ວິກິດການດ້ານການເມືອງໃນລັດເວີຈີເນຍ ໄດ້ຈົມເລິກລົງໄປກວ່າເກົ່າໃນວັນພຸດວານນີ້ ເມື່ອມີການກ່າວຫາທີ່ເປັນເລື້ອງໜ້າຕົກໃຈ ຕໍ່ຜູ້ນຳຂັ້ນສູງອີກສອງຄົນ ໂດຍທີ່ໜ້າທີ່ວຽກງານຂອງທ່ານ ຣາຟ ນໍດຳ (Ralph Northam), ຜູ້ປົກຄອງລັດດັ່ງກ່າວ ກໍໄດ້ຖືກທຳລາຍຍ້ອນມີຮູບທີ່ສະທ້ອນເຖິງການຈຳແນກຜີວພັນນັ້ນແລ້ວ.
ຫົວໜ້າພະແນກຍຸດຕິທຳຂອງລັດດັ່ງກ່າວ, ທ່ານ ມາກຄ໌ ເຮີຣິງ (Mark Herring) ໄດ້ຮັບສາລະພາບໃນວັນພຸດວານນີ້ວ່າ ທ່ານໄດ້ທາໜ້າຕົນເອງດ້ວຍເຄື່ອງແຕ່ງໜ້າສີນ້ຳຕານແກ່ ໂດຍທຳທ່າວ່າ ທ່ານເປັນນັກຮ້ອງແບບແຣັບ ຊາວອາຟຣິກັນຄົນນຶ່ງ ຢູ່ໃນງານລ້ຽງແຫ່ງນຶ່ງ ຕອນທີ່ທ່ານເປັນນັກສຶກສາໃນມະຫາວິທະຍາໄລອາຍຸໄດ້ 19 ປີນັ້ນ.
ທ່ານກ່າວວ່າ “ການປະພຶດນັ້ນ ເປັນການສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ໃນນາມທີ່ເປັນຊາຍໜຸ່ມຜູ້ນຶ່ງ ຂ້າພະເຈົ້າບໍ່ຮູ້ ແລະເຂົ້າໃຈເຖິງຄວາມຮູ້ສຶກເຈັບປວດທີ່ການກະທຳຂອງຂ້າພະເຈົ້າອາດໄດ້ສ້າງໃຫ້ຄົນອື່ນ ຢ່າງແຂງກະດ້າງ ແລະບໍ່ມີເຫດຜົນຫຍັງໝົດ."
ທ່ານ ເຮີຣິງເວົ້າວ່າ ທ່ານ "ຮູ້ສຶກເສຍໃຈຢ່າງເລິກຊຶ້ງ, ເລິກຊຶ້ງຫລາຍອີ່ຫລີ," ແຕ່ທ່ານກໍໄດ້ກ່າວເພີ້ມວ່າ ການກະທຳທີ່ເກີດຂຶ້ນໃນ 40 ປີກ່ອນນັ້ນ "ບໍ່ມີທາງທີ່ຈະສໍ່ສະແດງໃຫ້ເຫັນເຖິງການເປັນຄົນທີ່ຂ້າພະເຈົ້າໄດ້ກັບກາຍມາເປັນຢູ່ໃນທຸກມື້ນີ້."
ທ່ານກ່າວວ່າ ການສົນທະນາຂອງທ່ານຢູ່ໃນຫລາຍມື້ຕໍ່ໜ້ານີ້ຈະ "ເປັນການສະແດງໃຫ້ເຫັນຢ່າງຈະແຈ້ງ" ວ່າທ່ານຈະລາອອກຫລືບໍ່.
ທ່ານເຮີຣິງ ໄດ້ຮຽກຮ້ອງໃຫ້ທ່ານ ນໍທຳ (Northam) ຜູ້ປົກຄອງລັດ ລາອອກ ພາຍຫລັງທີ່ໜ້າປຶ້ມຢູ່ໃນປຶ້ມຮູບປະຈຳປີຂອງທ່ານທີ່ຖ່າຍຕອນຮຽນຈົບມະຫາວິທະຍາໄລ ແພດສາດໃນປີ 1984 ໄດ້ປາກົດອອກມາຊຶ່ງໄດ້ສະແດງໃຫ້ເຫັນຮູບຂອງຜູ້ຊາຍສອງຄົນ -- ຄົນນຶ່ງແມ່ນທາໜ້າໃຫ້ເປັນສີດຳ ແລະອີກຜູ້ນຶ່ງແມ່ນໃສ່ຊຸດຄຸມຫົວຂອງກຸ່ມ Ku Klux Klan ທີ່ຈຳແນກຜີວພັນນັ້ນ.
ທຳອິດ ຜູ້ປົກຄອງລັດດັ່ງກ່າວເວົ້າວ່າ ທ່ານເປັນຜູ້ໃດຜູ້ນຶ່ງໃນສອງຄົນນັ້ນ, ແລ້ວນຶ່ງອາທິດຕໍ່ມາ ກໍໄດ້ປະຕິເສດໄປ. ແຕ່ວ່າ ທ່ານກໍໄດ້ຍອມຮັບວ່າໄດ້ເອົາສີລາຜັດເກີບສີດຳ ທາໜ້າຕົນເອງເພື່ອເຮັດໃຫ້ເບິ່ງຄືວ່າເປັນນັກຮ້ອງໄມໂຄ ແຈັກສັນ (Michael Jackson) ໃນຕອນທີ່ທ່ານເປັນທະຫານຢູ່ໃນປີ 1984.