ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຕ້ອງຕິ ໂຈມຕີ ປ. ທຣຳ ທີ່ບໍ່ໄດ້ຍົກເອົາ ເລື່ອງສິດທິມະນຸດ ຂຶ້ນມາໂອ້ລົມ ເວລາທ່ານ ຢູ່ເອເຊຍ


Trump Asia
please wait
Embed

No media source currently available

0:00 0:00:55 0:00

ປະທານາທິບໍດີ ດໍໂນລ ທຣຳ ກັບຄືນມາຈາກການເດີນທາງຢ້ຽມຢາມ 5 ປະເທດ
ໃນເອເຊຍ ໄລຍະ 12 ວັນ ທີ່ເປັນປະຫວັດການໂດຍເຕັມໄປດ້ວຍຂໍ້ຕົກລົງໃນດ້ານ
ທຸລະກິດ ແລະ ການຄ້າ ແລະເຊື່ອວ່າ ໄດ້ປັບປຸງສາຍພົວພັນ ກັບບັນດາປະເທດທີ່
ສຳຄັນໆ ຈຳນວນນຶ່ງ ຢູ່ໃນຂົງເຂດ. ແຕ່ບັນດານັກວິຈານ ກ່າວວ່າ ຜົນປະໂຫຍດ
ເຫຼົ່ານັ້ນ ໄດ້ມາດ້ວຍການສູນເສຍກຽດສັກສີ ຂອງການເປັນຜູ້ຕໍ່ສູ້ເພື່ອສິດທິມະນຸດ
ຂອງອາເມຣິກາ.

ທ່ານ Brad Adams ຜູ້ອຳນວຍການອົງການປົກປ້ອງສິດທິມະນຸດ ຫຼື Human
Rights Watch ໃນພາກພື້ນເອເຊຍ ກ່າວວ່າ “ການເວົ້າເຖິງເລື່ອງ ສິດທິມະນຸດ
ຂອງສະຫະລັດ ນັ້ນ ແທ້ຈິງແລ້ວ ໄດ້ຫາຍໝົດໄປເລີຍ.”
ທ່ານກ່າວອີກວ່າ “ທ່ານ
ທຣຳ ໄດ້ເຮັດໃຫ້ເປັນທີ່ຈະແຈ້ງວ່າ ທ່ານພຽງແຕ່ສົນໃຈ ໃນການມີສາຍພົວພັນ
ສ່ວນຕົວ ກັບບັນດາຜູ້ນຳ ຂອງປະເທດອື່ນໆ ເທົ່ານັ້ນ ແລະ ຖ້າພວກເຂົາເຈົ້າ
ຍ້ອງຍໍລາວ ແລະ ຕ້ອນຮັບດ້ວຍພົມສີແດງ ເວລານັ້ນ ລາວກໍຈະດີໃຈ ແລະ ຕໍ່
ຈາກນັ້ນ ແທ້ຈິງແລ້ວ ພວກເຂົາເຈົ້າ ຈະສາມາດເຮັດຫຍັງກໍໄດ້ ຕາມລຳພັງໃຈ.”

ປະທານາທິບໍດີ ດໍໂນລ ທຣຳ ,ຜູ້ທີສອງຈາກຊ້າຍ, ສະຕີໝາຍເລກນຶ່ງ ທ່ານນາງ ເມີລາເນຍ ທຣຳ, ຊາຍສຸດ, ປະທານປະເທດ ສີ ຈິ້ນຜິງ, ຜູ້ທີສອງຈາກຂວາ, ແລະພັນລະຍາຂອງທ່ານ Peng Liyuan, right, ຢືນຮ່ວມກັນ ໃນຂະນະທີ່ພວກເພິ່ນ ທ່ຽວຊົມ Forbidden City, ວັນທີ 8 ພະຈິກ 2017, ໃນນະຄອນຫຼວງປັກກິ່ງ ຂອງຈີນ.
ປະທານາທິບໍດີ ດໍໂນລ ທຣຳ ,ຜູ້ທີສອງຈາກຊ້າຍ, ສະຕີໝາຍເລກນຶ່ງ ທ່ານນາງ ເມີລາເນຍ ທຣຳ, ຊາຍສຸດ, ປະທານປະເທດ ສີ ຈິ້ນຜິງ, ຜູ້ທີສອງຈາກຂວາ, ແລະພັນລະຍາຂອງທ່ານ Peng Liyuan, right, ຢືນຮ່ວມກັນ ໃນຂະນະທີ່ພວກເພິ່ນ ທ່ຽວຊົມ Forbidden City, ວັນທີ 8 ພະຈິກ 2017, ໃນນະຄອນຫຼວງປັກກິ່ງ ຂອງຈີນ.

ໃນຂະນະທີ່ບິນກັບຄືນປະເທດ ທ່ານທຣຳ ໄດ້ປົກປ້ອງຍຸດທະສາດ ຂອງການສ້າງ
ສາຍພົວພັນ ແບບສ່ວນຕົວຂອງທ່ານນັ້ນ ໂດຍໂຕ້ຖຽງວ່າ ທ່ານໄດ້ທຳຄວາມກ້າວໜ້າ
ໃນເລື່ອງຕ່າງໆຈາກການນຳເອົາເລື່ອງ ຄວາມໄຝ່ຝັນຢາກມີອາວຸດນິວເຄລຍຂອງ
ເກົາຫຼີເໜືອ ເຖິງເລື່ອງຂອງການໄດ້ມາ ຊຶ່ງອິດສະລະພາບ ໃຫ້ແກ່ພວກນັກກິລາ
ບານບ້ວງ ມະຫາວິທະຍາໄລ ສະຫະລັດ ຜູ້ທີ່ໄດ້ຖືກກ່າວຫາວ່າ ລັກເຄື່ອງ ຢູ່ຈີນ
ຈົນເຖິງ ການຮັບປະກັນຂອງຖານທັບສະຫະລັດ ທີ່ສຳຄັນ ຢູ່ໃນເຂດປາຊີຟິກ.

ທ່ານທຣຳ ໄດ້ອະທິບາຍວ່າ “ສາຍພົວພັນ ແມ່ນມີຄວາມສຳຄັນ ສະເໝີໄປ. ມັນບໍ່
ໝາຍຄວາມວ່າ ມັນມີຄວາມຈຳເປັນທີ່ຈະຕ້ອງໄກ້ຊິດ. ແທ້ຈິງແລ້ວ ເປັນສາຍ
ພົວພັນ ບົນພື້ນຖານຂອງຄວາມນັບຖື. ສຳລັບຂ້ອຍເອງ ສາຍພົວພັນ ບົນພື້ນຖານ
ຂອງຄວາມນັບຖື ແມ່ນມີຄວາມສຳຄັນຫຼາຍກວ່າ ສິ່ງອື່ນໃດ ຮວມທັງມິດຕະພາບ.”

ໃນບາງໂອກາດ ໃນລະຫວ່າງການເດີນທາງ ທ່ານທຣຳໄດ້ແລກປ່ຽນອ້ອມກອດ ແລະ
ການຈັບມື ກັບ ພວກຜູ້ນຳຜະເດັດການ ຜູ້ທີ່ຖືກກ່າວຫາວ່າ ເຊີດຊູ ເຫັນດີເຫັນພ້ອມ
ແລະ ແມ່ນກະທັງ ທຳການລະເມີດສິດທິມະນຸດ ຢ່າງເປັນລະບົບ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຕຳຈອກ ກັບ ປະທານາທິບໍດີ ຟີລິບປິນ ທ່ານໂຣດຣີໂກ ດູຍເຕີເຕ ໃນລະຫວ່າງ ງານລ້ຽງອາຫາຄ່ຳ ທີ່ເປັນຂີດໝາຍ ການສ້າງຕັງ ອາຊຽນ ຄົບຮອບ 50 ປີ ໃນນະຄອນຫຼວງມານີລາ, ວັນທີ 12 ພະຈິກ 2017.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຕຳຈອກ ກັບ ປະທານາທິບໍດີ ຟີລິບປິນ ທ່ານໂຣດຣີໂກ ດູຍເຕີເຕ ໃນລະຫວ່າງ ງານລ້ຽງອາຫາຄ່ຳ ທີ່ເປັນຂີດໝາຍ ການສ້າງຕັງ ອາຊຽນ ຄົບຮອບ 50 ປີ ໃນນະຄອນຫຼວງມານີລາ, ວັນທີ 12 ພະຈິກ 2017.

ໃນການເດີນທາງຊ່ວງສຸດທ້າຍຂອງທ່ານ ໃນມະນີລາ ບ່ອນທີ່ພວກນັກເຄື່ອນໄຫວ
ເພື່ອສິດທິມະນຸດ ໄດ້ຈູດຮູບພາບຂອງທ່ານ ຢູ່ດ້ານໜ້າ ຂອງກອງປະຊຸມສຸດຍອດ
ເອເຊຍ-ປາຊີຟິກ ທີ່ທ່ານຈະເຂົ້າຮ່ວມນັ້ນ ທ່ານທຣຳ ບໍ່ຫົວຊານຳ ການໃຊ້ການສັງຫານ
ແບບຮັດຮວບຕັດຕອນ ທີ່ກ່ຽວຂ້ອງກັບ ການປາບປາມ ຂອງປະທານາທິບໍດີ ຟີລິບປິນ
ທ່ານ Rodrigo Duterte.

ໃນການປ່ຽນແປງຢ່າງໃຫຍ່ໄປຈາກອະດີດປະທານາທິບໍດີບາຣັກ ໂອບາມາ ຜູ້ຊຶ່ງ
ໄດ້ຍົກເລີກການພົບປະສອງຝ່າຍກັບທ່ານ Duterte ໃນປີກາຍນີ້ ທ່ານທຣຳ ໄດ້ຍົກ
ຈອກດື່ມອວຍພອນ ກັບປະທານາທິບໍດີຟີລິບປິນ ແລະກ່າວວ່າ “ພວກເຮົາມີສາຍ
ພົວພັນ ອັນຍິ່ງໃຫຍ່.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG