ທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະລັດ
ພົບປະກັບທ່ານ Javad Sharif ລັດຖະມົນຕີຕ່າງປະເທດອີ
ຣ່ານ ທີ່ສະວິດເຊີແລນ ໃນການສືບຕໍ່ຄວາມພະຍາຍາມເພື່ອ
ໃຫ້ບັນລຸໂຄງຮ່າງຂໍ້ຕົກລົງນີວເຄລຍກັບອີຣ່ານ ພາຍໃນວັນ
ອັງຄານມື້ຮືນີ້ ອັນເປັນວັນເສັ້ນຕາຍທີ່ທັງສອງຝ່າຍໄດ້ວາງໄວ້.
ໃນຂະນະທີ່ວັນເສັ້ນຕາຍຫຍັບໃກ້ເຂົ້າມານີ້ ທ່ານ Kerry ໄດ້
ລົບລ້າງແຜນການກັບຄືນສູ່ສະຫະລັດໃນວັນອາທິດມື້ນີ້ ເພື່ອ
ເຂົ້າຮ່ວມໃນເຫດການໜຶ່ງທີ່ທ່ານໄດ້ວາງແຜນໄວ້ກ່ອນ.
ການໂອ້ລົມສົນທະນາກັນເລື້ອງນີວເຄລຍຂອງອີຣ່ານທີ່ນະ
ຄອນ Lausanne ເປັນຈຸດຫົວລ້ຽວຫົວຕໍ່ສຳຄັນ ໂດຍທີ່ທັງສອງຝ່າຍຕ່າງກໍກ່າວວ່າ ມັນຂຶ້ນຢູ່ກັບອີກຝ່າຍໜຶ່ງ ທີ່ຈະທຳການຍິນຍອມຕ່າງໆນັ້ນ.
ທ່ານ Mohammad Javad Sharif ລັດຖະມົນຕີຕ່າງປະເທດອີຣ່ານກ່າວຢູ່ໃນບົດຂຽນ
ທີ່ລົງໃນ Twitter ຂອງທ່ານໃນວັນເສົາວານນີ້ວ່າ ອີຣ່ານພ້ອມແລ້ວທີ່ຈະຮັບເອົາການ
ຕົກລົງທີ່ດີ ແລະກຳລັງລໍຖ້າໃຫ້ພວກຄູ່ເຈລະຈາ ເຮັດໃນທຳນອງດຽວກັນ. ແຕ່ບັນດາເຈົ້າ
ໜ້າທີ່ຈາກ 6 ປະເທດມະຫາອຳນາດ ທີ່ເຂົ້າຮ່ວມໃນການເຈລະຈາ ກ່າວວ່າ ອີຣ່ານຈະ
ຕ້ອງເປັນຝ່າຍປະນີປະນອມ.
ອີຣ່ານ ແລະກຸ່ມທີ່ເອີ້ນວ່າ P5 Plus 1 ຊຶ່ງປະກອບດ້ວຍອັງກິດ ຈີນ ຝຣັ່ງ ຣັດເຊຍ ສະຫະລັດ
ແລະເຢຍຣະມັນ ກຳລັງປະເຊີນກັບວັນເສັ້ນຕາຍໃນວັນທີ 31 ມີນາ ເພື່ອໃຫ້ບັນລຸໂຄງຮ່າງ
ຂໍ້ຕົກລົງກັນ ເພື່ອໃຫ້ອີຣ່ານ ຢຸດເຊົາຫຼອມທາດຢູເຣນຽມ ເພື່ອບໍ່ໃຫ້ອີຣານສາມາດສ້າງ
ລະເບີດນີວເຄລຍຂຶ້ນໄດ້. ເພື່ອເປັນການແລກປ່ຽນກັນນັ້ນ ອີຣ່ານຂໍໃຫ້ຍົກເລີກການລົງໂທດ
ດ້ານເສດຖະກິດຕໍ່ຕົນ.
ຝ່າຍອີຣ່ານ ຢາກໃຫ້ມີການຍົກເລີກການລົງໂທດຢ່າງທັນທີ ແຕ່ທ່ານ Laurent Fabius ລັດຖະມົນຕີຕ່າງປະເທດຝຣັ່ງ ກ່າວໃນວັນເສົາວານນີ້ວ່າ ມີຄວາມເປັນຫ່ວງກ່ຽວກັບວ່າ
ຈະເຮັດແນວໃດ ຈຶ່ງຈະຕິດ ຕາມເບິ່ງໄດ້ວ່າ ອີຣ່ານໄດ້ປະຕິບັດຕາມຂໍ້ຕົກລົງກັນນັ້ນ ຫຼືບໍ?