ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ນັກວິ​ເຄາະ ກ່າວວ່າ ການຕັດສິນໃສ່ໂທດ ພວກນັກຂ່າວໃນມຽນມາ ແມ່ນ​ການ​ໂຈມ​ຕີສິດ​ເສລີພາບ​ໃນ​ການສະ​ແດງ​ອອກ​ຂອງ​ສື່ມວນຊົນ


ທ້າວ ວາ ໂລນ ອອກມາຈາກ ສານອິນເສນ ຫຼັງຈາກລາວ ໄດ້ຟັງຄຳຕັດສິນຂອງສານ, ມຽນມາ, 3 ກັນຍາ 2018.
ທ້າວ ວາ ໂລນ ອອກມາຈາກ ສານອິນເສນ ຫຼັງຈາກລາວ ໄດ້ຟັງຄຳຕັດສິນຂອງສານ, ມຽນມາ, 3 ກັນຍາ 2018.

ຄຳຕັດສິນຂອງ​ສານ​ໃນ​ມຽນມາ ໃສ່​ໂທດ​ຈຳ​ຄຸກ 7 ປີ ພວກນັກຂ່າວ ຣອຍເຕີສອງຄົນ ໃນຖານລະເມີດ ກົດໝາຍຄວາມລັບຂອງຊາດ ​ໄດ້​ຍັງ​ຜົນ​ໃຫ້​ມີ​ການ​ຕອບ​ໂຕ້​ຢ່າງ​ໂກດ​
ແຄ້ນ ພາຍ​ໃນ​ແລະ​ນອກ​ປະ​ເທດ ຊຶ່ງ​ພວກ​ນັກວິ​ເຄາະ​ໄດ້​ເອີ້ນ​ວ່າ ​ແມ່ນ​ການ​ໂຈມ​ຕີສິດ
​ເສລີພາບ​ໃນ​ການສະ​ແດງ​ອອກ​ຂອງ​ສື່ມວນຊົນ.

​ໃນ​ວັນ​ຈັນ​ວານ​ນີ້ ຜູ້​ພິພາກສາ​ສານໃນນະຄອນ​ຢ່າງ​ກຸ້ງ ​ເຂດ​ເໜືອ ​ໄດ້ພົບ​ເຫັນ​ວ່າ
ທ້າວ ວາ ໂລນ ກັບ ທ້າວ ຈໍ ໂຊ ໂອ ມີ​ຄວາມ​ຜິດ​ຕໍ່ບັນຍັດ ​ທີ່​ເປີດ​ເຜີຍຄວາມລັບຂອງຊາດ
ຊຶ່ງ​ແມ່ນ​ກົດໝາຍ​ທີ່​ໄດ້​ບັນຍັດ​ໄວ້​ແຕ່​ນົມນານ ຕອນ​ທີ່ປະ​ເທດ​ນີ້​ຍັງໃຊ້​ຊື່ວ່າ​ພະມ້ານັ້ນ,
ທັງຕົກ​ຢູ່​ພາຍ​ໃຕ້​ການ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ອັງກິດ. ກົດໝາຍ​ດັ່ງກ່າວ​ ຮຽກຮ້ອງ​ໃຫ້​ມີ​
ໂທດ​ສູງ​ສຸດ ຕິດ​ຄຸກ 14 ປີ.

ໜັງສືພິມມຽນມາ ລົງຂ່າວໜ້ານຶ່ງ ກ່ຽວກັບ ໂທດຕໍ່ພວກນັກຂ່າວຣອຍເຕີຣ໌ ທ້າວ ວາ ໂລ ກັບ ທ້າວ ຈໍ ໂຊ ໂອ, ຢ້າງກຸ້ງ, ມຽນມາ, 4 ກັນຍາ 2018.
ໜັງສືພິມມຽນມາ ລົງຂ່າວໜ້ານຶ່ງ ກ່ຽວກັບ ໂທດຕໍ່ພວກນັກຂ່າວຣອຍເຕີຣ໌ ທ້າວ ວາ ໂລ ກັບ ທ້າວ ຈໍ ໂຊ ໂອ, ຢ້າງກຸ້ງ, ມຽນມາ, 4 ກັນຍາ 2018.

ທັງ​ສອງ​ທ່ານ ​ໄດ້​ຖືກ​ຈັບ​ກຸມ ໃນເດືອນທັນວາປີກາຍ ທີ່ ນະຄອນ​ຢາງ​ກຸ້ງ ​ເຂດ​ເໜືອ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ ​ທຳ​ການ​ສືບສວນ​ເລື້ອງ​ການ​ສັງຫານ​ຂອງ​ຊົນ​ກຸ່ມ​ນ້ອຍ ຊາວ​ໂຣ​ຮິງ​ຢາ 10 ຄົນ ​ໃນ​ໜູ່ບ້ານ​ ທາງ​ພາກ​ເໜືອ​ຂອງ​ລັດຣາ​ໄຄນ໌ ​ໃນ​ອັນທີ່​ມີພວກ​ທະຫານ​ເຂົ້າ​ມາ​ກ່ຽວຂ້ອງ​ນຳ.

ທ້າວ ວາ ໂລນ ກັບ ທ້າວ ຈໍ ໂຊ ໂອ ກ່າວ​ວ່າ ມີ​ບາງ​ຄົນ ​ໄດ້​ສົ່ງ​ມອບ​ເອກ​ກະສາ​ນ​ໃຫ້​ພວກ​ເຂົາ​ເຈົ້າ ກ່ອນ​ທີ່​ຕຳຫຼວດ​ຈະເຊື້ອ​ເຊີນພວກ​ກ່ຽວ​ໃຫ້​ໄປ​ຮັບ​ປະທານ​ອາຫານ​ ​ແລ້ວ​ກໍ​ຈັບ​ພວກ​ເຂົາ​ເຈົ້າໄປ. ການ​ດຳ​ເນີນ​ຄະດີ​ຍັງ​ຄົງ​ກ່າວ​ຫາ​ວ່າ ທັງ​ສອງ​ຖືກ​ຈັບ​ກຸມ ​ໃນ​ການ​ລາດຕະ​ເວນ​ປະຈຳການ ຕອນ​ທີ່​ເອກ​ກະສາ​ນ​ດັ່ງກ່າວໄດ້ພົບ​ເຫັນ.

​ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ການ​ໃຫ້​ປາກຄຳ​ໃນ​ຄະດີ​ດັ່ງກ່າວ ​ໄດ້​ເປີດ​ເຜີຍ​ເຖິງຂໍ້ຄວາມການຟ້ອງ​ຮ້ອງ. ​ໃນ​ເດືອນ​ເມສາ​ຜ່ານ​ມາ​ນີ້ ຕຳຫຼວດ ນາຍຮ້ອຍ ​ໂມ ຢານ ນຽງ ​ໄດ້​ຮຽກ​ໂຕ ພວກ​ທີ່​ເຫັນ​ເຫດການ ​ທີ່ໄດ້​ກ່າວ​ຕໍ່​ສານ​ວ່າ ພວກ​ນັກ​ຂ່າວ​ແມ່ນ​ໄດ້​ຖືກ​ວາງ​ແຜນ​ຢ່າງ​ຈົງ​ໃຈ ​ໃນ​ຂະນະ​ທີ່​ເຈົ້າ​ໜ້າ​ທີ່​ອີກ​ທ່ານ​ນຶ່ງ ​ໄດ້​ກ່າວ​ວ່າ ​ເພິ່ນ​ໄດ້ຈູດ​ເຜົາບົດ​ຄວາມ​ຂອງເພິ່ນ ​ໃນ​ຄ່ຳ​ຄືນ​ຂອງ​ວັນ​ທີ່​ຖືກ​ຈັບ​ກຸມ, ​ແຕ່​ບໍ່​ສາມາດ​ໃຫ້​ຄຳ​ອະທິບາຍໃດ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ນາງຊິດ ຊູ ວິນ, ພັນລະຍາຂອງທ່ານ ຈໍ ໂຊ ໂອ ສະແດງອອກ ຫຼັງຈາກສານໄດ້ກ່າວໂທດ ໃນສານອິນເສນ ທີ່ນະຄອນຢ້າງກຸຸ້ງ, ມຽນມາ, 3 ກັນຍາ 2018.
ນາງຊິດ ຊູ ວິນ, ພັນລະຍາຂອງທ່ານ ຈໍ ໂຊ ໂອ ສະແດງອອກ ຫຼັງຈາກສານໄດ້ກ່າວໂທດ ໃນສານອິນເສນ ທີ່ນະຄອນຢ້າງກຸຸ້ງ, ມຽນມາ, 3 ກັນຍາ 2018.

XS
SM
MD
LG