກຈົ່ມວ່າ ຄວນຈະຖືກເອົາໄປເກັບສະ ສົມໄວ້ ຕັ້ງແຕ່ດົນແລ້ວ ກ່ອນຈະມີວິກິດການນີ້ເກີດມາກະທົບພຸ້ນ. ລັດອື່ນ ແມ່ນພາກກັນ ດີອົກ ດີໃຈຫລາຍຕໍ່ກັບວຽກງານທີ່ພວກເຮົາໄດ້ເຮັດມາ.”

ທ່ານກ່າວອີກວ່າ ລັດຖະບານລະດັບຊາດ “ໄດ້ສົ່ງເຄື່ອງຊ່ວຍຫາຍໃຈຫລາຍໆ ຊຸດໄປໃນມື້ນີ້ ໂດຍທີ່ຫລາຍພັນເຄື່ອງກໍາລັງສ້າງຂຶ້ນ. ເຮືອບິນຂົນສົ່ງສິນຄ້າ ກໍາລັງລໍາລຽງອຸປະກອນການແພດມາ. ຢາກຈະສົ່ງໄປໃຫ້ໂຮງໝໍໂດຍກົງ ຫລາຍກວ່າ.”

ກ່ອນໜ້ານັ້ນ ໃນອາທິດນີ້, ທ່ານແລຣີ ຮໍແກນ (Larry Hogan), ຜູ້ປົກຄອງລັດ ແມຣີແລນ, ຊຶ່ງສັງກັດພັກຣີພັບບລິກັນຄືກັນກັບທ່ານ ທຣໍາ ແລະເປັນປະທານ ຂອງສະມາຄົມຜູ້ປົກຄອງລັດແຫ່ງຊາດ ກ່າວວ່າ ການກ່າວອ້າງຂອງທ່ານ ທຣໍາ ທີ່ເວົ້າວ່າ ມີຊຸດກວດຫາເຊື້ອໄວຣັສໂຄໂຣນາໄວ້ໃຫ້ຄົນໃຊ້ ຢູ່ທົ່ວປະເທດ ນັ້ນ “ບໍ່ເປັນຄວາມຈິງຫຍັງໝົດ”.

ຜູ້ປົກຄອງລັດຄອນເນັກຕິກັດ, ທ່ານ ແນັດ ເລມັນທ໌ (Ned Lamont) ຊຶ່ງສັງກັດ ພັກເດໂມແຄຣັດເວົ້າວ່າ ຂະນະທີ່ອຸປະກອນກໍາລັງຈະໝົດໄປ ແລະຈໍານວນ ຄົນເສຍຊີວິດເພີ້ມຂຶ້ນເປັນຮ້ອຍໆຄົນ ຕໍ່ມື້ຢູ່ນີ້ “ພວກເຮົາແມ່ນກຸ້ມຕົນເອງ, ບໍ່ມີໃຜມາຊ່ວຍເລີຍ.”

ຜູ້ປົກຄອງລັດນິວຢອກ, ທ່ານແອນດຣູ ຄູໂອໂມ (Andrew Cuomo), ຊຶ່ງ ເປັນຜູ້ສັງກັດໃນພັກເດໂມແຄຣັດອີກຄົນນຶ່ງ ເວົ້າວ່າ ການຕໍ່ສູ້ເພື່ອແຍ້ງຊີງເອົາ ເຄື່ອງ ຊ່ວຍຫາຍໃຈມີພໍ ເໝືອນກັນກັບວ່າ “ໄປປະມູນຢູ່ໃນເວັບໄຊທ໌ອີເບ ແຂ່ງກັບ 50 ລັດ ອື່ນ ທີ່ພາກັນປະມູນເອົາເຄື່ອງຊ່ວຍຫາຍໃຈອັນນຶ່ງ,” ຊຶ່ງສ່ວນຫລາຍມັກ ຈະ ເປັນການແຂ່ງຂັນກັບລັດຖະບານກາງ.

ຢູ່ໃນທວີດເຕີອັນນຶ່ງນັ້ນ, ທ່ານ ທຣໍາ ໄດ້ແນຄໍາຕໍາໜິໄປຍັງຄູ່ແຂ່ງທາງການ ເມືອງເກົ່າ, ສະມາຊິກສະພາສູງ ຈຊັກ ຊູມເມີ (Chuck Schumer), ຜູ້ ນໍາຂອງພັກ ເດໂມແຄຣັດຢູ່ໃນສະພາສູງ ພາຍຫລັງທີ່ທ່ານ ຊຸມເມີ ໄດ້ສະເໜີ ວ່າ ຕ້ອງມີເຈົ້າໜ້າທີ່ທະຫານຂັ້ນສູງ ໃຫ້ຮັບຜິດຊອບໃນການສົ່ງອຸປະກອນ ການແພດໄປໃຫ້ ລັດຕ່າງໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG