ໂຄງການກໍ່ສ້າງເຂື່ອນດອນສະໂຮງ ຢູ່ເທິງແມ່ນ້ຳຂອງ ໃນພາກ
ໃຕ້ຂອງລາວ ກຳລັງດຶງດູດເອົາການຄັດຄ້ານຈາກຊາວປະມົງ
ໃນທ້ອງຖິ່ນ ແລະ ກຸ່ມປົກປ້ອງສະພາບແວດລ້ອມສາກົນຕ່າງໆ
ຕະຫລອດທັງ ບັນດາປະເທດເພື່ອນບ້ານ. ຜູ້ສື່ຂ່າວວີໂອເອ ໄຊ
ໂມນີ ໄດ້ເດີນທາງ ໄປຢ້ຽມຢາມຂົົງເຂດທີ່ຈະມີການສ້າງເຂື່ອນ
ດັ່ງກ່າວ ແລະມີລາຍງານ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີ
ທ່ານ ໃນອັນດັບຕໍ່ໄປ.
ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:
ທ້າວ ສັ້ນ ທະຍາ ໄດ້ກາງຕໍ່ນຳ ເຮືອຂົນສົ່ງຜູ້ໂດຍສານ ສຳຫລັບການຫາລາຍໄດ້ມາຈຸນ
ເຈືອຄອບຄົວຂອງລາວ ເປັນເວລາຫຼາຍປີມາແລ້ວ. ລາວເວົ້າວ່າ ໂດຍສະເລ່ຍ ລາວຫາ
ເງິນໄດ້ປະມານ 200,000 ກີບ ຫຼືປະມານ 25 ດອນລາຕໍ່ເດືອນ ຈາກການນຳເອົາພວກ
ນັກທ່ອງທ່ຽວໄປເບິ່ງປາໂລມາ ຢູ່ໃນແມ່ນ້ຳຂອງ ໃນເຂດຊາຍແດນ ລະຫວ່າງລາວ ກັບ
ກຳປູເຈຍ. ໃນເວລາທີ່ບໍ່ມີພວກນັກທ່ອງທ່ຽວ ຄົນແລ່ນເຮືອຊາວລາວຄົນນີ້ ກໍແມ່ນຈະ
ອອກໄປຫາປາໃນບໍລິເວນນັ້ນ ເພື່ອໄປຂາຍເອົາເງິນມາລ້ຽງດູຄອບຄົວ.
ແຕ່ມາບັດນີ້ ທ້າວ ສັ້ນ ຊຶ່ງມີລູກ 4 ຄົນ ກ່າວວ່າ ໃນບໍ່ຊ້ານີ້ ລາວອາດຈະບໍ່ມີວິທີທຳມາ
ຫາກິນ ຕໍ່ໄປອີກ ຍ້ອນວ່າລັດຖະບານລາວມີແຜນການ ທີ່ຈະກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ
ຢູ່ຮູດອນສະໂຮງ ຊຶ່ງເປັນຮູສຳຄັນຂອງແມ່ນ້ຳຂອງ ທີ່ຢູ່ເໜືອຈຸດຊາຍແດນຂຶ້ນໄປ ປະມານ
2 ກິໂລແມັດ.
ທ້າວ ສັ້ນ ເວົ້າ ຢູ່ໃນເຮືອຂອງລາວວ່າ “ຂ້ອຍບໍ່ຮູ້ສິເຮັດແນວໃດ ຖ້າຫາກມີການສ້າງ
ເຂື່ອນຂຶ້ນມາ ແຕ່ຂ້ອຍກໍຈະລໍຖ້າໃຫ້ລັດຖະບານສະເໜີ ວຽກໃຫ້ຂ້ອຍ. ຂ້ອຍບໍ່
ສາມາດເວົ້າວ່າ ຂ້ອຍບໍ່ມັກເຂື່ອນນັ້ນ ແລະຂ້ອຍ ກໍບໍ່ສາມາດ ຂໍຮ້ອງໃຫ້ລັດຖະບານ ຍຸດຕິການສ້າງເຂື່ອນເຊັ່ນກັນ. ຂ້ອຍຢ້ານ.”
ທາງການລາວໄດ້ກ່າວວ່າ ເຂື່ອນທີ່ຖືກສະເໜີຂຶ້ນມານັ້ນ ແມ່ນມີຄວາມຈຳເປັນ ຕໍ່ການ
ພັດທະນາເສດຖະກິດຂອງປະເທດ ເພາະວ່າ ລາວຈະ ສາມາດຂາຍໄຟຟ້າທີ່ຈະຜະລິດ
ອອກນັ້ນ ໄປໃຫ້ບັນດາປະເທດເພື່ອນບ້ານ ເຊັ່ນ ປະເທດໄທ.
ແຕ່ຫາກວ່າ ໂຄງການພະລັງໄຟຟ້າ ຄວາມແຮງ 260 ເມກາວັດດັ່ງ ກ່າວ ໄດ້ສ້າງຄວາມ
ກັງວົນໃຫ້ແກ່ຫລາຍພາກສ່ວນ ບໍ່ພຽງແຕ່ ຊາວປະມົງ ຄື ທ້າວສັ້ນ ທະຍາ ເທົ່ານັ້ນ ແຕ່ຍັງ
ມີບັນດາເຈົ້າໜ້າທີ່ ກຸ່ມສັງຄົມພົນລະເມືອງຕ່າງໆ ແລະ ບັນດາປະຊາຄົມໃນປະເທດຕ່າງໆ ຕາມລຳແມ່ນ້ຳຂອງ ຈາກປະເທດໄທ ທີ່ຢູ່ເໜືອຂຶ້ນໄປ ຫາປະເທດ ກຳປູເຈຍ ແລະ ຫວຽດນາມ ທີ່ຢູ່ຕອນລຸ່ມຂອງແມ່ນ້ຳຂອງ.
ຢູ່ປະເທດໄທ ບັນດາປະຊາຄົມທີ່ອາໄສຢູ່ຕາມລຳແມ່ນ້ຳຂອງ ກ່າວວ່າ ຖ້າມີການກໍ່ສ້າງ
ຂຶ້ນແທ້ ເຂື່ອນດອນສະໂຮງກໍອາດສາມາດທຳລາຍ ວິຖີຊີວິດແລະການທຳມາຫາລ້ຽງຊີບ
ຂອງພວກເຂົາເຈົ້າ ຊຶ່ງກາງຕໍ່ພວກປາ ແລະ ຊັບພະຍາກອນທຳມະຊາດອື່ນໆ ໃນ
ແມ່ນ້ຳຂອງນັ້ນ.
ຢູ່ຊຽງໃໝ່ ທ່ານພູຣະພົງ ໂປມັນ ຜູ້ອຳນວຍການຂອງ ສະມາຄົມ Living River Siam
Association ຊຶ່ງທຳງານກັບບັນດາປະຊາຄົມໃນທ້ອງຖິ່ນ ມີຄວາມເຫັນດັ່ງນີ້:
ທ່ານພູຣະພົງ ເວົ້າວ່າ “ຢູ່ໃນໄທ ພວກເຮົາມີ 8 ແຂວງທີ່ຕັ້ງຢູ່ຕາມລຳແມ່ນ້ຳຂອງ
ແລະ ພວກປະຊາຊົນທ້ອງຖິ່ນ ກໍແມ່ນໄດ້ອາໄສຢູ່ ແລະກາງຕໍ່ແມ່ນ້ຳສາຍນີ້ ມາ
ໄດ້ຫຼາຍເຊັ່ນຄົນແລ້ວ ພິເສດກໍແມ່ນສຳຫລັບ ການຫາປາ ການເຮັດສວນຢູ່ແຄມ
ຝັ່ງ ແລະການຄົມມະນາຄົມຂົນສົ່ງ.”
ຖ້າສ້າງຂຶ້ນ ເຂື່ອນໄຟຟ້ານ້ຳຕົກດອນສະໂຮງກໍແມ່ນຈະຕັນຮູນ້ຳທີ່ສຳ ຄັນທີ່ສຸດຂອງ
ແມ່ນ້ຳຂອງ. ບັນດານັກຊ່ຽວຊານອິດສະຫລະ ກ່າວວ່າ ພວກໝູ່ປາຍົກຍ້າຍ ແລະ ລອຍ
ຂຶ້ນລົງຜ່ານຮູດັ່ງກ່າວນັ້ນ ຕະຫລອດປີ.
ໃນກອງປະຊຸມປຶກສາຫາລື ຢູ່ທີ່ເມືອງປາກເຊຂອງລາວ ເມື່ອເດືອນ ທັນວາປີກາຍນີ້
ຜູ້ຕາງໜ້າເຄືອຂ່າຍແມ່ນ້ຳຂອງຫວຽດນາມ ທ່ານນາງ Duong Thien ໄດ້ຂໍຮ້ອງໃຫ້
ຍົກເລີກໂຄງການກໍ່ສ້າງເຂື່ອນນັ້ນ.
ທ່ານນາງ Duong Thien ເວົ້າວ່າ “ພວກເຮົາຮຽກຮ້ອງໃຫ້ລັດຖະບານລາວ ຍົກເລີກ ເຂື່ອນດອນສະໂຮງໂດຍທັນທີ ແລະ ໃຫ້ລັດຖະບານຫວຽດນາມ ໄທ ແລະ ກຳປູເຈຍ ດຳເນີນການຕ່າງໆ ທີ່ເໝາະສົມ ເພື່ອປະຕິບັດຄວາມຮັບຜິດຊອບ ຂອງພວກຕົນ ຕໍ່ການປົກປ້ອງແມ່ນ້ຳຂອງ ແລະ ພົນລະເມືອງຂອງ ພວກຕົນ.”
ຄະນະກຳມະການແມ່ນ້ຳຂອງແຫ່ງຊາດຂອງກຳປູເຈຍ ກໍໄດ້ສະແດງ ຄວາມກັງວົນ ອອກ
ມາເຊັ່ນກັນ. ທ່ານ Kol Vathana ເປັນເລຂາທິ ການໃຫຍ່ ຄະນະກຳມະການດັ່ງກ່າວ.
ທ່ານ Kol ເວົ້າວ່າ “ພວກເຮົາ ເພື່ອນບ້ານຂອງຄະນະກຳມະທິການແມນ້ຳຂອງ
ຕ້ອງການໂຄງການທີ່ເປັນຜົນປະໂຫຍດ ແລະ ບໍ່ສົ່ງຜົນກະທົບຕໍ່ປະເທດອື່ນໆ
ທີ່ກ່ຽວຂ້ອງ ຫຼື ທີ່ວ່າມີຜົນສະທ້ອນ ນ້ອຍທີ່ສຸດ ທີ່ສາມາດຮັບເອົາໄດ້.”
ຜູ້ພັດທະນາໂຄງການ ກໍຄື ບໍລິສັດ Mega First ຂອງມາເລເຊຍ ກ່າວວ່າ ພົນລະເມືອງ
ບໍ່ຄວນວິຕົກກັງວົນເລີຍ ເພາະວ່າເຂື່ອນນັ້ນ ຈະບໍ່ມີຜົນກະທົບທີ່ສຳຄັນ ຕໍ່ບັນດາປະເທດ
ທີ່ນຳໃຊ້ແມ່ນ້ຳຂອງ ຮ່ວມກັນ.
ທ່ານ Peter Hawkins ຜູ້ຈັດການຝ່າຍສິ່ງແວດລ້ອມຂອງບໍລິສັດ ເວົ້າວ່າ “ຄວາມກັງວົນ ເຫຼົານັ້ນ ແມ່ນບໍ່ມີເຫດຜົນເລີຍ ມັນບໍ່ແມ່ນເລື້ອງ ແທ້ຈິງ. ເຫດຜົນກໍຄື ໂຄງການນີ້
ຖ້າເວົ້າໃນລະດັບຂອງການພັດທະ ນາໄຟຟ້ານ້ຳຕົກຢູໃນເຂດອ່າງແມ່ນ້ຳຂອງນີ້
ກໍແມ່ນໂຄງການນີ້ ເປັນໂຄງການນ້ອຍໆ ມັນນ້ອຍຫຼາຍ ເມື່ອສົມທຽບໃສ່ເຂື່ອນ
ທີ່ໃຫຍ່ໆອື່ນໆ ຢູ່ໃນແມ່ນ້ຳຂອງຕອນເທິງ ໃນປະເທດລາວ ແລະໂດຍສະເພາະ
ຢູ່ໃນຈີນນັ້ນ.”
ທາງການລາວກ່າວວ່າ ຕົນຈະເດີນໜ້າຕໍ່ໄປກັບໂຄງການກໍ່ສ້າງ ເຂື່ອນນີ້. ທ່ານດາວວົງ
ພອນແກ້ວ ເປັນເອກອະທິບໍດີ ຂອງກົມນະໂຍບາຍ ແລະແຜນການດ້ານພະລັງງານ ຂອງລາວ.
ທ່ານດາວວົງ ເວົ້າວ່າ “ພວກເຮົາມີຂ່າວສານຢ່າງຫລວງຫຼາຍ ມີຂໍ້ມູນ ຢ່າງຫລວງຫຼາຍ. ບັດນີ້ ພວກເຮົາມີຄວາມໝັ້ນໃຈຫລາຍວ່າ ຜ່ານມາດຕາການ ຫລຸດຜອນຕ່າງໆ ທີ່ພວກເຮົາຈະເຮັດນັ້ນ ເຂື່ອນນີ້ແມ່ນຈະສົ່ງຜົນກະທົບເລັກນ້ອຍເທົ່ານັ້ນ ຕໍ່ການ
ເຄື່ອນຍ້າຍ ຂຶ້ນລົງຂອງພວກໝູ່ປາ ຢູ່ໃນເຂດທີ່ຢູ່ລຸ່ມເຂື່ອນລົງໄປ ຫຼື ແມ່ນແຕ່ເຂດ ທີ່ຢູ່ເໜືອເຂື່ອນຂຶ້ນໄປ.”
ແຕ່ວ່າພວກປະຊາຊົນ ເຊັ່ນ ທ້າວສັ້ນ ທະຍາ ຊາວປະມົງລາວ ແລະ ຄົນຂັບເຮືອແທັກຊີນັ້ນ ກ່າວວ່າ ພວກເຂົາເຈົ້າ ພຽງແຕ່ຢາກໃຫ້ ສາມາດຫາປາໄດ້ຢູ່ຄືເກົ່າ ເພື່ອລ້ຽງດູຄອບຄົວ ພວກເຂົາເຈົ້າ ແລະ ນຳເອົາພວກນັກທ່ອງທ່ຽວ ໄປເບິ່ງປາໂລມາ ຢູ່ແມ່ນ້ຳຂອງ ໃນເຂດ
ຊາຍແດນນັ້ນ.